ຂ່າວເດັ່ນ

ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ລັດ​ເຊຍ

ຢູ​ແກຼນ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ລັດ​ເຊຍ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ Istanbul (ຕວັກກີ) ໃນວັນທີ 15 ພຶດສະພາຈະມາເຖິງ.

ໃນບົດທີ່ໄດ້ເອົາລົງໃນສື່ສັງຄອມອອນໄລ X ເມື່ອຕອນຄຳວັນທີ 11 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢູ່ Istanbul (ຕວັກກີ) ໃນວັນທີ 15 ພຶດສະພາຈະມາເຖິງ, ພ້ອມທັງຮຽກຮ້ອງຄຳສັ່ງຢຸດຍິງ ຮອບດ້ານ ແລະ ຍາວນານ, ເລີ່ມແຕ່ວັນທີ 12 ພຶດສະພາ ເພື່ອສ້າງພື້ນຖານທີ່ຈຳເປັນໃຫ້ແກ່ບັນດາການເຄື່ອນໄຫວທາງການທູດ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ວັງ Elysee ໄດ້ອອກຖະແຫຼງການວ່າ ທ່ານປະທາທິບໍດີ ຝລັ່ງ Emmanuel Macron ໄດ້ມີການໂອ້ລົມທາງໂທລະສັບກັບບັນດາປະເທດສຳພັນທະມິດຄື ເຢຍລະມັນ, ອັງກິດ, ໂປໂລຍ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ເຊິ່ງສະແດງຄວາມຈຳເປັນຂອງການຕ້ອງບັນລຸໄດ້ຄຳສັ່ງຢຸດຍິງເພື່ອແນໃສ່ສ້າງເງື່ອນໄຂຈັດຕັ້ງການເຈລະຈາທີ່ພວມຫຍັບໃກ້ເຂົ້າມາ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໄດ້ລົງສານໃນສື່ສັງຄົມອອນໄລ Truth Social ເຊິ່ງເລັ່ງ ຢູແກຼນ ຍອມຮັບຂໍ້ສະເໜີຂອງທ່ານປະທານາທິບໍດີ ລັດເຊຍ V.Putin ທີ່ຍົກອອກມາໃນວັນທີ 10 ພຶດສະພາ ກ່ຽວກັບການເຈລະຈາແບບເຊິ່ງໜ້າຢູ່ Isranbul ເຊິ່ງບໍ່ມີບໍ່ວ່າເງື່ອນໄຂໃດກ່ອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.