ປະເທດຊາດ ແລະ ຊາວຫວຽດນາມ

ຊຸດອາພອນປະຈຳເຜົ່າຂອງແມ່ຍິງ ແຂວງ ເຊີນລາ ເຕັມໄປດ້ວຍສີສັນຫລາກຫລາຍ

ຊຸດອາພອນປະຈຳເຜົ່າຂອງແມ່ຍິງ ແຂວງ ເຊີນລາ ເຕັມໄປດ້ວຍສີສັນຫລາກຫລາຍ

(VOVWORLD) -ປັດຈຸບັນ, ແຂວງ ເຊີນລາ ມີ 18 ຊົນເຜົ່າອ້າຍນ້ອງດຳລົງຊີວິດຢູ່ຮ່ວມກັນ, ແຕ່ລະຊົນເຜົ່າ ກໍລ້ວນແຕ່ມີຮີດຄອງປະເພນີທີ່ແຕກຕ່າງກັນ, ຕາມນັ້ນແລ້ວ, ຊຸດອາພອນກໍມີບັນດາເອກະລັກສະເພາະ ດ້ວຍສີສັນລວດລາຍທີ່ເປັນເອກກະລັກພິເສດ. ສຳລັບຊາວຊົນເຜົ່າ ຢູ່ແຂວງ ເຊີນລາ ເກືອບທັງໝົດ, ຊຸດອາພອນປະຈຳເຜົ່າ ແມ່ນໜຶ່ງໃນບັນດາປັດໄຈທີ່ສ້າງເປັນສີສັນວັດທະນະທຳຂອງເຜົ່າຕົນ. ຊຸດອາພອນ ທັງແມ່ນເຄື່ອງໝາຍທໍາອິດ ເພື່ອຮູ້ຈັກເຖິງ, ທັງເປັນການສ່ອງແສງເຖິງດ້ານເສດຖະກິດ, ສັງຄົມຂອງເຂດຊົນເຜົ່າ ແລະ ກໍ່ເປັນການຢັ້ງຢືນເຖິງຂີດໝາຍປະຫວັດສາດແຫ່ງຍຸກສະໄໝຂອງເຜົ່າພັນຕ່າງໆ.

ຜູ້ໃດທີ່ເຄີຍໄປຢ້ຽມຢາມເຂດ ໄຕບັກ (ທິດຕາເວັນຕົກສ່ຽງເໝືອຂອງ ຫວຽດນາມ) ກໍຕົກຕະລຶງຕໍ່ກັບຮູບຊົງຂອງບັນດາແມ່ຍິງເຜົ່າຜູ້ໄທ ໃນຊຸດອາພອນປະຈຳເຜົ່າ ດ້ວຍເສື້ອກ້ອມ, ສິ້ນສີດຳ ແລະ ຜ້າປຽວ (ແພຄຽນຫົວ) ເຊິ່ງໄດ້ປຽບເຫມືອນດອກບານທີ່ສວຍສົດງົດງາມ. ນັບແຕ່ຄາວຍັງນ້ອຍ, ແມ່ຍິງຊາວເຜົ່າຜູ້ໄທ ກໍໄດ້ຮຽນວິທີຮັດແພຮັດແອວ  ເພື່ອໃຫຍ່ຂຶ້ນມາ ຈຶ່ງມີຮູບຮ່າງແອວກິ່ວ. ຍ້ອນແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ບໍ່ວ່າຢູ່ໃນເກນອາຍຸໃດກໍລ້ວນແຕ່ມີຮູບຮ່າງທີ່ສະໝ່ຳສະເໝີ ແລະ ຍິ່ງມີຄວາມໂດດເດັ່ນກວ່າເມື່ອນຸ່ງຊຸດອາພອນປະຈຳເຜົ່າຂອງຕົນ. ເພື່ອໃຫ້ມີຊຸດອາພອນທີ່ດຶງດູດຕະການຕາຄືແນວນັ້ນ, ແມ່ຍິງເຜົ່າຜູ້ໄທ ຕ້ອງໄດ້ປະສົມປະສານຄວາມລະອຽດລະອໍແຕ່ລະຢ່າງໃຫ້ຄ່ອງແຄ້ວ, ຄຽງຄູ່ກັນນັ້ນ ສີສັນ, ຮູບແບບລວດລາຍ ຫຼື ເຄື່ອງປະດັບກໍຕ້ອງມີຫຼາຍຮູບຫລາຍແບບທີ່ສຸດ, ເໝາະສົມກັບເອກະລັກພິເສດສຳລັບຊາວໄທຂາວ ແລະ ໄທດຳ. ເອື້ອຍ ລໍ່ທິອ໋ຽນ, ຊາວເຜົ່າຜູ້ໄທ, ເມືອງ ມົກເຈົາ, ແຂວງ ເຊີນລາ ແບ່ງປັນວ່າ:

        “ດ້ວຍຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າຜູ້ໄທ, ສະນັ້ນ ເມື່ອໂອກາດວັນບຸນເຕັດ ຫຼື ງານບຸນຕ່າງໆວຽນມາ, ພວກຂ້າພະເຈົ້າກໍພ້ອມກັນນຸ່ງບັນດາຊຸດອາພອນປະຈຳເຜົ່າຂອງຕົນ. ສຳລັບຊົນເຜົ່າຜູ້ໄທ, ຈຸດທີ່ເອກອ້າງທະນົງໃຈທີ່ສຸດຂອງບັນດາແມ່ຍິງ ນັ້ນແມ່ນ ເສື້ອກ້ອມ ແລະ ສິ້ນ. ພິເສດ, ຈຸດສຳຄັນທີ່ບໍ່ອາດຂາດໄດ້ ເຊິ່ງໄປຄຽງຄູ່ກັນກັບຊຸດອາພອນ ນັ້ນແມ່ນ ຜ້າປຽວ (ແພຄຽນຫົວ). ຍາມໃດ ຂ້າພະເຈົ້າກໍ່ມີຄວາມເອກອ້າງທະນົງໃຈ ຍ້ອນໄດ້ເກີດມາເປັນຄົນຊາວເຜົ່າຜູ້ໄທ”.

ຜູ້ຍິງຊາວເຜົ່າໄທຢູ່ແຂວງເຊີນລາ ຊຸດອາພອນປະຈຳເຜົ່າ ກັບເສື້ອກ້ອມ, ສິ້ນສີດຳ ແລະ ຜ້າປຽວ

(ພາບ:VnExpress)

ເມື່ອໄປຢ້ຽມຢາມເຂດ ໄຕບັກ ໃນ 3 ເດືອນຕົ້ນປີຂອງທຸກປີ, ແຂກທ່ອງທ່ຽວຈະພົບເຫັນສີສັນຫລາກຫລາຍໃນບັນດາຊຸດອາພອນປະຈຳເຜົ່າຢູ່ເຂດພູສູງແຫ່ງນີ້.

 ແຕ່ສຳລັບຊາວເຜົ່າເມື່ອງແລ້ວ, ຊຸດອາພອນຂອງແມ່ຍິງຊາວເຜົ່ານີ້ ບໍ່ມີສີສັນຫຼາກຫຼາຍປານໃດ ແຕ່ມີຄວາມສະຫງ່າຜ່າເຜີຍ ສະ ແດງໃຫ້ເຫັນເຖິງຄວາມຊື່ສັດບໍລິສຸດ, ສຸພາບ ແລະ ມີຄວາມລະອຽດອ່ອນທີ່ສຸດ. ຊຸດອາພອນປະຈຳເຜົ່າລວມມີ ແພຄຽນຫົວ ເຊິ່ງເຮັດດ້ວຍແພສີຂາວ ເປັນຮູບສີ່ແຈສາກ. ຊຸດອາພອນຂອງແມ່ຍິງ ເຜົ່າເມື່ອງ ຢູ່ ເຊີນລາສ່ວນຫລາຍມີ 2 ສີ ຄື ສີໝາກຄໍ້ ແລະ ສີຂາວ. ເສື້ອປັນ (ເສື້ອສັ້ນ) ມີຜືນເສື້ອສັ້ນຕັ້ງແອວ, ຄໍເສື້ອແຈກລົງໜ້າເອິກ, ແຂນເສື້ອຍາວ. ທາງໃນແມ່ນປະເພດເສື້ອອ້ຽມ ພ້ອມກັບຫົວສິ້ນທີ່ພົ້ນຂຶ້ນຢູ່ລະຫວ່າງເສື້ອສັ້ນຂອງປ່ຽງນັ້ນ. ຈຸດເນັ້ນຂອງຊຸດອາພອນແມ່ນຢູ່ຫົວສິ້ນ ແລະ ຂອບສິ້ນ. ໄປຄຽງຄູ່ກັບສິ້ນແມ່ນຊຸດສ່າຕິກທີ່ເຮັດດ້ວຍເຄື່ອງເງິນ ໄດ້ເອົາມາໃສ່ສະໂພກຈາກທາງຫຼັງມາຫາທາງໜ້າ (ຊຸດສ່າຕິກນີ້ ໄດ້ໃສ່ພຽງແຕ່ໃນມື້ວັນບຸນເທົ່ານັ້ນ). ພິເສດ ໃນຊຸດອາພອນຂອງແມ່ຍິງ ເຜົ່າເມື່ອງ ແມ່ນມີແພສີຂາວຄຽນໃສ່ຫົວ. ຊາວເຜົ່າເມື່ອງ ມີຄວາມສຳນຶກກ່ຽວກັບແພສີຂາວ ປຽບເຫມືອນດັ່ງຄວາມບໍລິສຸດຜຸດຜ່ອງ, ຍອດຍິ່ງຂອງແມ່ຍິງ . ເອື້ອຍ ບຸ່ຍທິຖູຍເຢືອງ, ຊາວເຜົ່າເມື່ອງ, ເມືອງ ຟູ່ອຽນ ແບ່ງປັນວ່າ:

        “ຊຸດອາພອນຂອງຊົນເຜົ່າເມື່ອງ ທຳອິດເບິ່ງຄືລຽບງ່າຍ, ສີສັນກໍເປັນທໍາມະຊາດແຕ່ເມື່ອໄດ້ນຸ່ງເຂົ້າກັບຕົນຕົວແມ່ຍິງແລ້ວ ພັດຍິ່ງເພີ່ມຄວາມງົດງາມ, ສະຫງ່າລາສີໃນຄວາມຜຸດຜ່ອງຂອງແມ່ຍິງເຜົ່າເມື່ອງ ຕື່ມອີກ. ເມື່ອນຸ່ງຊຸດອາພອນປະຈຳເຜົ່າຕົນ ຂ້າພະເຈົ້າກໍຢາກນຳສະເໜີໃຫ້ທຸກຄົນຮູ້ກ່ຽວກັບສີສັນວັດທະນະທຳຂອງຊົນເຜົ່າຕົນ”.

        ສຳລັບ 18 ຊົນເຜົ່າອ້າຍນ້ອງທີ່ດຳລົງຊີວິດຢູ່ ແຂວງ ເຊີນລາ ນັ້ນ, ຊາວເຜົ່າ ມົ້ງ ກໍແມ່ນພາກສ່ວນໜຶ່ງຂອງຄວາມເປັນເອກະພາບໃນກຸ່ມກ້ອນມະຫາສາມັກຄີຂອງຊົນເຜົ່າ, ອັນໄດ້ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳບັນດາເຜົ່າຢູ່ ເຊີນລາ ມີຄວາມອຸດົມສົມບູນກວ່າອີກ. ຈຸດສະເພາະໃນຊຸດອາພອນຂອງຊົນເຜົ່າ ມົ້ງ ນັ້ນແມ່ນຊຸດອາພອນທີ່ງາມຕາ, ສີສັນແຈ້ງສົດໃສ, ລວດລາຍປະດັບປະດາກໍມີເອກະລັກສະເພາະ. ຊຸດອາພອນຂອງແມ່ຍິງ ເຜົ່າມົ້ງ ລວມມີ ເສື້ອຄໍແຈກລົງໜ້າເອິກ, ສິ້ນ, ສາຍຮັດແອວ ແລະ ແພພັນຂາ. ຄໍເສື້ອດ້ານໜ້າແຈກລົງເປັນຮູບຕົວວີ ( V ), ແຂນເສື້ອ 2 ເບື້ອງໄດ້ຖັກແສ່ວລວດລາຍຕາມລວງຂວາງ ດ້ວຍສີສັນຕ່າງໆ. ນີ້ແມ່ນບ່ອນທີ່ມີລວດລາຍຫຼາຍທີ່ສຸດ ເຊິ່ງເຮັດໃຫ້ເສື້ອຂອງຊາວເຜົ່າມົ້ງມີຄວາມໂດດເດັ່ນງາມຕາ. ສິ້ນຂອງແມ່ຍິງ ເຜົ່າມົ້ງ ແມ່ນປະເພດສິ້ນມີຫລາຍສີ ກັບການອອກແບບທີ່ອ່ອນໂຍນ ແລະ ນຸ້ມນວນຄືດັ່ງກີບດອກໄມ້. ຜືນສິ້ນແມ່ນສີຄາມມີຮູບລວດລາຍທີ່ໄດ້ຖັກແສ່ວ, ພິມດ້ວຍສີສັນທີ່ໜ້າຈັບໃຈ.

 ຊຸດອາພອນປະຈໍາເຜົ່າຂອງຊາວເຜົ່າມົ້ງ (ພາບ:baosonla.org.vn)

ກໍ່ເຊັ່ນດຽວກັນກັບເຜົ່າສ່ວນໜ້ອຍອື່ນໆ, ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ກຶມມຸ ກໍມີບັນດາຈຸດທີ່ໄດ້ຮັບຜົນສະທ້ອນຈາກຊາວເຜົ່າ ຜູ້ໄທ, ລວມມີ ຜ້າປຽວ (ແພຄຽນຫົວ), ເສື້ອກ້ອມດຳ, ແພຮັດແອວ, ສິ້ນທີ່ເຮັດດ້ວຍແພສີດຳ. ແຕ່ມີບາງຈຸດແຕກຕ່າງທີ່ອາດພົບເຫັນໃນຊຸດອາພອນປະຈຳເຜົ່ານີ້ແມ່ນ ວິທີພັນແພຂອງຊາວເຜົ່າ ກຶມມຸ. ລວດລາຍຢູ່ຜືນສິ້ນຂອງຊາວເຜົ່າ ກຶມມຸ ກໍສະແດງໃຫ້ເຫັນເຖິງການມີຫົວຄິດປະດິດສ້າງ, ເປັນເອກະລັກພິເສດດ້ວຍບັນດາການເຮັດເປັນຮູບດວງຕາເວັນ, ຮູບເດືອນ, ໂຕກວາງ, ໂຕຟານ, ນົກຍຸງ, ໄກ່ຟ້າ, ບັນດາດອກສະໝູນໄພ, ດອກກ້ວຍໄມ້… ສະນັ້ນ ຊຸດອາພອນຂອງຊາວເຜົ່າ ກຶມມຸ ຈຶ່ງມີລັກສະນະປະສົມປະສານກັນຢ່າງກົມກຽວໃນການອວດອ້າງຄວາມງາມຂອງພູຜາປ່າໄມ້ເຂດ ໄຕບັກ.

        ຊຸດອາພອນຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຖືວ່າ ແມ່ນສິ່ງທີ່ບົ່ງບອກ, ແມ່ນຈຸດວັດທະນະທຳຂອງເຜົ່າພັນ, ທ່ານ ຟ້າມກວັກແຄ້ງ ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊີນລາ, ເນັ້ນໜັກວ່າ:

        “ຊຸດອາພອນປະຈຳບັນດາເຜົ່າ ແມ່ນມໍລະດົກວັດທະນະທຳທີ່ຄົງຕົວມາຫຼາຍລຸ້ນຄົນ, ແມ່ນສານຂອງອະດີດຕະການທີ່ປະໄວ້ໃຫ້ລຸ້ນຄົນປັດຈຸບັນ, ການຮັກສາ ແລະ ອະນຸລັກຊຸດອາພອນປະຈຳເຜົ່າ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ. ຊຸດອາພອນປະຈຳເຜົ່າຈະຍັງຄົງຮ່ວມເດີນທາງພ້ອມກັບມະນຸດໄປອີກດົນນານ ແລະ ກາຍເປັນສິ່ງທີ່ບໍ່ອາດຂາດໄດ້ໃນຊີວິດສັງຄົມ”.

        ອາດເວົ້າໄດ້ວ່າ, ໃນການເຮັດຊຸດອາພອນປະຈຳເຜົ່າໃຫ້ສຳເລັດນັ້ນ, ແຕ່ລະຊົນເຜົ່າກໍລ້ວນແຕ່ມີມາດຖານສະເພາະກ່ຽວກັບຄວາມງາມກັບການອະນຸລັກ ແລະ ເສີມຂະຫຍາຍບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າ. ແຕ່ລະລວດລາຍ ລ້ວນແຕ່ແມ່ນເລື່ອງລາວກ່ຽວກັບໂລກະທັດ ແລະ ສະແດງເຖິງຄວາມມຸ່ງຫວັງເຖິງສິ່ງທີ່ດີງາມ ແລະ ສູງສົ່ງຂອງແຕ່ລະຊົນເຜົ່າ. ສິ່ງດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ ສີສັນວັດທະນະທຳບັນດາເຜົ່າເຂດ ໄຕບັກ ເວົ້າລວມ ແລະ ຂອງແຂວງ ເຊີນລາ ເວົ້າສະເພາະ ມີຄວາມອຸດົມສົມບູນຕື່ມອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.