ສາລະຄະດີ

ເສີມ​ຂະ​ຫຍາຍ​ມູ​ນ​ເຊື້ອ​ເອກ​ອ້າງ​ທະ​ນົງ​ໃຈ​ຢູ່​ບ້ານ​ເກີດ​ແຫ່ງການປະ​ຕິ​ວັດ ກິມ​ບິ່ງ

ເສີມ​ຂະ​ຫຍາຍ​ມູ​ນ​ເຊື້ອ​ເອກ​ອ້າງ​ທະ​ນົງ​ໃຈ​ຢູ່​ບ້ານ​ເກີດ​ແຫ່ງການປະ​ຕິ​ວັດ ກິມ​ບິ່ງ

(VOVWORLD) - ຕາແສງ ກິມບິ່ງ, ເມືອງ ຈຽມຮ່ວາ, ແຂວງ ຕວຽນກວາງ ແມ່ນສະຖານທີ່ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກກອມມູນິດ ຫວຽດນາມ (11 – 19 ກຸມພາ 1951). 74 ປີຜ່ານມາ, ອຳນາດການປົກຄອງ ແລະ ປະຊາຊົນ ກິມບິ່ງ ຍາມໃດກໍ່ມານະພະຍາຍາມພັດທະນາເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ, ສ້າງໂສມໜ້າໃໝ່ໃນບ້ານເກີດແຫ່ງການປະຕິວັດ.

ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກກອມມູນິດ ຫວຽດນາມ (ພາບ:qdnd.vn)

ເດືອນກຸມພາ 1951, ຕາແສງ ກິມບິ່ງ, ເມືອງ ຈຽມຮ່ວາ, ແຂວງ ຕວຽນກວາງ ໂດຍສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ເລືອກເອົາເປັນສະຖານທີ່ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກກອມມູນິດ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງຜູ້ແທນສົມບູນ 158 ທ່ານ, ຜູ້ແທນສຳຮອງ 53 ທ່ານຕາງໜ້າໃຫ້ສະມາຊິກພັກກ່ວາ 76.000 ຄົນທີ່ພວມຮ່ວມຊີວິດຢູ່ອົງຄະນະພັກໃນທົ່ວເຂດອິນດູຈິນ.

ທ່ານ ຫງວຽນວັນຮ່ວາ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ຕວຽນກວາງ ແບ່ງປັນດ້ວຍຄວາມເອກອ້າງທະນົງໃຈວ່າ:

ນີ້ແມ່ນຄັ້ງທຳອິດເຊິ່ງພັກກອມມູນິດ ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ຢູ່ພາຍໃນປະເທດ ແລະ ນັບແຕ່ນັ້ນມາຮອດປັດຈຸບັນ ນີ້ແມ່ນກອງປະຊຸມໃຫຍ່ຄັ້ງໜຶ່ງດຽວທີ່ໄດ້ຈັດຕັ້ງຢູ່ສະຖານທີ່ອື່ນ ທີ່ບໍ່ແມ່ນຢູ່ນະຄອນຫຼວງຮ່າໂນ້ຍ. ປັດຈຸບັນ, ເຂດຮ່ອງຮອຍ ກິມບິ່ງ ໄດ້ຮັບຕ້ອງປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຢາມ, ຊອກຮູ້ ແລະ ຮ່ຳຮຽນສຶກສາມູນເຊື້ອປະຕິວັດເປັນຈຳນວນຫຼາຍ.

ໃນຊຸມປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ກິມບິ່ງ ຍາມໃດກໍ່ສາມັກຄີ, ມານະພະຍາຍາມ, ພັດທະນາເສດຖະກິດ, ກໍ່ສ້າງພື້ນຖານໂຄງລ່າງ, ສ້າງໂສມໜ້າໃໝ່.

ເຂດຮ່ອງຮອຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 2 ຂອງພັກຢູ່ຕາແສງ ໄດ້ຮັບການປະຕິສັງຂອນຕາມແບບເກົ່າ, ກາຍເປັນສະຖານທີ່ແດງກ່ຽວກັບແຫຼ່ງກຳເນີດ, ສູນສຶກສາມູນເຊື້ອປະຕິວັດ, ນ້ຳໃຈຮັກຊາດ. ບັນດາການເຄື່ອນໄຫວ, ໂຄງການກ່ຽວກັບຕົ້ນກຳເນີດ, ການຖະຫວາຍບູຊາ, ລາຍງານຄຸນງາມຄວາມດີ, ພົບປະແລກປ່ຽນວັດທະນະທຳ, ສິລະປະ, ລົງພຶດຕິກຳຕົວຈິງ ໄດ້ຈັດຂຶ້ນຢູ່ເຂດຮ່ອງຮອຍປະຫວັດສາດນີ້ຢ່າງເປັນປະຈຳ.

ປີ 2024, ທົ່ວແຂວງ ຕວຽນກວາງ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 2,6 ລ້ານຄົນ, ໃນນັ້ນມີແຂກທ່ອງທ່ຽວກັບເມືອແຫຼ່ງຕົ້ນກຳເນີດ, ຢ້ຽມຢາມບັນດາສະຖານທີ່ຮ່ອງຮອຍປະຫວັດສາດກວມເອົາເກືອບເຄິ່ງໜຶ່ງ. ສິ່ງນີ້ສະແດງໃຫ້ເຫັນວ່າ, ການທ່ອງທ່ຽວປະຫວັດສາດປະຕິວັດແມ່ນທ່າແຮງຂອງແຂວງ ຕວຽນກວາງ ເວົ້າລວມ, ຕາແສງ ກິມບິ່ງ, ເມືອງ ຈຽມຮ່ວາ ເວົ້າສະເພາະ. ປັດຈຸບັນ, ຕາແສງ ກິມບິ່ງ ໄດ້ສຸມໃສ່ຂຸດຄົ້ນ, ເສີມຂະຫຍາຍມູນເຊື້ອຮ່ອງຮອຍປະຫວັດສາດການປະຕິວັດ, ພ້ອມກັບສີສັນວັດທະນະທຳຂອງຕົນ, ສ້າງແຫຼ່ງກຳລັງໃຫ້ແກ່ການພັດທະນາການທ່ອງທ່ຽວ. ທ່ານາງ ຮ່າທິມິງກວາງ, ຮອງຫົວໜ້າປະທານເມືອງ ຈຽມຮ່ວາ, ແຂວງ ຕວຽນກວາງໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສ້າງແຜນການພັດທະນາການທ່ອງທ່ຽວໃນໄລຍະ 2021 – 2025. ແຕ່ລະປີ, ພວກຂ້າພະເຈົ້າໄດ້ຍົກອອກບັນດາລາຍການລະອຽດຄື ບັນດາງານບຸນ, ຟື້ນຟູບັນດາຮີດຄອງປະເພນີວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໃນບໍລິເວນເມືອງ ຈຽມຮ່ວາ.

ປີ 2024, ຕາແສງ ກິມບິ່ງ ໄດ້ປະຕິບັດສຳເລັດ ແລະ ລື່ນກາຍ 11/12 ມາດຖານຫຼັກແຫຼ່ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ. ບັນດາມາດຖານຊົນນະບົດໃໝ່ຕົວແບບ ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ວັດທະນະທຳສັງຄົມມີການປ່ຽນແປງໃໝ່ຫຼາຍຢ່າງ, ການແພດ, ການສຶກສາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ບັນດານະໂຍບາຍສະຫວັດດີການສັງຄົມໄດ້ຮັບປະກັນຢ່າງທັນການ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັກສາໃຫ້ເປັນປົກກະຕິໂດຍພື້ນຖານ ແລະ ຍົກສູງຂຶ້ນ. ອັດຕາຄອບຄົວທຸກຍາກຫຼຸດລົງຢ່າງແຮງ. ທ່ານ ມາວິງກາວ, ປະຊາຊົນຕາແສງ ກິມບິ່ງ, ເມືອງ ຈຽມຮ່ວາ, ແຂວງ ຕວຽນກວາງ ໃຫ້ຮູ້ວ່າ:

ປັດຈຸບັນມີຖະໜົນປູຢາງ, ໂຮງໝໍ, ສຸກສາລາຫຼາຍພະແນກແລ້ວ… ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຍົກສູງຂຶ້ນ, ກິນອີ່ມນຸ່ງອຸ່ນຢ່າງຄົບຖ້ວນ. ເດັກນ້ອຍໄດ້ໄປຮຽນ, ເສັ້ນທາງໄປມາໂຮງຮຽນກໍ່ສະດວກ.

ປີ 2025, ອຳນາດການປົກຄອງຕາແສງ ກິມບິ່ງ ໄດ້ຕິດແທດບັນດາການກຳນົດທິດ, ເປົ້າໝາຍ ແລະ ມາດຕະການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ອົງຄະນະພັກຕາແສງ ກິມບິ່ງ ຕັ້ງໜ້າຂົນຂວາຍປະຊາຊົນຫັນປ່ຽນໂຄງການປູກຕົ້ນໄມ້, ລ້ຽງສັດ, ຂຸດຄົ້ນທ່າແຮງຂອງດິນຢ່າງມີປະສິດທິຜົນ, ຍູ້ແຮງບັນດາໜ້າທີ່ພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ, ຮັກສາຕາແສງບັນລຸລະດັບຊົນນະບົດແບບໃໝ່ຕົວແບບ. ທ່ານນາງ ຟ້ານທິຕິງ, ເລຂາໜ່ວຍພັກບ້ານ ຄວນຍື, ຕາແສງ ກິມບິ່ງ ຢັ້ງຢືນວ່າ:

ສະມາຊິກພັກຕ້ອງເປັນແບບຢ່າງທີ່ດີ, ນຳໜ້າ, ຫັນປ່ຽນການປູກຕົ້ນໄມ້, ສັດລ້ຽງ, ນຳມາເຊິ່ງສະມັດຕະພາບສູງ. ຂະບວນການໂດຍພໍ່ແມ່ປະຊາຊົນເຫັນດີປະຕິບັດ. ເບິ່ງໂສມໜ້າໃນປັດຈຸບັນ, ພວກຂ້າພະເຈົ້າຮູ້ສຶກດີໃຈວ່າ ເສດຖະກິດຂອງບັນດາຄອບຄົວໄດ້ຍົກສູງຂຶ້ນ, ລາຍຮັບນັບມື້ນັບສູງ.

ອີກລະດູບານໃໝ່ໜຶ່ງໄດ້ວຽນມາບ້ານເກີດແຫ່ງການປະຕິວັດ. ໂດຍມຸ່ງໄປເຖິງກອງປະຊຸມທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ກິມບິ່ງ ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ພັດທະນາບ້ານເກີດເມືອງນອນໃຫ້ນັບມື້ນັບສີວິໄລ, ຮັ່ງມີສວຍງາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.