ຄົ້ນຫາຫວຽດນາມ

ເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນ: ການຫັນເປັນດີຈີຕອນ ແມ່ນຂໍກຸນແຈພັດທະນາແບບຍືນຍົງ

ເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນ: ການຫັນເປັນດີຈີຕອນ ແມ່ນຂໍກຸນແຈພັດທະນາແບບຍືນຍົງ

(VOVWORLD) -ໂດຍຖືກນອນຢູ່ເມືອງທຸ໋ຍວຽນນະຄອນຫ໋າຍຟ່ອງ, Shinecນາມເກົ່າກ່ຽນແມ່ນເຂດອຸດສາຫະກຳຊີວະພາບແຖວໜ້າໃນທົ່ວປະເທດພັດທະນາຕາມທິດເສດຖະກິດ ສັງຄົມ ສິ່ງແວດລ້ອມ “ສີຂຽວແລະຍືນຍົງ”. ນີ້ແມ່ນໂຄງການນຳໜ້າໃນການພັດທະນາເຂດອຸດສາຫະກຳຊີວະພາບ - ໝູນວຽນແລະມໍລະດົກ. Shinecນາມເກົ່າກ່ຽນໄດ້ນຳໃຊ້ການຫັນເປັນດີຈີຕອນປຽບເໝືອນຂໍກຸນແຈຊັບພະຄຸນໃຫ້ແກ່ວຽກງານບໍລິຫານແລະພັດທະນາແບບຍືນຍົງ

Shinec ນາມເກົ່າກ່ຽນແມ່ນເຂດອຸດສາຫະກຳຊີວະພາບແຖວໜ້າໃນທົ່ວປະເທດ
 ມາຮອດເຂດອຸດສາຫະກຳນາມເກົ່າກ່ຽນ, ຜູ້ຄົນທັງຫຼາຍມີຄວາມຮູ້ສຶກປຽບເໝືອນພວມກ້າວເຂົ້າສູ່ເຂດຊີວະພາບດ້ວຍສວນຕົ້ນໄມ້ ສະລ້ຽງປາ. ບັນດາເຂດອຸດສາຫະກຳໄດ້ຖືກວາງແຜນຜັງໃນເນື້ອທີ່ເກືອບ 170 ເຮັກຕາໃນຈຳນວນເນື້ອທີ່ເຂດອຸດສາຫະກຳທັງໝົດ 263 ເຮັກຕາ. 40% ເນື້ອທີ່ດິນທີ່ຍັງເຫຼືອແມ່ນໃຊ້ເພື່ອກໍ່ສ້າງບັນດາກິດຈະກຳໂຄງລ່າງສັງຄົມຄື ສວນສາທາລະນະ, ຕົ້ນໄມ້ຂຽວ, ດິນສາທະລະນະ, ໂຄງລ່າງຄົມມະນາຄົມ. ປັດຈຸບັນເຂດອຸດສາຫະກຳ ນາມເກົ່າກ່ຽນ ໄດ້ດຶງດູດຫຼາຍກວ່າ 60 ນັກລົງທຶນມາຈາກບັນດາປະເທດແລະເຂດແຄວ້ນໃນໂລກຄືຍີ່ປຸ່ນ, ສເກົາຫຼີ, ໂຮນລັງ, ອີຕາລີ, ສິງກະໂປ, ຈີນ… ມາຮອດປັດຈຸບັນເຂດອຸດສາຫະກຳນາມເກົ່າກ່ຽນນີ້ ໄດ້ນຳໃຊ້ດິນຮັບໃຊ້ອຸດສາຫະກຳ 100% ແລະພວມດຳເນີນການກໍ່ໍ່ສ້າງເຂດອຸດສາຫະກຳໄລຍະທີສອງ. ທ່ານຟ້າມຮົ່ງດຽບ ປະທານສະພາບບໍລິຫານ ຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນ Shinec ໃຫ້ຮູ້ວ່າ:

     “ການຫັນເປັນດີຈີຕອນມີບົດບາດສຳຄັນທີ່ສຸດໃນການຍົກສູງປະສິດທິຜົນການຜະລິດ, ການຄຸ້ມຄອງ ພິເສດສຳລັບວິສາຫະກິດມີພື້ນຖານໂຄງລ່າງດ້ວຍວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດເກືອບ 100 ແຫ່ງມາລົງທຶນໃນບັນດາຂະແໜງອາຊີບຕ່າງໆ. ພ້ອມກັບກົງຈັກບຸກຄະລາກອນຄຸ້ມຄອງທີ່ມີຄວາມຮູ້ຄວາມເຂົ້າໃຈ ສາມາດກຳແໜ້ນບັນດາຂົງເຂດວິຊາສະເພາະ, ທັກສະການຄຸ້ມຄອງນັ້ນ, ລະດັບແລະຂັ້ນຕອນແກ້ໄຂວຽກງານກໍ່ຕ້ອງການມີການໜູນຊ່ວຍເພື່ອແກ້ໄຂຄວາມຮຽກຮ້ອງຕ້ອງການທຸກຢ່າງຂອງລູກຄ້າ, ນຳໃຊ້ທ່າໄດ້ປຽບຂອງເຕັກໂນໂລຊີດີຈີຕອນເພື່ອເພີ່ມທະວີປະສິດທິຜົນການຜະລິດຄຸ້ມຄອງແລະການສ້າງມູນຄ່າເພີ່ມ”.

       ບັນດາການເຄື່ອນໄຫວຫັນເປັນດີຈີຕອນຢູ່ເຂດອຸດສາຫະກຳ ນາມເກົ່າກ່ຽນ ຖືກຜັນຂະຫຍາຍຢ່າງເປັນທາງການນັບແຕ່ປີ 2018 ດ້ວຍການປະຕິບັດໂຄງການຫັນເປັນດີຈີຕອນພ້ອມກັບ Base.vn .  ບັນດາລາຍການນຳໃຊ້ການຫັນເປັນດີຈີຕອນຢູ່ເຂດອຸດສາຫະກຳນີ້ໄດ້ສະສົມໃນໂປຣແກມພຽງຢ່າງດຽວ ອັນໄດ້ຊ່ວຍໃຫ້ຄະນະຄຸ້ມຄອງສາມາດບໍລິຫານງານ ຕີລາຄາຜົນການເຮັດວຽກ ປະສິດທິພາບການເຮັດວຽກຂອງບຸກຄະລາກອນ. ທ່ານຟ້າມຮົ່ງດຽບ ໃຫ້ຮູ້ຕື່ມອີກວ່າ:

       “ອາດເວົ້າໄດ້ວ່າການຫັນເປັນດີຈີຕອນກ່ຽວກັບລະບົບບໍລິຫານການເຄື່ອນໄຫວແມ່ນບາດກ້າວທຳອິດໃນວິວັດການນະວັດຕະກຳພັດທະນາເຂດອຸດສາຫະກຳຊີວະພາບ ນາມເກົ່າກ່ຽນແບບຍືນຍົງໃນໄລຍະກາງແລະໄລຍະຍາວ. ຄວາມເປັນເຈົ້າດ້ານເຕັກໂນໂລຊີແລະບໍລິຫານຜ່ານຊັອບແວໄດ້ຊ່ວຍໃຫ້ພວກຂ້າພະເຈົ້າບໍລິຫານວິສາຫະກິດຢ່າງຮັດກຸມ ສາມາດຄວບຄຸມສະພາບແວດລ້ອມ, ການຜະລິດ, ກຳມະກອນຢ່າງຮອບດ້ານ”.

      ນາມເກົ່າກ່ຽນພວມກາຍເປັນຮູບແບບຕົວຢ່າງກ່ຽວກັບການໝູນໃຊ້ການຫັນເປັນດີຈີຕອນໂດຍບັນດາອົງການສຳນັກງານ ຂະແໜງການວິສາຫະກິດທັງຢູ່ພາຍໃນແລະຕ່າງປະເທດມີຄວາມສົນໃຈແລະຢາກຮຽນຮູ້. ໃຫ້ຂໍ້ສັງເກດກ່ຽວກັບຮູບແບບຊີວະພາບສີຂຽວ ແລະ ຍືນຍົງດ້ວຍການນຳໃຊ້ການຫັນເປັນດີຈີຕອນໃນລະບົບບໍລິຫານ, ທ່ານ Heru Kustanto ຫົວໜ້າກົມອຸດສາຫະກຳກະຊວງອຸດສາຫະກຳອິນໂດເນເຊຍ ໃຫ້ຮູ້ວ່າ:

      “ພວກຂ້າພະເຈົ້າມີຄວາມປະຫຼາດໃຈທີ່ສຸດເມື່ອເຫັນວ່າຫຼາຍວິສາຫະກິດພ້ອມກັນຮ່ວມພັດທະນາ, ເຄື່ອນໄຫວໃນເຂດສີຂຽວ ສວຍງາມ ແລະ ກົມກຽວກັບທຳມະຊາດ. ຢູ່ພາຍໃນເຂດມີການເຄື່ອນໄຫວຢ່າງເປັນແບບເປັນແຜນຄົບວົງຈອນແລະໝູນວຽນໂດຍຜ່ານລະບົບບໍລິຫານດີຈີຕອນ. ພວກຂ້າພະເຈົ້າຕີລາຄາສູງບັນດາຄຳໝັ້ນສັນຍາ ແລະ ນະໂຍບາຍ  ເຊິ່ງລັດຖະບານຫວຽດນາມ ໄດ້ວາງອອກໃນການກໍ່ສ້າງບັນດາເຂດອຸດສາຫະກຳຊີວະພາບເຊັ່ນນີ້.

      ໃນຕະຫຼອດຂະບວນວິວັດແຫ່ງການສ້າງຄວາມ ເຂົ້າໃຈ ແລະ ການຫັນເປັນ ດິຈິຕອນ, ຄະນະ ຄຸ້ມຄອງເຂດອຸດສາຫະກໍາໄດ້ຊອກຫາແລະ ນໍາໃຊ້ ເຄື່ອງມືຈໍານວນຫຼາຍ. ເຖິງຢ່າງໃດກໍຕາມ, ບັນດາເຄື່ອງມືຍັງບໍ່ທັນສາມາດຕອບສະໜອງຄວາມຕ້ອງການດ້ານບໍລິຫານອັນໃຫຍ່ຫຼວງທີ່ Shinec ປາດຖະໜາ. ໃນໄລຍະຈະມາເຖິງ, ນາມເກົາກຽນ ມີແຜນການຮ່ວມມືກັບ Base ສືບຕໍ່ຄົ້ນຄ້ວາ, ອັບເດດລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອປັບປຸງລະບົບໃຫ້ເໝາະສົມກວ່າໃນການຄຸ້ມຄອງທົ່ວເຂດ ອຸດສາຫະກຳ ກໍ່ຄືການພັດທະນາບັນດາ ໂຄງການ ເຂດອຸດສາຫະກຳຊີວະພາບໃໝ່ໃນທົ່ວດິນແດນ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.