ຂ່າວເດັ່ນ

ຢຶດໝັ້ນປະຕິບັດເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ

ຢຶດໝັ້ນປະຕິບັດເປົ້າໝາຍຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

ຕອນບ່າຍວັນທີ 12 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບກະຊວງ, ຂະແໜງການຈຳນວນໜຶ່ງ ເພື່ອສືບຕໍ່ຫັນມະຕິກອງປະຊຸມປະຈຳເດືອນ ສິງຫາ 2025 ຂອງລັດຖະບານ ກ່ຽວກັບວຽກງານຊີ້ນຳ, ບໍລິຫານເສດຖະກິດໃຫ້ເປັນລະອຽດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງເປົ້າໝາຍລວມໃນໄລຍະຈະມາເຖິງ ຍັງແມ່ນການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຕາມເປົ້າໝາຍທີ່ໄດ້ວາງອອກ, ຊຸກຍູ້ລະດັບເຕີບໂຕແຕ່ 8,3 – 8,5% ໃນປີ 2025, ຮັບປະກັບບັນດາຄວາມດຸ່ນດ່ຽງໃຫຍ່, ມີສະຖຽນລະພາບເພື່ອພັດທະນາ, ພັດທະນາເພື່ອມີສະຖຽນລະພາບ, ພັດທະນາໄວແຕ່ຕ້ອງຍືນຍົງ, ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນ. ທ່ານນັ້ນໜັກວ່າ ຕ້ອງກຳນົດແຈ້ງຈຸດໜັກ, ຈຸດສຸມ, ບຸລິມະສິດ, ມີແຜນການໃຫ້ເໝາະສົມ, ແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາກະຊວງ, ຂະແໜງການ, ອົງການໃນລະບົບການເມືອງ, ລະຫວ່າງສູນກາງ ແລະ ທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.