ພາບສາລະຄະດີໂຮ່ວັນ - ແຫ່ງມໍລະດົກ “ຟື້ນຕົວ” ຄືນໃນແຕ່ລະຕອນແລງຂອງວັນອາທິດFacebookວັນພະຫັດ, 17:14, 02/04/2026VOV5[VOVWORLD] - ເຂດ ໂຮ່ວັນ ຂຶ້ນກັບກຸ່ມເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ ພັດຟົດຟື້ນຂຶ້ນໃນແຕ່ລະຕອນແລງຂອງວັນອາທິດ ດ້ວຍລາຍການສະແດງສິລະປະທີ່ເປັນມູນເຊື້ອເພື່ອຮັບໃຊ້ແຂກທ່ອງທ່ຽວ.ຮອດຍາມຕອນແລງຂອງວັນອາທິດ, ເຂດ ໂຮ່ວັນ ນີ້ພັດໄດ້ກາຍເປັນຈຸດນັດພົບດ້ານວັດທະນະທຳ, ແຫ່ງທີ່ບັນດານັກສິລະປິນຂອງສູນສິລະປະມູນເຊື້ອ UNESCO ແນະນຳບັນດາຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ເຖິງມະຫາຊົນ. ການເຄື່ອນໄຫວນີ້ບໍ່ພຽງແຕ່ປະກອບສ່ວນອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າສິລະປະທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງກາຍເປັນຂົວຕໍ່ນຳວັດທະນະທຳ ຫວຽດນາມ ເຂົ້າໃກ້ກັບເພື່ອນມິດສາກົນຫຼາຍກວ່າອີກດ້ວຍ. ຕາມນັກສິລະປະການ ຕະແຮ້ງ, ເລື່ອງນຳບັນດາຮູບແບບມໍລະດົກບໍ່ເປັນວັດຖຸນີ້ມາສະແດງຢູ່ເວທີສະແດງ ໂຮ່ວັນ ບໍ່ພຽງແຕ່ແມ່ນແຜນການຂອງວຽກງານເທົ່ານັ້ນ, ຫາກຍັງແມ່ນການວິວາທີ່ຜາສຸກໂດຍໄດ້້ສ້າງຂຶ້ນຈາກຄວາມສຸດຈິດສຸດໃຈຂອງຜູ້ມັກຮັກອາຊີບ (ພາບຖ່າຍ ນັກສິລະປິນ ຕະແຮ້ງ) ບັນດານັກສິລະປິນຂອງສູນສິລະປະທີ່ເປັນມູນເຊື້ອ UNESCO ກະກຽມຊຸດອາພອນພື້ນເມືອງກ່ອນການສະແດງ. ມີບັນດາຜູ້ໜຸ່ມ, ຜູ້ທີ່ພວມຢູ່ໃນເກນອາຍຸ 20 ປີ… … ແລະຍັງມີທັງບັນດານັກສິລະປີນໄດ້ໄປພ້ອມກັບດົນຕີມາເປັນເວລາດົນນານ. ພິເສດ, ບົດລະຄອນໄດ້ປ່ຽນໃໝ່ຢ່າງຕໍ່ເນື່ອງ ແລະ ບໍ່ຊ້ຳກັນໃນແຕ່ລະມື້ສະແດງ, ລາຍການໄດ້ນຳເອົາການສັງເກດດ້ວຍຫຼາຍແງ່ມູມກ່ຽວກັບສິລະປະທີ່ເປັນມູນເຊື້ອໃຫ້ແກ່ມະຫາຊົນ ແລະ ແຂກທ່ອງທ່ຽວສາກົນ. ຜູ້ຊົມພວມຕັ້ງໃຈຕິດຕາມລາຍການສະແດງ, ຫຼາຍຄົນກໍ່ບັນທຶກລາຍການດ້ວຍໂທລະສັບມືຖື. ໂດຍຜ່ານຮົ້ວກີດຂວາງດ້ານພາສາ, ດົນຕີພື້ນເມືອງຢູ່ ໂຮ່ວັນ ໄດ້ກາຍເປັນຂົວເຊື່ອມຕໍ່ຈິດວິນຍານຂອງຄວາມຮັກໃນວັດທະນະທຳໃນທົ່ວທຸກແຫ່ງໃນໂລກ. Add a comment or questionThis site is protected by reCAPTCHA and the Google Privacy Policy and Terms of Service apply.