ຂ່າວເດັ່ນຢູແກຼນ ປະກາດຂໍ້ຕົກລົງຄວາມໝັ້ນຄົງປະຫວັດສາດກັບ ອາເມລິກາ ຢູ່ Davos
ຢູແກຼນ ປະກາດຂໍ້ຕົກລົງຄວາມໝັ້ນຄົງປະຫວັດສາດກັບ ອາເມລິກາ ຢູ່ Davos
ວັນສຸກ, 16:27, 23/01/2026
VOV5
(VOVWORLD) - ວັນທີ 22 ມັງກອນ, ຢູ່ນອກເວທີປາໄສເສດຖະກິດໂລກ (WEF) ທີ່ດຳເນີນຢູ່ Davos (ສະວິດ), , ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ໄດ້ແຈ້ງໃຫ້ຊາບວ່າ ທ່ານບັນລຸໄດ້ຂໍ້ຕົກລົງສຳຄັນກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ກ່ຽວກັບບັນດາຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງໃຫ້ແກ່ Kiev ພາຍຫຼັງທີ່ການປະທະກັນກັບ ລັດເຊຍ ອາດຈະຢຸດຕິລົງ.
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບກັນຢູ່ນອກກອງປະຊຸມ WEF 56, ຢູ່ Davos, ສະວິດໃນວັນທີ 22/1/2026 (ພາບ: ຫ້ອງການສື່ມວນຊົນ ທຳນຽບປະນາທິບໍດີ (ພາບ: REUTERS) |
ທ່ານ Volodymyr Zelensky ເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ໄດ້ຮັບການສ້າງຂຶ້ນຄືດັ່ງເປັນເຄື່ອງກຳບັງດ້ານນິຕິກຳ ແລະ ການທະຫານໃຫ້ແກ່ ຢູແກຼນ, ໂດຍມີຈຸດປະສົງສະກັດກັ້ນທຸກເຈດຕະນາທີ່ຝ່າຍ ລັດເຊຍ ອາດຈະກໍ່ການປະທະກັນຂຶ້ນຄືນອີກໃນອະນາຄົດ. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຍັງຄົງຕ້ອງຜ່ານຂັ້ນຕອນສຸດທ້າຍ ແລະ ພິທີລົງນາມຢ່າງເປັນທາງການລະຫວ່າງປະມຸກລັດສອງປະເທດ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ອາເມລິກາ ແລະ ຢູແກຼນ ເພື່ອໃຫ້ສັດຕະຍາບັນ.
ສ່ວນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ການພົບປະໄດ້ດຳເນີນຢ່າງຕັ້ງໜ້າ, ພ້ອມທັງຢັ້ງຢືນສານສົ່ງເຖິງທ່ານປະທານາທິບໍດີ ລັດເຊຍ ວ່າ: “ການປະທະກັນຕ້ອງຢຸດຕິ”. ປັດຈຸບັນ, ຝ່າຍ ລັດເຊຍ ຍັງບໍ່ທັນມີປະຕິກິລິຍາໃດທີ່ກ່ຽວຂ້ອງເຖິງກອງປະຊຸມດັ່ງກ່າວເທື່ອ.
(ແອັງຕວັນ - ນັກຂ່າວ VOV ປະຈຳ ຝລັ່ງ)
Tag:VOV / VOVworld / ເຄື່ອງກຳບັງ / ການປະທະກັນຕ້ອງຢຸດຕິ