ປະເທດຊາດ ແລະ ຊາວຫວຽດນາມ

ນັກຮົບເກົ່າ ເລິມຊວັນກວາງ - ຜູ້ສ້າງເຂດວັດທະນະທຳ ໂຮ່ຈີມິນ.

ນັກຮົບເກົ່າ ເລິມຊວັນກວາງ - ຜູ້ສ້າງເຂດວັດທະນະທຳ ໂຮ່ຈີມິນ.

(VOVWORLD) -ໃນເຮືອນຫຼັງໜຶ່ງຢູ່ນະຄອນ ຖູດຶກ ນະຄອນ ໂຮ່ຈີມິນ, ນັກຮົບເກົ່າເລິມຊວັນກວາງ ໄດ້ສະຫງວນຊັ້ນໜຶ່ງມີເນື້ອທີ່ປະມານ 300 ຕາແມັດ ເພື່ອສ້າງເຂດວັດທະນະທຳ ໂຮ່ຈີມິນ. ກິດຈະກຳນີ້ໂດຍທ່ານຝັກໄຝ່ ພາຍຫຼັງເກືອບເຄິ່ງສະຕະວັດ. ທ່ານບໍ່ພຽງແຕ່ຮັກສາໃຫ້ສະເພາະຂອງຕົນເທົ່ານັ້ນ ຫາກຍັງເປີດປະຕູຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຊົມຊອກຮູ້ກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ ມິນອີກດ້ວຍ

ນັກຮົບເກົ່າເລິມຊວັນກວາງ

    ເຂົ້າຖັນແຖວກອງທັບນັບແຕ່ຄາວອາຍຸ 14 ປີ, ນັກຮົບເກົ່າ ເລິມຊວັນກວາງ ປີນີ້ອາຍຸ 70 ປີ ມີໄລຍະສູ້ຮົບຢູ່ສະໜາມຮົບເຂດທາງທິດຕາເວັນອອກພາກໃຕ້ເປັນເວລາ 5ປີ.ປີ 1942 ທ່ານພ້ອມກັບຊາວໜຸ່ມຫຼາຍຄົນອອກສູ່ພາກເໜືອເພື່ອຮ່ຳຮຽນ. ນັກຮົບເກົ່າ ເລິມຊວັນກວາງໃຫ້ຮູ້ວ່າ.

“ລະດູບານໃໝ່ປີ 1969 ຂະນະທີ່ຂ້າພະເຈົ້າຢູ່ສະໜາມຮົບພາກຕາເວັນອອກ ແລະ ໄດ້ງິນຄຳອວຍພອນປີໃໝ່ຜ່ານບົດກາບກອນຂອງປະທານ ໂຮ່ຈີມິນ ເມື່ອໄດ້ຟັງສຽງຂອງເພິ່ນຂ້າພະເຈົ້າກໍ່ໄດ້ເພີ່ມຄວາມເຊື່ອໝັ້ນກ່ຽວກັບອຸດົມການຂອງປະທານ ໂຮ່ຈີມິນ ກໍ່ຄືກິດຈະການປົດປ່ອຍປະເທດຊາດ. ກໍ່ຍ້ອນຄວາມເຊື່ອໝັັ້ນນີ້ເອງໄດ້ຊຸກຍູ້ຂ້າພະເຈົ້າຕ້ອງສ້າງເຂດວັດທະນະທຳ ເພື່ອສະແດງຄວາມເຄົາລົບນັບຖືປະທານ ໂຮ່ຈີມິນ”.

ເມື່ອພາພວກຂ້າພະເຈົ້າໄປຢ້ຽມຊົມເຂດວາງສະແດງມີເນື້ອທີ່ປະມານ 300 ຕາແມັດ, ທ່ານ ກວາງ ໃຫ້ຮູ້ວ່າ :ບັນດາຮູບຖ່າຍເອກະສານທີ່ເກັບກຳມາໄດ້ຈາກຫຼາຍບ່ອນ. ພິເສດຮູບພາບກ່ຽວກັບເສັ້ນທາງສາຍພູຫຼວງ, ຮູບຖ່າຍລົດຖັງຕຳໃສ່ປະຕູໂຂງທຳນຽບເອກະລາດ ເມື່ອວັນທີ 30 ເມສາ ປີ 1975 ພ້ອມກັບຮູບຖ່າຍປະຫວັດສາດຫຼາຍແຜ່ນຖືກທ່ານ ກວາງ ວາດພາບຢ່າງມີຊີວິດຊີວາ ທ່ານ ກວາງ ໃຫ້ຮູ້ອີກວ່າ:

: “ກ້າວເຂົ້າສູ່ເຂດວັດທະນະທຳກໍ່ຫັນປະຈັກຕາໜ່ວຍໂລກ ເຊິ່ງໄດ້ບັນທຶກໄລຍະທາງອອກໄປຕ່າງປະເທດ ຊອກຫາເສັ້ນທາງກູ້ຊາດຂອງເພິ່ນຢູ່ 30 ແລະ 40 ປະເທດໃນລໂກ. ຈາກນີ້ປະທານ ໂຮ່ຈີມິນ ໄດ້ສະສົມສະຕິປັນຍາລະດັບຄວາມຮູ້ຄວາມຄາດຫວັງມີສັນຕິພາບເອກະລາດຫ່ງຊາດ, ຄຸນທາດ ໂຮ່ຈີມິນ ເພື່ອກັບຄືນເມືອປະເທດນຳພາປະເທດຊາດຢ່າງສຳເລັດຜົນ. ສ່ວນນີ້ແມ່ນຮູບຈຳລອງ ປາກບໍ໊, ຫ້ວຍເລນິນ, ພູກາກມາກ, ນີ້ແມ່ນກອງປະຊຸມໃຫຍ່ ຢຽນຮົ່ງ ເມື່ອປີ 1945. ແລະ ກໍ່ຍັງມີວັດຖຸພັນສອງຢ່າງທີ່ເພິ່ນເຄີຍນຳໃຊ້ຄື ຈັກພິມດີດ ແລະ ເຄື່ອງຣາດີໂອ…”.

ດ້ວຍຄວາມຝັກໄຝ່ແນວຄວາມຄິດ ແລະ ເກັບກຳເອກສານມາເປັນເວລາ 50 ປີ, ມາເຖິງປີ 2018 ພາຍຫຼັງສ້ອມແປງເຮືອນຢູ່, ທ່ານໄດ້ຕັດສິນໃຈສະຫງວນຊັ້ນໜຶ່ງ ເພື່ອເປັນຫໍພິພິທະພັນສ່ວນຕົວກ່ຽວກັບປະທານ ໂຮຈ່ມິນ. ທ່ານ ກວາງ ໃຫ້ຮູ້ອີກວ່າ:

: “ເພື່ອສ້າງແນວຄວາມຄິດໃຫ້ເປັນຮູບປະທຳດ້ວຍໄລຍະ 50ປີ ແລະ ປະຕິບັດເປັນເວລາ 6 ເດືອນ, ປີ 2018 ຂ້າພະເຈົ້າໄດ້ເກັບກຳຢູ່ຫຼາຍບ່ອນ ແລະ ໃຊ້ເວລາຫຼາຍປີ ຢູ່ໃສເຮົາເຫັນເຄື່ອງວັດຖຸທີ່ສາມາດຍັງນຳໃຊ້ໄດ້ນັ້ນ, ຂ້າພະເຈົ້າກໍ່ຊື້ມາ ຫຼື ຂໍມາ. ຈາກນັ້ນເຮົາກໍ່ຕ້ອງຮວບຮວມ ແລະ ຈັດເປັນເຫດການເພື່ອສ້າງເຂດວັດທະນະທຳນີ້”                              (ເທບ).

ເມື່ອເລົ່າເລື່ອງກ່ຽວກັບປະທານ ໂຮ່ຈີມິນ ແຕ່ລະເທື່ອ, ທ່ານ ກວາງ ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນເຄົາບນັບຖື. ສຳລັບທ່ານແລ້ວ ຄຳສັ່ງສອນຂອງເພິ່ນປຽບເໝືອນເຂັ້ມຊີ້ທິດແກ່ແນວຄິດໃນຊີວິດຂອງທ່ານ. ທ່ານ ກວາງ ເວົ້າວ່າ:

“ປະທານ ໂຮ່ຈີມິນ ໄດ້ອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດຢາກຕໍ່ສູ້ກໍ່ຕ້ອງມີພູມປັນຍາ, ເພາະສະນັ້ນຂ້າພະເຈົ້າຢາກຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ, ເຮົາຕ້ອງມີພູມປັນຍາ, ຕ້ອງອ່ານປຶ້ມ, ນີ້ແມ່ນກຳລັງໜູນໃຫ້ຕົນເອງ”:

ແທນທີ່ເປີດປະຕູໃນໂອກາດພິເສດ, ຫໍພິພິທະພັນສ່ວນຕົວກ່ຽວກັບປະທານ ໂຮ່ຈີມິນ ຂອງທ່ານ ກວາງ ຍາມໃດກໍ່ເປີດປະຕູ ແລະ ທ່ານກໍ່ເປັນຜູ້ນຳທ່ຽວ ເພື່ອແນະນຳກ່ຽວກັບວັດຖຸພັນ ພ້ອມກັບບັນດາເລື່ອງລາວທີ່ມີຊີວິດຊີວາກ່ຽວກັບປະທານ ໂຮ່ຈີມິນ. ເພື່ອນ ຮວ່າງແອັງງອກ ຢູ່ນະຄອນ ໂຮ່ຈີມິນ ມາຢ້ຽມຊົມເຂດວັດທະນະທຳ ໂຮ່ຈີມິນ ຂອງທ່ານ ກວາງ ເປີດເຜີຍວ່າ:

“ຂ້າພະເຈົ້າໄດ້ໄປນຳພໍ່ແມ່ ແລະ ບັນດາເພື່ອນຂອງພໍ່ແມ່, ບັນດາຜູ້ເປັນນັກຮົບເກົ່າມາຢ້ຽມຊົມເຂດວັດທະນະທຳໂຮ່ຈີມິນຂອງລຸງ ກວາງ. ຂ້າພະເຈົ້າຕື້ນຕັນໃຈຫຼາຍ. ກິດຈະກຳນີ້ໂດຍລຸງເຮັດຢ່າງລະອຽດລະອໍ. ລຸງ ກວາງ ຕ້ອງສຸມຈິດສຸມໃຈຢ່າງສຸດຂີດຈຶ່ງສາມາດເຮັດໄດ້ໄວໜຸ່ມລຸ້ນພວກຂ້າພະເຈົ້າກໍ່ມີໂອກາດສາມາດເຂົ້າໃຈຫຼາຍກວ່າ ກ່ຽວກັບປະທານ ໂຮ່ຈີມິນ, ກ່ຽວກັບການຕໍ່ຕ້ານຂອງຊາດ ເພື່ອຍາດເອົາພື້ນຖານເອກະລາດໃນທຸກວັນນີ້”.

ໃນອາຍຸ 70 ປີ, ທ່ານ ເລິມຊັວນກວາງ ມີຄວາມຫວັງຢາກສ້າງເຂດວັດທະນະທຳ ໂຮ່ຈີມິນ ດ້ວຍເຕັກໂນໂລຊີ 4D ເພື່ອວາດພາບຢ່າງເຕັມສ່ວນກ່ຽວກັບຮູບຖ່າຍເອກະສານ ກ່ຽວກັບປະທານໂຮ່ຈີມິນ ເພື່ອຊ່ວຍຊາວ ຫວຽດນາມ ແລະ ເພື່ອນມິດສາກົນທີ່ຢາກຊອກຮູ້ກ່ຽວກັບປະທານ ໂຮ່ຈີມິນ ເພີ່ມຄວາມເຂົ້າໃຈຢ່າງແທ້ຈິງ ແລະ ມີຊີວິດຊີວາທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.