MAKE IN VIETNAM

Phenikaa ປະຕິບັດຄວາມຄາດຫວັງຢາກພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ

Phenikaa ປະຕິບັດຄວາມຄາດຫວັງຢາກພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ

(VOVWORLD) - ກຸ່ມບໍລິສັດ Phenikaa, ແມ່ນເຄື່ອງໝາຍການຄ້ານຳໜ້າ, ມີອິດທິພົນຊື່ສຽງຢູ່ ຫວຽດນາມ ແລະ ສາກົນ ກ່ຽວກັບວັດສະດຸທີ່ກ້າວໜ້າ, ວັດສະດຸນຳໃຊ້ໃນລະບົບນິເວດລະດັບສູງ, ຜະລິດຕະພັນອັດສະລິຍະ, ວິທີການແກ້ໄຂແບບອັດສະລິຍະ ແລະ ການຜະລິດອັດສະລິຍະ ທີ່ຫາກໍ່ເປີດນຳໃຊ້ໂຮງງານເອເລັກໂຕນິກອັດສະລິຍະ ແລະ ເຄື່ອງໝາຍ ຫຼອດໄຟ Led ສ່ອງແສງສະຫວ່າງPhenikaa Lighting ເພື່ອສຸຂະພາບແຫ່ງທຳອິດຢູ່ ຫວຽດນາມ. ດ້ວຍລະບົບນິເວດຄົບວົງຈອນ ຕາມຮູບແບບ 3 ຮ່ວມສຳພັນລະຫວ່າງ (ການສຶກສາ - ວິທະຍາສາດ - ການຜະລິດດຳເນີນທຸລະກິດ), Phenikaa ພວມຄ່ອຍໆປະຕິບັດຄວາມຄາດຫວັງປະກອບສ່ວນເຂົ້າໃນການພັດທະນາຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ, ສ້າງບັນດາຜົນງານໃນການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຢີ ທີ່ມີລັກສະນະນຳໃຊ້ເປັນສ່ວນໃຫຍ່ເຂົ້າໃນການດຳລົງຊີວິດຢູ່ລະດັບສູງ, ມີຜົນສະທ້ອນຢ່າງບຸກທະລຸໃນຂະແໜງເສດຖະກິດ ແລະ ວິທະຍາສາດ ຂອງຫວຽດນາມ.

ທ່ານໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa (ພາບ: baodautu.vn)

 

 ໃນໂລກ, ຮູບແບບລະບົບເຊື່ອມຕໍ່ລະຫວ່າງ ວິສາຫະກິດ, ມະຫາວິທະຍາໄລ ແລະ ບັນດາສູນຄົ້ນຄ້ວາວິທະຍາສາດ ໄດ້ກາຍເປັນບັນຫາທົ່ວໄປ ແລະ ໄດ້ພິສູດໃຫ້ເຫັນປະສິດທິຜົນ. ຢູ່ ຫວຽດນາມ, ຮູບແບບນີ້ ກໍ່ພວມຄ່ອຍໆໄດ້ສ້າງຕັ້ງຂຶ້ນ ແລະ ນຳເຂົ້າເຄື່ອນໄຫວ. ເຖິງຢ່າງໃດກໍ່ຕາມ, ສ່ວນຫຼາຍຍັງແມ່ນການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍເອກະລາດ, ກະແຈກກະຈາຍ; ມີພຽງແຕ່ຈຳນວນຫນ້ອຍວິສາຫະກິດ ອາດຈະສ້າງຕັ້ງ ແລະ ພັດທະນາພາຍໃນກຸ່ມ ຄືລະບົບນິເວດທີ່ຄົບຖ້ວນເພື່ອເປັນເຈົ້າການໃນການເຄື່ອນໄຫວຮູບແບບເຊື່ອມຕໍ່ນີ້ດ້ວຍກຳລັງແຮງພາຍໃນ. ແລະ Phenikaa ໄດ້ປະຕິບັດພາລະກຳນີ້.

ທ່ານໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa ແບ່ງປັນວ່າ, ກ່ອນນີ້ 3 ປີ, ລະບົບນິເວດ Phenikaa ໄດ້ສ້າງຂຶ້ນດ້ວຍ 3 ເສົາຄ້ຳຫຼັກນັ້ນແມ່ນ: ວິສາຫະກິດ - ການສຶກສາບຳລຸງສ້າງ - ການຄົ້ນຄ້ວາວິທະຍາສາດ ດ້ວຍຄາດຫວັງຢາກປະກອບສ່ວນເຂົ້າໃນການພັດທະນາພອນສະຫວັນ ແລະ ພູມປັນຍາ ຫວຽດ. ທ່ານກ່າວວ່າ:

 ໃນລະບົບວິເວດນີ້, ພ້ອມກັບການສ້າງຕັ້ງສະຖາບັນຄົ້ນຄ້ວາ, ສູນຄົ້ນຄ້ວາທີ່ໄດ້ລົງທຶນຕິດຕັ້ງວັດຖຸອຸປະກອນ ພວກຂ້າພະເຈົ້າກໍ່ສ້າງໂຄງປະກອບມະຫາວິທະຍາໄລ Phenikaa ຄືນໃໝ່ ຕາມຮູບແບບມະຫາວິທະຍາໄລປ່ຽນແປງໃໝ່ປະດິດຄິດສ້າງ, ລົງຕົວຈິງ ແລະ ຫັນຄວາມສາມາດບົ່ມຊ້ອນຂອງໄວໜຸ່ມໃຫ້ປະກົດຜົນເປັນຈິງ. ດ້ວຍຍຸດທະສາດ ແລະ ຮັບຮູ້ລະດັບຄວາມສຳຄັນຂອງວິທະຍາສາດເຕັກໂນໂລຢີໃນຍຸກສະໄໝຫັນເປັນດີຈີຕອນ, ພາຍຫຼັງ 3 ປີນັບແຕ່ເວລາພວກຂ້າພະເຈົ້າເລີ່ມດຳເນີນລະບົບນັ້ນ ມາຮອດປັດຈຸບັນລະບົບວິເວດ Phenika ລວມມີ 3 ຂົງເຂດ ບັນລຸໄດ້ຜົນງານເບື້ອງຕົ້ນທີ່ເປັນໜ້າຊື່ນຊົມ.

ລະບົບນິເວດດ້ວຍຮູບແບບ 3 ຂົງເຂດ (ການສຶກສາ - ວິທະຍາສາດ - ການຜະລິດດຳເນີນທຸລະກິດ) ໄດ້ຮັບຖືວ່າ ແມ່ນຍຸດທະສາດພັດທະນາເປັນເຈົ້າການ ແລະ ຍືນຍົງຂອງກຸ່ມບໍລິສັດ. ດ້ວຍຮູບແບບນີ້, Phenikaa ພວມຫັນວິໄສທັດກາຍເປັນກຸ່ມບໍລິສັດເຕັກໂນໂລຢີ - ອຸດສາຫະກຳແຖວໜ້າບົນພື້ນຖານການຜະລິດອັດສະລິຍະ, ເຕັກໂນໂລຢີອັດສະລິຍະ ແລະ ວັດສະດຸອັດສະລິຍະເປັນເທື່ອລະກ້າວ.

 ການ ມີ 2 ສະມາຊິກໃໝ່ໃນລະບົບນິເວດ Phenikaa ທີ່ຫາກໍ່ໄດ້ເປີດຕົວຫວ່າງມໍ່ໆມານີ້ (ເດືອນ ກໍລະກົດ 2022) ແມ່ນໂຮງງານເອເລັກໂຕນິກອັດສະລິຍະ Phenikaa ແລະ ເຄື່ອງໝາຍ ຫຼອດໄຟ Led  ສ່ອງແສງສະຫວ່າງ Phenikaa Lighting ທັງແມ່ນໝາກຜົນຈາກການເຄື່ອນໄຫວຮູບແບບ 3 ຂົງເຂດ, ທັງແມ່ນຕ່ອງໂສ້ສຳຄັນເພື່ອແນໃສ່ເພີ່ມທະວີກຳລັງໃຫ້ແກ່ລະບົບວິເນດ Phenikaa. ທ່ານ ໂຮ່ຊວັນນັງ, ປະທານກຸ່ມບໍລິສັດ Phenikaa ໃຫ້ຮູ້ວ່າ:

ໃນວິວັດການດຳເນີນທຸລະກິດ, ພວກຂ້າພະເຈົ້າຖືເນື້ອໃນຈິດໃຈມະນຸດສະທຳ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ພວກຂ້າພະເຈົ້າຕັດສິນໃຈເດີນຕາມທິດ ບຸກທະລຸ ສ້າງທ່າໄດ້ປຽບໃນການແກ້ງແຍ້ງ. ພວກຂ້າພະເຈົ້າໄດ້ເຕົ້າໂຮມບັນດານັກວິທະຍາສາດ, ນັບແຕ່ຂົງເຂດກົງຈັກ ຕະຫຼອດຮອດເອເລັກໂຕນິກ, ຟີຊິກເຕັກນິກ, ປັນຍາປະດິດ… ສ້າງຜະລິດຕະພັນໜຶ່ງເຊິ່ງເຮັດແນວໃດໃຫ້ຜູ້ນຳໃຊ້ຮູ້ສຶກສະດວກທີ່ສຸດ, ເໝາະສົມກັບທ່າອ່ຽງຫັນເປັນດີຈີຕອນທີ່ສຸດ. ໃນນັ້ນ, ພວກຂ້າພະເຈົ້າ ໄດ້ສ້າງບັນດາຜະລິດຕະພັນສ່ອງແສງສະຫວ່າງດ້ວຍເປົ້າໝາຍເພື່ອສຸຂະພາບຂອງມະນຸດ ແລະ ມຸ່ງໄປເຖິງການເປັນເຈົ້າການໃນລະບົບການສະໜອງ.

ບັນດາຜະລິດຕະພັນໄດ້ຮັບການຜະລິດຢູ່ໂຮງງານເອເລັກໂຕນິກ ອັດສະລິຍະ Phenikaa ດ້ວຍຂັ້ນຕອນຄວບຄຸມຄຸນນະພາບຢ່າງເຂັ້ມງວດ ຕາມມາດຖານສາກົນ. ໄປຄຽງຄູ່ກັບການສຸມໃສ່ການຜັນຂະຫຍາຍບັນດາວິທີການອອກແບບ, Phenikaa ຍັງສົມທົບກັບບັນດາຄູ່ຮ່ວມມືຕ່າງປະເທດ ເພື່ອຄ່ອຍໆຍົກລະດັບບັນດາຜະລິດຕະພັນນັ້ນບົນພື້ນຖານເຕັກໂນໂລຢີຫຼັກ. ທ່ານ Peter Neslon, ຜູ້ອຳນວຍການຮັບຜິດຊອບຜະລິດຕະພັນທົ່ວໂລກກ່ຽວກັບ LED ສ່ອງແສງສະຫວ່າງ ກຸ່ມບໍລິສັດ AMS Osram ຕີລາຄາວ່າ:

Phenikaa ພວມລົງມືເຂົ້າວິວັດການຜະລິດຜະລິດຕະພັນໃຫ້ແກ່ພາກພື້ນພວມພັດທະນາ, ວັດທະນາຖາວອນ, ພາກພື້ນພວມມີການເຕີບໂຕຢູ່ລະດັບໄວທີ່ສຸດໃນໂລກ. ໄປຄຽງຄູ່ກັບຄວາມໄວໃນການເຕີບໂຕ GDP ຢ່າງແຮງ, ອາຊີຕາເວັນອອກສ່ຽງໃຕ້ ຍັງແມ່ນເຂດທີ່ມີວິທີການແກ້ໄຂອັດສະລິຍະເປັນຈຳນວນຫຼາຍ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ໄດ້ຮ່ວມເດີນທາງກັບ Phenikaa, ໂດຍແມ່ນສ່ວນໜຶ່ງຂອງລະບົບນິເວດນີ້ ບໍ່ພຽງແຕ່ໃນຖານະເປັນນັກສະໜອງເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມຕະຫຼາດຜ່ານບັນດາຜະລິດຕະພັນທີ່ມີເຄື່ອງໝາຍດຽວກັນກັບ Phenikaa.

ປັດຈຸບັນ, Phenikaa Lighting ພວມມີ ຜະລິດຕະພັນ LED 5 ຊະນິດຫຼັກລວມມີ: Essenaa, Balagraa, Sunaa, Healthaa và Tunaturaa.

ໄປຄຽງຄູ່ກັບລັກສະນະທີ່ມີປະສິດທິຜົນຂອງລະບົບນິເວດ Phenikaa ດ້ວຍ ຮູບແບບ 3 ຂົງເຂດ, ການກຳເນີດຂອງໂຮງງານເອເລັກໂຕນິກອັດສະລິຍະ Phenikaa ແລະ ເຄື່ອງໝາຍ Phenikaa Lighting ກໍ່ເພື່ອແນໃສ່ປະຕິບັດຄວາມມຸ່ງມາດປາດຖະໜາຢາກໄດ້ປະກອບສ່ວນເຂົ້າໃນການພັດທະນາ ຄວາມເກັ່ງກ້າສາມາດ ແລະ ພູມປັນຍາ ຫວຽດ. ຈາກນັ້ນ ສ້າງບັນດາຜົນງານໃນການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຢີທີ່ມີລັກສະນະນຳໃຊ້ສູງໃນການດຳລົງຊີວິດ, ນຳມາເຊິ່ງບັນດາຜະລິດຕະພັນ "Make in Vietnam" ທີ່ມີຄຸນນະພາບທີ່ໂດດເດັ່ນ ເພື່ອຊີວິດທີ່ອັດສະລິຍະ, ມີຄວາມສະດວກໃຫ້ແກ່ມະນຸດ. ທ່ານ ຫງວຽນກວັນ ອະດີດລັດຖະມົນຕີກະຊວງວິທະນາສາດແລະ ເຕັກໂນໂລຢີ ຫວຽດນາມ ຢັ້ງຢືນວ່າ:

ພັກ ແລະ ລັດ ມີຄວາມເອົາໃຈໃສ່ເປັນພິເສດເຖິງການເປັນເຈົ້າການເຂົ້າຮ່ວມການປະຕິວັດອຸດສາຫະກຳ ຄັ້ງທີ 4. ນາຍົກລັດຖະມົນຕີ ກໍ່ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບໂຄງການຫັນເປັນດີຈີຕອນແຫ່ງຊາດ. ຂ້າພະເຈົ້າດີໃຈຫຼາຍ Phenikaa ແມ່ນກຸ່ມບໍລິສັດອຸດສາຫະກຳນຳໜ້າໃນຂົງເຂດຫັນເປັນດີຈີຕອນ, ຍ້ອນວ່າ ເປົ້າໝາຍສຸດທ້າຍຂອງການຫັນເປັນດີຈີຕອນແມ່ນສ້າງບັນດາຜະລິດຕະພັນອັດສະລິຍະເພື່ອຮັບໃຊ້ໃຫ້ແກ່ສັງຄົມ, ຈາກເຕັກໂນໂລຢີອັດສະລິຍະຕະຫຼອດຮອດຄົມມະນາຄົມອັດສະລິຍະ, ໂຮງງານອັດສະລິຍະ… ມຸ່ງໄປເຖິງປະເທດອັດສະລິຍະ. ເພາະສະນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ຜະລິດຕະພັນຂອງ Phenikaa, ນີ້ແມ່ນຜະລິດຕະພັນທີ່ມີຄວາມໝາຍສຳຄັນ ຍ້ອນວ່ານັ້ນແມ່ນຜະລິດຕະພັນທີ່ໄດ້ຜະລິດຈາກປະຊາຊົນຫວຽດນາມ.

    ການຄຸ້ມຄອງບໍລິຫານຢ່າງໂປ່ງໄສຕາມທຳນຽມຂອງສາກົນ, ການເຄື່ອນໄຫວຢ່າງມີປະສິດທິຜົນເພື່ອຜົນປະໂຫຍດອັນກົມກຽວລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ຖືຄວາມໝັ້ນຄົງຂອງສະພາບແວດລ້ອມນິເວດ ແລະ ສັງຄົມແມ່ນຄວາມຮຽກຮ້ອງຕ້ອງການເປັນຕາຍຂອງວິສາຫະກິດ. ດ້ວຍການກຳນົດທິດນັ້ນ, ກຸ່ມບໍລິສັດ Phenikaa ໄດ້ ແລະ ພວມສືບຕໍ່ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜະລິດຕະພັນ Make in Vietnam ທີ່ມີເຕັກໂນໂລຢີສູງ, ຄຸນນະພາບກ້າວກະໂດດຂັ້ນ ນຳມາເຊິ່ງການດຳລົງຊີວິດທີ່ອັດສະລິຍະ, ມີຜົນປະໂຫຍດເພື່ອສຸຂະພາບຂອງມະນຸດ, ນຳຜະລິດຕະພັນຂອງຊາວຫວຽດນາມ ໄປຂາຍຢູ່ຕະຫຼາດທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.