ຄົ້ນຫາຫວຽດນາມ

ຮ່ານາມ ເສີມຂະຫຍາຍທ່າໄດ້ປຽບເປັນສະຖານທີ່ທ່ອງທ່ຽວ ທີ່ຫາກໍ່ພົ້ນເດັ່ນແຖວໜ້າອາຊີ

ຮ່ານາມ ເສີມຂະຫຍາຍທ່າໄດ້ປຽບເປັນສະຖານທີ່ທ່ອງທ່ຽວ ທີ່ຫາກໍ່ພົ້ນເດັ່ນແຖວໜ້າອາຊີ

(VOVWORLD) -ໃນເດືອນ ກັນຍາທີ່ຜ່ານມາ ແຂວງ ຮ່ານາມເປັນຄັ້ງທຳອິດໄດ້ຮັບການເຊີດຊູ ແມ່ນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າອາຊີ ປີ 2024. ກ່ອນໜ້ານັ້ນໃນປີ 2023 ແຂວງ ຮ່ານາມ ໄດ້ຮັບການເຊີດຊູຈາກອົງການມອບລາງວັນທ່ອງທ່ຽວໂລກ ແມ່ນສະຖານທີ່ວັດທະນະທຳທ້ອງຖິ່ນແຖວໜ້າໂລກ. ປັດຈຸບັນແຂວງ ຮ່ານາມ ພວມຍູ້ແຮງການລົງທຶນ ເພື່ອຍົກລະດັບເຄື່ອງໝາຍສະຖານທີ່ທ່ອງທ່ຽວ ມຸ່ງໄປສູ່ການພັດທະນາແບບຍືນຍົງ.

ວັດເດັຍຕ້າງຟີລາຍ ຢູ່ແຂວງຮ່ານາມ

     ຮ່ານາມ ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ປະມານ 65 ກິໂລແມັດ. ນີ້ແມ່ນດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຈິດວິນຍານ, ວັດທະນະທຳ, ທ່ອງທ່ຽວທຳມະຊາດ ແລະ ອາຫານການກິນ. ບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍຄື ກຸ່ມວັດຕາມຈຸກ, ວັດເດັຍຕ້າງຟີລາຍ, ວັດບ່າແດັງ, ວັດເຈິ່ນເທືອງ… ບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຄື ໝູ່ບ້ານແພໄໝຍາສາ, ໝູ່ບ້ານເຮັດເຄື່ອງຈັກສານຫງອກດົ້ງ… ດ້ວຍທ່າແຮງຫຼາຍຢ່າງເຊັ່ນນັ້ນ ທ່ານນາງ ເລທິຖຸ໋ຍ ເລຂາຄະນະພັກແຂວງ ຮ່ານາມ ຢືນຢັນວ່າ:

    “ຮ່ານາມ ໄດ້ຮັບການເຊີດຊູ ແມ່ນສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົນເດັ່ນແຖວໜ້າອາຊີ, ສະຖານທີ່ວັດທະນະທຳທ້ອງຖິ່ນແຖວໜ້າໂລກ. ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ຮ່ານາມ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີລະດັບການພັດທະນາໄວ ມີທ່າແຮງບົມຊ້ອນ ເພື່ອພັດທະນາການທ່ອງທ່ຽວ”.

 ພ້ອມກັບບັນດາປະເພດທ່ອງທ່ຽວຈິດວິນຍານພວມມີທ່າແຮງຂອງງແຂວງ, ຮ່ານາມ ພວມເອົາໃຈໃສ່ພັດທະນາຮູບແບບທ່ອງທ່ຽວຊົນນະບົດ ໂດຍອີງໃສ່ພື້ນຖານຂູດຄົ້ນຄຸນຄ່າວັດທະນະທຳພື້ນເມືອງ ແລະ ສະພາບແວດລ້ອມທັດຊະນີຍະພາບຢູ່ທ້ອງຖິ່ນຢ່າງມີປະສິດທິຜົນ. ທ່ານ ເຈືອງກວັກຮຸຍ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນແຂວງ ຮ່ານາມ ໃຫ້ຮູ້ວ່າ:

  “ພວກຂ້າພະເຈົ້າພວມສຸມໃສ່ພັດທະນາການທ່ອງທ່ຽວຈິດວິນຍານ ແຕ່ເພື່ອດຶງດູດນັກທ່ອງທ່ຽວມາທ່ຽວຢູ່ແຂວງ ຮ່ານາມ ໃຫ້ຫຼາຍຂຶ້ນນັ້ນ ກໍ່ຕ້ອງມີຫຼາຍຜະລິດຕະພັນທ່ອງທ່ຽວ ໃນນັ້ນມີທ່ອງທ່ຽວກະສິກກຳ ທາງແຂວງພວມສຸມໃສ່ລົງທຶນ”.

ເພື່ອເສີມຂະຫຍາຍເຄື່ອງໝາຍສະຖານທີ່ວັດທະນະທຳທ້ອງຖິ່ນແຖວໜ້າໂລກນັ້ນ ແຂວງ ຮ່ານາມ ໄດ້ຍູ້ແຮງດຶງດູດນັກລົງທຶນໃຫຍ່ເຊິ່ງໂຄງການ Sun Urban City ຂອງກຸ່ມບໍລິສັດ SunGroup  ຫາກໍ່ເລີ່ມລົງມືກໍ່ສ້າງຢູ່ນະຄອນ ຝູຫຼີ ກໍ່ແມ່ນຫຼັກຖານອັນໜຶ່ງ. ໂຄງການນີ້ໝັ້ນໝາຍຈະເຮັດໃຫ້ໂສມໜ້າຕົວເມືອງປ່ຽນແປງໄປ, ເຊື່ອມຕໍ່ລະຫວ່າງເຂດ ແລະ ສ້າງຄວາມດູດດື່ມໃໝ່ໃຫ້ຂະແໜງທ່ອງທ່ຽວ ຮ່ານາມ. ທ່ານ ຮຸຍໃຫ້ຮູ້ຕື່ມອີກວ່າ:

    “ພວກຂ້າພະເຈົ້າເອົາໃຈໃສ່ເຊື້ອເຊີນບັນດານັກລົງທຶນໃຫຍ່ເຂົ້າມາລົງທຶນຢູ່ແຂວງ ສ້າງໃຫ້ມີຫຼາຍຜະລິດຕະພນທ່ອງທ່ຽວ, ຜູກມັດບັນດາຜະລິດຕະພັນທ່ອງທ່ຽວນຳກັນຢ່າງແໜ້ນແຟ້ນ ເພື່ອເຮັດແນວໃດດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ”.

    ແຂວງ ຮ່ານາມ ພວມວາງເປົ້າໝາຍດຶງດູດນັກລົງທຶນໃຫຍ່. ນອກຈາກ SunGroup, ລັດຖະບານກໍ່ຫາອະນຸມັດຜ່ານແຜນນະໂຍບາຍລົງທຶນໂຄງການເຂດອຸດສາຫະກຳ ດົ່ງວັນ 6 ອັນໄດ້ສ້າງຄວາມດູດດື່ມໃຫ້ແກ່ ຮ່ານາມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຊື່ອມຕໍ່ພັດທະນາຜະລິດຕະພັນທ່ອງທ່ຽວລະຫວ່າງເຂດ. ຕໍ່ໜ້າໂອກາດກ້າວກະໂດດຂັ້ນຢ່າງໃຫຍ່ຫຼວງຂອງແຂວງ ຮ່ານາມ, ທ່ານຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຫງວຽນເລ໊ຟຸກ ຖືວ່າ:

“ຮ່ານາມ ຄວນຍູ້ແຮງການນຳໃຊ້ບັນດາເຄື່ອງມືໂຄສະນາທັນສະໄໝ ແລະ ໝູນໃຊ້ເຕັກໂນໂລຊີດີຈີຕອນ ເພື່ອເຊື່ອມຕໍ່ ແລະ ໂຄສະນາພາບພົດການທ່ອງທ່ຽວຂອງທ້ອງຖິ່ນອອກສູ່ໂລກພາຍນອກ. ທີສອງ ແມ່ນສົ່ງເສີມການລົງທຶນ ກໍ່ສ້າງໂຄງລ່າງພື້ນຖານການທ່ອງທ່ຽວ, ຈາກລະບົບໂຮງແຮມພັດຕະຄານ ຕະຮອດເຂດບັນເທີງ, ອະນຸລັກເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ”.

ໃນ 9 ເດືອນຕົ້ນປີນີ້, ຮ່ານາມ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 4,3 ລ້ານຄົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ ສ້າງກໍ່ລັງໜູນຊຸກຍູ້ພັດທະນາຂອງຫຼາຍຂະແໜງການຂົງເຂດທີ່ແຕກຕ່າງກັນ. ແຂວງ ຮ່ານາມ ພວມວາງເປົ້າໝາຍເຖິງປີ 2030 ຈະຕ້ອນຮັບແຂກທ່ອງທ່ຽວ 10 ລ້ານເທື່ອຄົນ ແລະ ສຳຄັນແມ່ນແຂວງ ຮ່ານາມ ກາຍເປັນສະຖານທີ່ທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນບໍ່ອາດພາດໂອກາດແວ່ຢາມເມື່ອມາຮອດ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.