ຜູ້​ຟັງ​ກັບ​ພາກ​ພາ​ສາ​ລາວ

10 ປີ ບັນດາຄອບຄົວຊາວ ຫວຽດນາມ ໄດ້ຮັບນັກສຶກສາ ລາວໄປຢູ່ນຳ

[VOVWORLD] - ໝາກຜົນຂອງລາຍການຍັງສະແດງອອກຜ່ານເລື່ອງ ນັກສຶກສາລາວ ທີ່ມີພໍ່ແມ່ລ້ຽງຊາວ ຫວຽດນາມ ລ້ວນແຕ່ມີຜົນການຮຽນທີ່ດີ.

ໃນ​ອາ​ທິດ​ຜ່ານ​ມາ, ພະ​ແນກ​ກະ​ຈາຍ​ສຽງ​ບັນ​ດາ​ລາຍ​ການ​ພາກພາ​ສາ​ຕ່າງ​ປະ​ເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 403 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອ​ນ ຄຳ​ປະ​ສົງ ຢູ່​ຫຼວງ​ພະ​ບາງ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ​ໂດຍ​ແບ່ງ​ປັນ​ວ່າ: ປີ 2026, ເມືອງ​ເກົ່າ​ ຫຼວງ​ພະ​ບາງ ຈະ​ຈັດ​ບຸນ​ປີ​ໃໝ່ ລາວ ພິ​ເສດ​ແຕ່​ວັນ​ທີ 11 – 20 ເມ​ສາ 2026, ແກ່ຍາວ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ບຸນ​ປີ​ໃໝ່​ປະ​ເພນ​ີ ເພື່ອ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ຢູ່​ທົ່ວ​ທຸກ​ແຫ່ງ​ເຂົ້າ​ຮ່ວມ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ​ນັ້ນ​ຈະ​ມີ​ບັນ​ດາ​ການ​ເຄື່ອນ​ໄຫ​ວ, ຄື: ພິ​ທີສົງ​ພະ​ພຸດ​ທະ​ເຈົ້າ​ທີ່​ສັກ​ສິດ, ພິ​ທີນີ້ິ້​ມີ​ຄວາມ​ໝາຍ​ຂໍ​ຄວາມ​ສະ​ຫງົບ ແລະ ໂຊກ​ລາບ​ໃຫ້​ແກ່​ປີ​ໃໝ່; ພິ​ທີ​ແຫ່ນາກ; ພິ​ທີ​ແຫ່​ຂະ​ບວນ​ຊ້າງ, ງານ​ຕະ​ຫຼາດ​ນັດ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ພື້ນ​ເມືອງ​ອື່ນໆ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ແຂກ​ທ່ອງ​ທ່ຽວ ຫວຽດ​ນາມ ຫຼາຍ​ຄົນໄປ​ຮ່ວມ​ງານ​ບຸນນີ້.

ເພື່ອນ ຄຳ​ສີ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ຮ່າ​ໂນ້ຍ, ໄດ້​ສົ່ງ​ຂໍ້​ຄວາມມາ​ທາງ Facebook, ແບ່ງ​ປັນ​ວ່າ: ວັນ​ທີ 27 ມີ​ນາ ຜ່ານ​ມາ, ຢູ່​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ໄປ​ສະ​ນີ​ ໂທ​ລະ​ຄົມມະ​ນາ​ຄົມ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫຼຸບ​ວຽກ​ງານ​ການ​ສຶກ​ສາ ແລະ ການຄຸ້ມ​ຄອງ​ນັກ​ສຶກ​ສາ ລາວ ທີ່ ສ​ສ.ຫວຽດ​ນາມ ສົກ​ຮຽນ 2025 – 2026 ແລະ ​​ທິດ​ທາງແຜນ​ການ​ສົກ​ຮຽນ 2026 – 2027. ຕາມ​ຂໍ້​ມູນ​ຈາກກອງ​ປະ​ຊຸມ, ມາ​ຮອດ​ປະ​ຈຸ​ບັນ, ມີ​ນັກ​ຮຽນ​ລາວ 12.186 ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ຫຼາຍ​ສະ​ຖານ​ບຳ​ລຸງ​ສ້າງ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ. ນີ້​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ ລາວ ໃນ​ອະ​ນາ​ຄົດ. ໂດຍ​ເລີ່ມ​ມາ​ຈາກ​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງໜ້າ​ໃນ​ວຽກ​ງານ​ບຳ​ລຸງ​ສ້າງ ແລະ ຄົ້ນ​ຄວ້າ​ຂອງ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ນັກ​ຄົ້ນ​ຄວ້າ​ຂອງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, 2 ພັກ, 2 ລັດ​ຖະ​ບານ​ຂອງ ຫວຽດ​ນາມ ແລະ ລາວ ຈະ​ສືບ​ຕໍ່​ຮັກ​ສາ, ເປີດກວ້າງ​ການ​ແລກ​ປ່ຽນ​ທຶນ​ການ​ສຶກ​ສາ, ໃນ​ນັ້ນ, ຫວຽດ​ນາມ ໄດ້​ຮັບ​ເອົາ​ນັກ​ສຶກ​ສາ​ ລາວ ມາ​ຮ່ຳ​ຮຽນ​ຢູ່​ຫຼາຍຂັ້ນ​ຮຽນ ແລະ ມີ​ຫຼາຍ​ຮູບ​ແບບ​ທຶນ​ການ​ສຶກ​ສາ​ທີ່ແຕກ​ຕ່າງ​ກັນ. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ ລາວ.

ເພື່ອນ ວົງ​ຄຳ, ຢູ່​ແຂວງ ອຸ​ດົມ​ໄຊ ໄດ້​ສົ່ງ​ອີ​ເມວ​ມາ​ຫາ​ລາຍ​ການ ດ້ວຍ​ເນື້ອ​ໃນ​ທີ່​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຟັງກ່ຽວ​ກັບ​ລາຍການນັກສຶກສາລາວ ທີ່​ຮຽນ​ຢູ່ ຫວຽດ​ນາມ ຮັບຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ຂອງ​ໂຮງ​ຮຽນ​ມິດ​ຕະ​ພາບ T80. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ ​ລາຍ​ການນີ້​ຍັງ​ໄດ້​ປະ​ຕິ​ບັດ​ບໍ່?

ເພື່ອນ ວົງ​ຄຳ ທີ່​ຮັກ​ແພງ, ໂຮງ​ຮຽນ​ມິດ​ຕະ​ພາບ T80 ແມ່ນ​ໂຮງ​ຮຽນ​ສະ​ເພາະ, ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ກ່ຽວ​ກັບ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ວຽກ​ງານ​ຊົນ​ເຜົ່າ​ຂອງ​ພັກ ແລະ ລັດ ຫວຽດ​ນາມ. ໂດຍ​ເລີ່ມ​ຈາກ​ຄວາມ​ຫວັງ​ວ່າ ເພື່ອ​ໃຫ້​ນັກ​ສຶກ​ສາ​ ລາວ ແຕ່​ລະ​ຄົນ ໃນ​ການ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມິດ​ຕະ​ພາບ T80 ບໍ່​ພຽງ​ແຕ່​ມີ​​ໂຮງ​ຮຽນ​, ຄູ​ອາ​ຈານ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄອບ​ຄົວ ຫວຽດ​ນາມ ເພື່ອ​ແບ່ງ​ປັນ, ສ້າງ​ຄວາມ​ຮັກ​ແພງ. ນັບ​ແຕ່​ປີ 2017, ໂຮງ​ຮຽນ​ໄດ້​ສົມ​ທົບ​ກັບ​ສາ​ຂາສະມາຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເຊີນ​ໄຕ ພ້ອມ​ກັນ​ຜັນ​ຂະ​ຫຍາຍລາຍ​ການ​ນັກສຶກສາລາວ ທີ່​ຮຽນ​ຢູ່ ຫວຽດ​ນາມ ຮັບຄອບຄົວພໍ່ແມ່ລ້ຽງຊາວ ຫວຽດນາມ. ຜົນ​ສ​ຳ​ເລັດ​ຂອງ​ລ​າຍ​ການ​ໄດ້​ຮ​ັບ​ການ​ແຜ່​ຂະ​ຫຍາຍ. ມາ​ຮ​ອດ​ປະ​ຈຸ​ບັນ, ​ນັກ​ສຶກ​ສາ ລາວ 100% ໄດ້​ມີ​ຄອບ​ຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ​ຮັບໄປ​ຢູ່​ນຳ​ແລ້ວ.

ພາຍ​ຫຼັງ​ຜັນ​ຂະ​ຫຍາຍ​ຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວ​ລາ 10 ປີ, ​ບັນ​ດາ​ຄອບ​ຄົວ​ຊາວ ຫວຽດ​ນາມ ໄດ້​ຮັບ​ນັກ​ສຶກ​ສາ ລາວ ກວ່າ 1.000 ຄົນ​ໄປ​ຢູ່​ນຳ​. ຜ່ານ​ລາຍ​​ການ, ບັນ​ດາ​ນັກ​ສຶກ​ສາ​ລາວ ​ມີ​ຄອບ​ຄົວ​​ທີ 2 ຢ​ູ່ ຫວຽດ​ນາມ ຢ​່າງ​ແທ​້​ຈິງ. ໝາກ​ຜົນ​ຂອງ​ລາຍ​​ການ​ຍັງ​ສະ​ແດງ​ອອກ​ຜ່ານ​ເລື່ອງ ນັກ​ສຶກ​ສາ​ລາວ ທີ່​ມີພໍ່ແມ່ລ້ຽງ​ຊາວ ຫວຽດ​ນາມ ລ້ວນ​ແຕ່​ມີ​ຜົນ​ການ​ຮຽນ​ທີ່​ດີ. ບັນ​ດາ​ຄູ​ອາ​ຈາ​ນ ແລະ ພິ​ເສດ​ແມ່ນ​ບັນ​ດາ​ຄອບ​ຄົວພໍ່ແມ່ລ້ຽງຊາວ ຫວຽດນາມ ຈະ​ຊ່ວຍ​ໃຫ້ພ​ວກ​ນ​້ອງ​ຮັກ​ຮຽນ ​ລາວ ມີ​ຄວາມ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ຮີດ​ຄອ​ບ​ປະ​ເພນ​ີຂອງ ຫວຽດ​ນ​າມ, ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ກຳ​ລັງ​ໃຈ, ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຮ່ຳ​ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ສຶບ​ຕໍ່​ເປັນ​ຂົວ​ຕໍ່ແບບ​ຍື​ນ​ຍົງ​ໃຫ້​ແກ່​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ. ປະ​ຈຸ​ບັນ, ທາງ​ໂຮງ​ຮຽນ ຍັງ​ສືບ​ຕໍ່​ຈັດ​ລາຍ​ການ​ດັ່​ງ​ກ່າວ.

ເພື່ອ​ນ ​ວຽງຄຳ, ດຳ​ລົງ​ຊີ​ວິດຢ​ູ່​ແຂວງ ວຽງ​ຈັນ, ໄດ້​ສົ່ງ​ຂໍ້​ຄວາມ​ມາທາງ FB ດ້ວຍ​ເນື້ອ​ໃນ​ທີ່​ວ່າ: ຜ່ານ​ລາຍ​ການ​​ສະ​ຫຼຸບຂ່າວ​ເດັ່ນ ຫວຽດ​ນາມ - ລາວ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ​ໂດຍ​ຫຍໍ້​ກ່ຽວ​ກັບ​ແຜນ​ການ​ສ້າງ​ເຂດ​ເສດ​ຖະ​ກິດດ​່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ. ໃນ​ອະ​ນາ​ຄົດ​ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົວ​ຕໍ່ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງດັ່ງ​ກ່າວ.

ເພື່ອ​ນ ວຽງ​ຄຳ ທີ່​ຮັກ​ແພງ, ຫວ່າງມໍ່ໆ​ມານີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຊັນ​ປະ​ກາດໃຊ້ຂໍ້​ຕົກ​ລົງ​ເລກ​ທີ 439, ລົງ​ວັນ​ທີ 16 ມີ​ນາ 2026 ອະ​ນຸ​ມັດ​ການ​ດັດ​ປັບ​ການ​ວາງ​ແຜນຜັງກໍ່​ສ້າງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ (ແຂວງ ຮ່າ​ຕິ້ງ) ຮອດ​ປີ 2045. ກາ​ນ​ວາງ​ແຜນ​ຜັງໃໝ່​ໄດ້​ວາງ​ເປົ້າ​ໝາຍພັດ​ທະ​ນາ​ເຂດນີ້​ໃຫ້​ກາຍ​ເປັນ​ຂົວ​ຕໍ່​ດ້າ​ນ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ໃນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ - ຕ​າ​ເວັນ​ຕົກ, ພ້ອມ​ກັນ​ນັ້ນ ກໍ່​ແມ່ນ​ປະ​ຕູ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ລາວ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຊີ້​ແຈ​້ງວ່າ ຮູບ​ແບບ​ການ​ພັດ​ທະ​ນາ​ຂອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ທິດ​ສັງ​ລວມ, ຫຼາຍ​ຂົງເຂດ, ລວ​ມ​ມີ ການ​ຄ້າ, ການ​ບໍ​ລິ​ການ, logistics,  ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ - ປ່າ​ໄມ້, ການທ່ອງ​ທ່ຽວ ແລະ​ ເຂດ​ຕົວ​ເມືອງ. ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ເຂດ​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ສາ​ກົນ ເກົ່າ​ແຈວ ໄດ້​ສຸມໃສ່ 5 ເສົາ​ຄ້ຳ​ຕົ້​ນ​ຕໍ. ທີ 1, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ດ່າ​ນ​ຊາຍ​ແດນ ຫວຽດ​ນາມ - ລາວ. ​ທີ 2,  ພັດ​ທະ​ນາ​ກະ​ສິ​ກຳ, ປ່າ​ໄມ້ ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ຕິດ​ພັນ​ກັບ​ລະ​ບົບ​ຊີ​ວະ​ພາບ​ທຳ​ມະ​ຊາດ. ທີ 3, ຍູ້​ແຮງ​ການ​ທ່ອງ​ທ່ຽວ​ດ່ານ​ຊາຍ​ແດນ ແລະ ທ່ອງ​ທ່ຽວ​ຊີ​ວະ​ພາບ. ທີ 4, ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ​ອຸດ​ສາ​ຫະ​ກຳ​ນ້ອຍຫັດ​ຖະ​ກຳ ແລະ logistics. ສຸ​ດ​ທ້າຍ, ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ບັນ​ດາ​ປັດ​ໄຈ​ວັດ​ທະ​ນະ​ທຳ - ສັງ​ຄົມ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.