ສາລະຄະດີ

ແມ່​ຍິງ ອຽນ​ບ໊າຍ Startup ເພຶ້​ອ​ສ້າງ​ບ້ານ​ເກີດ​ເມືອງນອນ

ແມ່​ຍິງ ອຽນ​ບ໊າຍ Startup ເພຶ້​ອ​ສ້າງ​ບ້ານ​ເກີດ​ເມືອງນອນ

(VOVWORLD) - ໃນຊຸມປີຜ່ານມາ, ສະມາຄົມແມ່ຍິງທຸກຂັ້ນຂອງແຂວງອຽນບ໊າຍ ຍາມໃດກໍ່ຮ່ວມເດີນທາງ, ຊ່ວຍເຫຼືອເອື້ອຍນ້ອງແມ່ຍິງໃນການ Startup, ພັດທະນາເສດຖະກິດ, ສ້າງຄວາມຮັ່ງມີໃນບ້ານເກີດເມືອງນອນຂອງຕົນ. ພິເສດ, ໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025” ໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍການເຄື່ອນໄຫວທີ່ລະອຽດ, ແທດຈິງ, ໄດ້ຊ່ວຍໃຫ້ເອື້ອຍນ້ອງແມ່ຍິງປ່ຽນແປງຄວາມຮັບຮູ້ເທື່ອລະກ້າວ, ປຸກລຸກຈິດໃຈ, ຄວາມສາມາດບົ່ມຊ້ອນ, ນະວັດຕະກຳ, ຊ່ວຍສະມາຊິກສະມາຄົມ ປະສົບຜົນສຳເລັດໃນການ Startup.

ການປູກຕົ້ນໄມ້ກິນໝາກໄດ້ຮັບການພັດທະນາດ້ວຍແມ່ຍິງຢູ່ແຂວງອຽນບ໊າຍ ຫຼາຍຄົນ

 ໂດຍນຳໃຊ້ໜອງທາກບາ, ເອື້ອຍ ດົ່ງທິຮ່ຽນ, ຢູ່ເທດສະບານ ອຽນບິ່ງ, ເມືອງ ອຽນບິ່ງ, ແຂວງ ອຽນບ໊າຍ ໄດ້ສ້າງສະຫະກອນ ຜະລິດປຸງແຕ່ງຜະລິດຕະພັນ ໄຕບັກ ຮ່ຽນວິງ, ຜະລິດ, ດຳເນີນທຸລະກິດປາແຫ້ງຊະນິດຕ່າງໆເປັນຕົ້ນ. ເພື່ອຕອບສະໜອງໄດ້ຄວາມຕ້ອງການໃນການຊົມໃຊ້ກໍ່ຄືສ້າງວຽກເຮັດງານທຳປະຈຳໃຫ້ແກ່ບັນດາສະມາຊິກສະຫະກອນ, ເອື້ອຍ ຮ່ຽນ ໄດ້ລົງທຶນລະບົບຕ່ອງໂສ້ໃນການຜະລິດທີ່ທັນສະໄໝ. ບັນດາຜະລິດຕະພັນໂດຍ ສະຫະກອນຜະລິດຍາມໃດກໍ່ສົດ, ໄດ້ຮັບໃບຢັ້ງຢືນສຸຂະອານາໄມດ້ານສະບຽງອາຫານ, ມີລະຫັດເພື່ອຄົ້ນຫາຕົ້ນກຳເນີດ ແລະ ໄດ້ຮັບການຢັ້ງຢືນເປັນຜະລິດຕະພັນໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ດັ່ງນັ້ນ ຈິ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລູກຄ້າເປັນຈຳນວນຫຼາຍ. ເອື້ອຍ ຮ່ຽນ ແບ່ງປັນວ່າ:

ໄລຍະເບື້ອງຕົ້ນ, ຜະລິດຕະພັນປາອ່າວທາກບ່າ ຍັງບໍ່ທັນມີຄົນຮູ້ຈັກຫຼາຍ, ການຈຳໜ່າຍຜະລິດຕະພັນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນ. ດ້ວຍການໂຄສະນາກ່ຽວກັບຜະລິດຕະພັນ, ພວກຂ້າພະເຈົ້າໄດ້ນຳບັນດາຜະລິດຕະພັນນີ້ ໄປວາງຂາຍຢູ່ບັນດາລະບົບຮ້ານຄ້າອາຫານປອດສານພິດ ແລະ ຮ້ານຈຳໜ່າຍສິນຄ້າທັງຢູ່ພາຍໃນ ແລະ ຕ່າງແຂວງ.

ເອື້ອຍ ດົ່ງທິຮ່ຽນ ພຽງແຕ່ແມ່ນໜຶ່ງໃນບັນດາກໍລະນີທີ່ໄດ້ຮັບການໜູນຊ່ວຍ Startup, ພັດທະນາເສດຖະກິດ ຈາກສະຫະພັນແມ່ຍິງແຂວງອຽນບ໊າຍ ທຸກຂັ້ນ, ໃນຂອບເຂດໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025”. ໂຄງການໄດ້ຈັດຕັ້ງຫຼາຍການເຄື່ອນໄຫວຄື ສົ່ງເສີມການຄ້າ, ຝືກອົບຮົມ, ເວທີປາໄສແບ່ງປັນກ່ຽວກັບການເລີ່ມຕົ້ນ Startup… ນຳມາເຊິ່ງຫຼາຍໝາກຜົນທີ່ຕັ້ງໜ້າຊ່ວຍໃຫ້ແມ່ຍິງ ມີທີ່ຕັ້ງບົດບາດສູງໃນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, Startup, ຊ່ວຍໃຫ້ສະມາຊິກສະມາຄົມປະສົບຜົນສຳເລັດໃນການ Startup. ຍົກຕົວຢ່າງຄື ເອື້ອຍ ເລືອງທິລຽນ ຢູ່ເມືອງ ອຽນບິ່ງ, ປະສົບຜົນສຳເລັດກັບຮູບແບບເສດຖະກິດສັງລວມ, ໂດຍໄດ້ຮັບການໜູນຊ່ວຍທີ່ໃຫຍ່ຫຼວງຈາກສະຫະພັນແມ່ຍິງທຸກຂັ້ນ ແລະ ໂຄງການໃນການສຳຜັດກັບນະບັນດານະໂຍບາຍ, ແຫຼ່ງທຶນໃຫ້ກູ້ຢຶມບຸລິມະສິດ, ບັນດາໂຄງການຝືກອົບຮົບ, ຖ່າຍທອດວິທະຍາສາດເຕັກນິກ… ປັດຈຸບັນ, ຮູບແບບສັງລວມກ້າເບ້ຍຕົ້ນໄມ້, ສົມທົບກັບການລ້ຽງໝູ, ພ້ອມກັນນັ້ນ ກໍ່ແມ່ນຂາຍປຸ໋ຍ, ວັດຖຸອຸປະກອນກະສິກຳຂອງ ເອື້ອຍ ລຽນ ໄດ້ນຳມາເຊິ່ງລາຍຮັບນັບຮ້ອຍລ້ານດົງຕໍ່ປີ. ເອື້ອຍໃຫ້ຮູ້ວ່າ:

ເພື່ອພັດທະນາເສດຖະກິດຕ້ອງມີທຶນ, ຂ້າພະເຈົ້າກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ, ທຸກຂະແໜງການ. ພິເສດແມ່ນສະຫະພັນແມ່ຍິງ ກໍ່ໄດ້ຊ່ວຍຂ້າພະເຈົ້າໃນການກູ້ຢຶມທຶນເພື່ອພັດທະນາເສດຖະກິດ.

ການຜັນຂະຫຍາຍໂຄງການ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025”, ໃນປີ 2022, ສະຫະພັນແມ່ຍິງແຂວງອຽນບ໊າຍ ໄດ້ຈັດຕັ້ງການໂຄສະນາ 95 ຄັ້ງໃຫ້ແກ່ແມ່ຍິງ ເກືອບ 4.400 ຄົນ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການ Startup ແລະ ດຳເນີນທຸລະກິດ. ສະຫະພັນກໍ່ໄດ້ສົມທົບກັບສະຫະພັນສະຫະກອນ, ສະມາຄົມທຸກຂັ້ນສົມທົບກັບກັບຫ້ອງການເສດຖະກິດພື້ນຖານໂຄງລ່າງຂັ້ນເມືອງ ເພື່ອຂົນຂວາຍສະມາຊິກແມ່ຍິງຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດລວມໝູ່, ຍົກສູງຄວາມຮັບຮູ້ໃນການຮ່ວມທຸລະກິດ, ເຊື່ອມຕໍ່ກັບລະບົບມູນຄ່າ, ພັດທະນາບັນດາຜະລິດຕະພັນຫຼັກແຫຼ່ງຂອງທ້ອງຖິ່ນ; ສ້າງກາລະໂອກາດໃຫ້ແກ່ບັນດາສະມາຊິກໃນການແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ວິວັດການເຊື່ອມຕໍ່ປະກອບສ່ວນຍົກສູງຄຸນຄ່າຜະລິດຕະພັນ, ປະສິດທິຜົນໃນການຜະລິດດຳເນີນທຸລະກິດ…ທ່ານນາງ ຮ່າທິດ໊າວ, ຮອງປະທານສະຫະພັນແມ່ຍິງແຂວງ ອຽນບ໊າຍ ໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ສະຫະພັນແມ່ຍິງແຂວງ ອຽນບ໊າຍຈະສຸມໃສ່ພັດທະນາບັນດາຮູບແບບທີ່ໄດ້ຮັບການສ້າງຕັ້ງມີປະສິດທິຜົນ, ຍົກຕົວຢ່າງຄື ບັນດາກຸ່ມຮ່ວມມື, ສະຫະກອນ, ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ ແລະ ຕັ້ງໜ້າສົມທົບກັບສະມາຄົມນັກທຸລະກິດຍິງຂອງແຂວງ ແລະ ສະໂມສອນນັກທຸລະກິດຍິງຂອງບັນດາເມືອງ ເພື່ອໂຄສະນາ, ຂົນຂວາຍ, ໜູນຊ່ວຍສະມາຄົມພັດທະນາເສດຖະກິດ ແລະ ສ້າງຮູບແບບເສດຖະກິດລວມໝູ່.

ຜ່ານບັນດາການເຄື່ອນໄຫວໂຄສະນາ, ຂົນຂວາຍ, ໃຫ້ຄຳປຶກສາໜູນຊ່ວຍ, ຈັດຕັ້ງການຝືກອົບຮົບ, ສະຫະພັນແມ່ຍິງທຸກຂັ້ນພ້ອມກັບອຳນາດການປົກຄອງທ້ອງຖິ່ນໂຄສະນາ, ໃຫ້ຄຳປຶກສາ, ໜູນຊ່ວຍການສ້າງ ແລະ ເປີດຕົວສະຫະກອນ 8 ແຫ່ງໂດຍແມ່ຍິງເປັນເຈົ້າຂອງ ດ້ວຍສະມາຊິກ 70 ຄົນເຂົ້າຮ່ວມ, ຍົກຍອດຈຳນວນສະຫະກອນໂດຍສະມາຄົມໜູນຊ່ວຍສ້າງຕັ້ງເປັນ 37 ແຫ່ງ. ທ່ານນາງ ຮ່າທິດົງ, ປະທານສະຫະພັນແມ່ຍິງຕາແສງ ດ້າຍດົ່ງ, ເມືອງອຽນບິ່ງ ໃຫ້ຮູ້ວ່າ:

ຊຸມປີມໍ່ໆມານີ້, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກສະມາຄົມແມ່ຍິງເມືອງ, ອ້າຍນ້ອງໄດ້ພັດທະນາເສດຖະກິດເປັນຢ່າງດີ, ຄືການພັດທະນາຮູບແບບ          ກ້າເບ້ຍຕົ້ນໄມ້, ພັດທະນາກ່ຽວກັບການລ້ຽງສັດ, ພັດທະນາ homestay, ລາຍຮັບກໍ່ສູງກ່ວາເມື່ອທຽບໃສ່ກັບຊຸມປີກ່ອນ.

  ການຮ່ວມເດີນທາງຂອງສະຫະພັນແມ່ຍິງທຸກຂັ້ນໃນບໍລິເວນແຂວງ ອຽນບ໊າຍໄດ້ນຳຂະບວນການປະດິດຄິດສ້າງ, Startup ນັບມື້ນັບເຂົ້າສູ່ລວງເລິກ, ມີກຳລັງແຜ່ຂະຫຍາຍຢ່່າງແຮງ, ຊ່ວຍເອື້ອຍນ້ອງແມ່ຍິງຢູ່ແຫ່ງນີ້ມີຄວາມອຸ່ນອ່ຽນໃຈ, ມານະພະຍາຍາມ Startup, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງຊອບທຳ.

This site is protected by reCAPTCHA and the Google Privacy Policy and Terms of Service apply.