MAKE IN VIETNAM

ຕັດສິນໃຈນຳປະຊາຄົມວິສາຫະກິດດີີຈີຕອນ ຫວຽດນາມ ອອກ​ສູ່​ໂລກ

ຕັດສິນໃຈນຳປະຊາຄົມວິສາຫະກິດດີີຈີຕອນ ຫວຽດນາມ ອອກ​ສູ່​ໂລກ

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ການກຳນົດທິດຮອດປີ 2030” ໃນນັ້ນໄດ້ເນັ້ນໜັກເຖິງການຫັນເປັນດີຈີຕອນໃນທຸກຂົງເຂດຂອງຊີວິດສັງຄົມ. ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ, ການຊຸກຍູ້ການຮ່ວມມືກັບບັນດາປະເທດພັດທະນາໃນຂົງເຂດດີຈີຕອນແມ່ນມາດຕະການທີ່ສຳຄັນ. ການໜູນຊ່ວຍໃຫ້ປະຊາຄົມວິສາຫະກິດດີຈີຕອນຂອງ ຫວຽດນາມ ອອກສູ່ໂລກ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ພວມສຸມໃສ່ຜັນຂະຫຍາຍ.

ບໍລິສັດ ສະຕາ ໂທລະຄົມ ຈຳກັດ ຢູ່ ລາວ (ພາບ: congthuong.vn)
 

ໃນຊຸມປີມໍ່ໆມານີ້, ວິສາຫະກິດອຸດສາຫະກຳດີຈີຕອນ ຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວກ່ຽວກັບຈຳນວນ ແລະ ກຳລັງແກ້ງແຍ້ງ, ໃນເບື້ອງຕົ້ນໄດ້ສະໜອງບັນດາຜະລິດຕະພັນ, ການບໍລິການ, ມາດຕະການດີຈີຕອນ ໃຫ້ແກ່ກິດຈະກຳແຫ່ງການເພີ່ມຄວາມໄວໃນການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ຂອງປະເທດຊາດ, ປະກອບສ່ວນຮັດແຄບໄລຍະຫ່າງດີຈີຕອນໃນທົ່ວໂລກ, ພ້ອມກັບປະຊາຄົມວິສາຫະກິດສາກົນ ຮ່ວມແຮງຮ່ວມໃຈກັນສ້າງໂລກດີຈີຕອນ. ທ່ານ ຟານເຕິມ, ຮອງລັດຖະມົນຕີກະຊວງຖະແຫຼງການ ແລະ ການສື່ສານ ຖືວ່າ:

ພາຍຫຼັງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມນັ້ນ ຄວາມຕ້ອງການຫັນເປັນດີຈີຕອນພວມເກີດຂຶ້ນໃນທົ່ວໂລກ ແລະ ສ້າງຕະຫຼາດທີ່ໃຫຍ່ໃຫ້ແກ່ບັນດາຜະລິດຕະພັນ ແລະ ການບໍລິການເຕັກໂນໂລຢີດີຈີຕອນ. ແຕ່ໄລຍະຫ່າງດີຈີຕອນ ແລະ ຄວາມສາມາດໃນການນຳໃຊ້ການບໍລິການດີຈີຕອນຂອງປະຊາຊົນຢູ່ຫຼາຍເຂດ, ພິເສດແມ່ນບັນດາປະເທດພວມ ແລະ ດ້ອຍພັດທະນາ, ຍັງແມ່ນສິ່ງທ້າທາຍໃຫຍ່. ນີ້ແມ່ນກາລະໂອກາດໃຫຍ່ໃຫ້ແກ່ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ເປີດກວ້າງຕະຫຼາດ, ນຳເອົາພູມປັນຍາດ້ານເຕັກໂນໂລຢີຂອງຕົນ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫັນເປັນດີຈີຕອນ, ຍູ້ໄວວິວັດການກໍ່ສ້າງໂລກແຫ່ງດີຈີຕອນທົ່ວໂລກ.

ດ້ວຍເປົ້າໝາຍໂລກຮູ້ຈັກເຖິງ ຫວຽດນາມ ບໍ່ພຽງແຕ່ແມ່ນຈຸດນັດພົບເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ຊຸກຍູ້ບັນດາຜະລິດຕະພັນ Make in Vietnam ພິຊິດຕະຫຼາດທົ່ວໂລກ, ໃນຊຸມປີຜ່ານມາ, ວິສາຫະກິດເຕັກໂນໂລຢີດີຈີຕອນຂອງ ຫວຽດນາມ ໄດ້ບືນຕົວອອກສູ່ໂລກດ້ວຍຜົນສຳເລັດທີ່ດີ. ອາດເວົ້າເຖິງຄື: ກຸ່ມບໍລິສັດ Viettel ໄດ້ລົງທຶນຢູ່ຕ່າງປະເທດດ້ວຍລາຍຮັບກ່ວາ 3 ຕື້ USD ໃນປີ 2022. ກຸ່ມບໍລິສັດ FPT ສ້າງບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ, ຫັນເປັນດີຈີຕອນໃຫ້ແກ່ບັນດາປະເທດພັດທະນາຄື: ຍີ່ປຸ່ນ, ອາເມລິກາ ແລະ ມີລາຍຮັບກ່ວາ 1 ຕື້ USD ໃນປີ 2022. ລາຍຮັບຈາກການສົ່ງອອກການບໍລິການ ແລະ ມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານໃນປີ 2022 ຂອງວິສາຫະກິດ 1.000 ແຫ່ງ (ດ້ວຍການເຂົ້າຮ່ວມຂອງນັກວິສາວະກອນເຕັກໂນໂລຢີຂໍ້ມູນຂ່າວສານ) ບັນລຸກ່ວາ 2 ຕື້ 200 ລ້ານ USD.

ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ (ພາບ:  nhadautu.vn)

ໃນຂະນະນັ້ນ, ຄາດວ່າ ໃນທົ່ວປະເທດພວມມີວິສາຫະກິດກ່ວາ 40.000 ແຫ່ງ ພວມເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ດ້ວຍນັກວິສາວະກອນເຕັກໂນໂລຢີຂໍ້ມູນຂ່າວສານປະມານ 550.000 ຄົນ. ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຢູ່ ຫວຽດນາມ ມີຄວາມໝັ້ນໃຈວ່າ ມີຄວາມສາມາດຢ່າງພຽງພໍທີ່ຈະບືນຕົວຂຶ້ນອອກສູ່ໂລກ. ດັ່ງນັ້ນ, ໃນປີນີ້, ໜຶ່ງໃນບັນດາໜ້າທີ່ຈຸດສຸມເຊິ່ງກະຊວງຖະແຫຼງຂ່າວ ແລະ ການສື່ສານ ສຸມໃສ່ຜັນຂະຫຍາຍແມ່ນໜູນຊ່ວຍໃຫ້ແກ່ປະຊາຄົມວິສາຫະກິດດີຈີຕອນ ຂອງ ຫວຽດນາມ ອອກສູ່ໂລກ.

ຢູ່ເວທີປາໄສດີຈີຕອນ ຫວຽດນາມ - ອົດສະຕາລີ ທີ່ໄດ້ດຳເນີນຢູ່ນະຄອນ Syndey, ລັດ New South Wales ໃນວັນທີ 5 ສິງຫາ ຜ່ານມາແລ້ວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ໄດ້ສົມທົບກັບບັນດາຄູ່ຮ່ວມມື ອົດສະຕາລີ ເຊື່ອມຕໍ່, ໜູນຊ່ວຍບັນດາວິສາຫະກິດແລກປ່ຽນ, ທຳຄວາມລຶ້ງເຄີຍ, ສ້າງບັນດາການພົວພັນຮ່ວມມືໂດຍກົງ ເພື່ອພັດທະນາ ແລະ ສະໜອງບັນດາມາດຕະການຂອງວິສາຫະກິດຫວຽດນາມ ໃຫ້ແກ່ຕະຫຼາດ ອົດສະຕາລີ. ທ່ານ Ben Seymour ຜູ້ອຳນວຍການຝ່າຍດຳເນີນທຸລະກິດຂອງ ກຸ່ມບໍລິສັດຊອບແວ ອັດສະລິຍະ Modica ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ແມ່ນປະເທດທີ່ມີເຕັກໂນໂລຢີພັດທະນາ ແລະ ກຳລັງແຮງງານໃນຂະແໜງເຕັກໂນໂລຢີກໍ່ອຸດົມສົມບູນ. ຫວຽດນາມ ມີຫຼາຍບໍລິສັດເຕັກໂນໂລຢີ. ພວກຂ້າພະເຈົ້າກໍ່ເຫັນໄດ້ວ່າມີບໍລິສັດ ຫວຽດນາມ ຫຼາຍແຫ່ງຢູ່ ອົດສະຕາລີ ໄດ້ປະສົບຜົນສຳເລັດຢູ່ທີ່ນີ້, ເພາະສະນັ້ນ ພວກຂ້າພະເຈົ້າຖືວ່າ ນີ້ແມ່ນຕະຫຼາດທີ່ມີຫຼາຍກາລະໂອກາດ. ພ້ອມທັງຂະແໜງເຕັກໂນໂລຢີ ຫວຽດນາມ ກໍ່ມີການພັດທະນາ, ອີງຕາມພື້ນຖານແມ່ນຂະແໜງອຸດສາຫະກຳຊອບແວ ແລະ ນີ້ແມ່ນບັນດາທັກສະສຳຄັນຕໍ່ພວກຂ້າພະເຈົ້າເມື່ອພວກຂ້າພະເຈົ້າແມ່ນບໍລິສັດຊອບແວ. ການດຶງດູດຜູ້ມີຄວາມເກັ່ງກ້າສາມາດ ຈະເຮັດໃຫ້ ຫວຽດນາມ ພັດທະນາໄວກ່ວາ ແລະ ນີ້ແມ່ນສິ່ງທີ່ເປັນປະໂຫຍດຕໍ່ພວກຂ້າພະເຈົ້າ.

ໂດຍມີທັດສະນະດຽວກັນ, ທ່ານຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດໃຫ້ຄຳປຶກສາ Windsor Place, ອົດສະຕາລີ ກໍ່ໃຫ້ຂໍ້ສັງເກດວ່າ:

ຫວຽດນາມ ໄດ້ມີ 20 ປີແຫ່ງການພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານທີ່ດີເລີດ. ບັນດາສິ່ງທີ່ພວກເພື່ອນບັນລຸໄດ້ໃນໄລຍະປ່ຽນແປງໃໝ່ໄດ້ຊຸກຍູ້ຂົງເຂດການຜະລິດ, ປຸງແຕ່ງ, ການບໍລິການ ແລະ ຂະແໜງອຸດສາຫະກຳຢູ່ ຫວຽດນາມ. ຂ້າພະເຈົ້າຖືວ່າ ຈະມີກາລະໂອກາດຫຼາຍຢ່າງໃຫ້ແກ່ອົດສະຕາລີ ເພື່ອເຂົ້າຮ່ວມວິວັດທະນາການນີ້. ຫວຽດນາມ ພວມຢູ່ໃນວິວັດທະນາການພັດທະນາ ແລະ ວິວັດທະນາການນີ້ຈະຊ່ວຍ ອົດສະຕາລີ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ.

ພາຍຫຼັງໄລຍະຍາວທີ່ຖືກຜົນສະທ້ອນຈາກພະຍາດໂຄວິດ - 19, ພ້ອມກັບຄວາມຕ້ອງການກ່ຽວກັບການຫັນເປັນດີຈີຕອນເປັນຈຳນວນຫຼວງຫຼາຍໃນທົ່ວໂລກ, ວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍກາລະໂອກາດ, ນັ້ນແມ່ນນຳພູມປັນຍາ, ເຕັກໂນໂລຢີດີຈີຕອນຂອງ ຫວຽດນາມ ອອກສູ່ຕະຫຼາດສາກົນ. ປັດຈຸບັນ, ອິນເຕີເນັດ ແລະ ເຕັກໂນໂລຢີດີຈີຕອນ ນັບມື້ນັບສວມບົດບາດສຳຄັນ, ແຕ່ຍັງມີ 49% ປະຊາກອນທົ່ວໂລກ, ປະມານເກືອບ 4 ຕື້ຄົນ ຍັງບໍ່ທັນນຳໃຊ້ອິນເຕີເນັດ. ນີ້ທັງແມ່ນໂອກາດ, ທັງແມ່ນຄວາມຮັບຜິດຊອບປະກອບສ່ວນເຂົ້າໃນການຮັດແຄບໄລຍະດີຈີຕອນ, ສ້າງອະນາຄົດດີຈີຕອນທີ່ຍືນຍົງ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່ານັ້ນຫາກຍັງໃນທົ່ວໂລກອີກດ້ວຍ. ໃນຄວາມມານະພະຍາຍາມນັ້ນ, ບໍ່ອາດຂາດບົດບາດຂອງລັດຖະບານ ຫວຽດນາມ ໃນການເຊື່ອມຕໍ່, ຮ່ວມເດີນທາງ, ໜູນຊ່ວຍບັນດາວິສາຫະກິດແລກປ່ຽນ, ສ້າງຕັ້ງການພົວພັນຮ່ວມມືໂດຍກົງເພື່ອພັດທະນາ ແລະ ສະໜອງບັນດາຜະລິດຕະພັນ, ວິທີການແກ້ໄຂຂອງວິສາຫະກິດ ຫວຽດນາມ ໃຫ້ແກ່ຕະຫຼາດສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.