ສາລະຄະດີ

ກາ​ເຟ More ຮ່າ​ໂນ້ຍ: ຮູບ​ແບບ Startup ໃຫ້​ແກ່​ຄົ​ນ​ພິ​ການ​ຕາ

ກາ​ເຟ More ຮ່າ​ໂນ້ຍ: ຮູບ​ແບບ Startup ໃຫ້​ແກ່​ຄົ​ນ​ພິ​ການ​ຕາ

(VOVWORLD) - ຮ້ານ ກາເຟ More ຮ່າໂນ້ຍ ແມ່ນຮ້ານ ກາເຟ ແຫ່ງທຳອິດຢູ່ ຫວຽດນາມ ໂດຍຄົນພິການຕາ ປຸງແຕ່ງເຄື່ອງດື່ມ ຢູ່ສູນບຳລຸງສ້າງພະນັກງານຟື້ນຟູອະໄວຍະວະໃຫ້ແກ່ຄົນຕາບອດ (ສະມາຄົມຄົນຕາບອດຫວຽດນາມ) ເປີດໃນເດືອນພະຈິກ 2024. ຮ້ານກາເຟນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອຮັບປະທານເຄື່ອງດື່ມທີ່ຫອມແຊບເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນເຈດຈຳນົງຜ່ານຜ່າຄວາມຫຍຸ້ງຍາກຂອງຄົນພິການຕາ, ພ້ອມທັງແມ່ນສະຖານທີ່ຕິດພັນຄົນພິການຕາກັບວົງຄະນະຍາດອີກດ້ວຍ.

ນັກຮຽນປຸງແຕ່ງເຄື່ອງດື່ມ ໃຫ້ລູກຄ້າ (ພາບ: VOVTV)

ຮ້ານ ກາເຟ More ຮ່າໂນ້ຍ ຢູ່ເຮືອນເລກທີ 1 ຖະໜົນຫງວຽນທິເຢ້ວ, ເມືອງເກົ່າໄຢ, ນະຄອນຮ່າໂນ້ຍ. ຮ້ານຕັ້ງຢູ່ເຂດບໍລິເວນສູນບຳລຸງສ້າງພະນັກງານ ແລະ ຟື້ນຟູອະໄວຍະວະຂອງຄົນຕາບອດ (ສະມາຄົມຄົນຕາບອດຫວຽດນາມ). ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດໂຄງການ “ບຳລຸງສ້າງອາຊີບປຸງແຕ່ງເຄື່ອງດື່ມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຕາ ຢູ່ ຫວຽດນາມ” ໂດຍສະມາຄົມຄົນຕາບອດ ຫວຽດນາມ ຜັນຂະຫຍາຍດ້ວຍການໜູນຊ່ວຍຂອງອົງການ Siloam International ທີ່ມີແຫຼ່ງງົບປະມານຂອງອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA). ທ່ານນາງ ດິງຫວຽດແອັງ ຮອງປະທານສະມາຄົມຕາບອດ ຫວຽດນາມ ໃຫ້ຮູ້ວ່າ:

ນີ້ແມ່ນໂຄງການທຳອິດກ່ຽວກັບການປຸງແຕ່ງເຄື່ອງດື່ມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຕາຢູ່ ຫວຽດນາມ. ບັນດານັກສຳມະນາກອນ ບໍ່ພຽງແຕ່ໄດ້ຮັບການບຳລຸງສ້າງກ່ຽວກັບທັກສະໃນການປຸງແຕ່ງເຄື່ອງດື່ມເທົ່ານັ້ນ ຫາກຍັງໄດ້ຮັບການບຳລຸງສ້າງທັກສະການເບິ່ງແຍງດູແລລູກຄ້າ, ທັກສະການພົບປະໃນສັງຄົມອີກດ້ວຍ.

ເປົ້າໝາຍຂອງໂຄງການ “ບຳລຸງສ້າງອາຊີບປຸງແຕ່ງເຄື່ອງດື່ມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຕາຢູ່ ຫວຽດນາມ” ແມ່ນບຳລຸງສ້າງໃຫ້ແກ່ຄົນພິການຕາ 36 ຄົນ ຜ່ານ 6 ຫຼັກສູດອາຊີບໃນ 3 ປີນັບແຕ່ປີ 2024 – 2026 ແລະ ເປີດຮ້ານກາເຟ 3 ແຫ່ງ. ທ່ານ ຟ້າມຊວັນເຈື່ອງ, ຜູ້ອຳນວຍການສູນບຳລຸງສ້າງຟື້ນຟູ ອະໄວຍະວະໃຫ້ແກ່ຄົນຕາບອດ (ສະມາຄົມຄົນຕາບອດ ຫວຽດນາມ) ໃຫ້ຮູ້ວ່າ:

ສູນບຳລຸງສ້າງຟື້ນຟູ ອະໄວຍະວະໃຫ້ແກ່ຄົນຕາບອດ ຈະສືບຕໍ່ຜັນຂະຫຍາຍໂຄງການບຳລຸງສ້າງນີ້ ແລະ ພັດທະນາລະບົບຮ້ານກາເຟ ເພື່ອເພີ່ມໂອກາດທາງເລືອກອາຊີບໃຫ້ແກ່ຄົນຕາບອດຢູ່ ຫວຽດນາມ. ພວກຂ້າພະເຈົ້າບໍ່ພຽງແຕ່ຜັນຂະຫຍາຍໂຄງການໃນບໍລິເວນຂອງນະຄອນຮ່າໂນ້ຍເທົ່ານັ້ນ ຫາກຍັງໃນທົ່ວປະເທດອີກດ້ວຍ.

ຈອກນ້ຳໂດຍຄົນພິການຕາປຸງແຕ່ງແຕ່ລະຈອກ ບໍ່ພຽງແຕ່ແມ່ນຜະລິດຕະພັນຂອງອາຊີບປຸງແຕ່ງນ້ຳເທົ່ານັ້ນ ຫາກຍັງແມ່ນໝາກຜົນຄວາມມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອຢັ້ງຢືນຕົນເອງອີກດ້ວຍ.

ການບຳລຸງສ້າງອາຊີບ ແລະ ສ້າງວຽກເຮັດງານທຳໃນຂົງເຂດປຸງແຕ່ງນ້ຳດື່ມໃຫ້ແກ່ຄົນພິການຕາ ບໍ່ພຽງແຕ່ນຳຜົນປະໂຫຍດມາໃຫ້ນັກສຳມະນາກອນ ເວົ້າສະເພາະ ຫາກຍັງມີຜົນກະທົບຢ່າງຕັ້ງໜ້າຕໍ່ສັງຄົມ ເວົ້າລວມອີກດ້ວຍ. ທ່ານນາງ ເລທິເຕື່ອງທູ ປະທານກຳມະບານ ກະຊວງແຜນການ ແລະ ການລົງທຶນ ຖືວ່າ:

ດ້ວຍຄວາມມານະພະຍາຍາມ ແລະ ບືນຕົວຂຶ້ນຂອງຄົນພິການຕາ, ຄົນພິການອາດສາມາດບືນຕົວຂຶ້ນໄດ້ຢ່າງສິ້ນເຊີງ, ຍິ່ງໄປກ່ວານັ້ນ ເຂົາເຈົ້າອາດສາມາດເປັນເຈົ້າຂອງບັນດາວິສາຫະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຕາ, ພິການອື່ນໆອີກດ້ວຍ. ຈາກນັ້ນ, ກໍ່ແຜ່ກະຫຍາຍຈິດໃຈມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ.

ດ້ວຍບັນຍາກາດທີ່ເປັນມິດ, ອົບອຸ່ນ ແລະ ເຕັມໄປດ້ວຍສີຂຽວຂອງຮ້ານ ກາເຟ More ຮ່າໂນ້ຍ ໄດ້ເຮັດໃຫ້ລູກຄ້າທຸກຄົນລ້ວນແຕ່ຊອກໄດ້ຄວາມສະໜິດສະໜົມ ແລະ ຮູ້ສຶກສະບາຍໃຈ. ລູກຄ້າແຕ່ລະຄົນເມື່ອມາແຫ່ງນີ້ຈະຮູ້ສຶກໄດ້ເຖິງຄວາມສຸດຈິດສຸດໃຈ ແລະ ຄວາມມານະພະຍາຍາມຂອງພະນັກງານ. ເອື້ອຍ ລຶວມິງຮວ່າ, ລູກຄ້າຂອງຮ້ານ ກາເຟ More ຮ່າໂນ້ຍ ສະແດງຄວາມຮູ້ສຶກວ່າ:

ຂ້າພະເຈົ້າຮູ້ສຶກປະທັບໃຈເມື່ອເຂົ້າຮ້ານກາເຟນີ້ໂດຍບັນດາເພື່ອນພິການຕາເຮັດ ແລະ ປຸງແຕ່ງເຄື່ອງດື່ມດ້ວຍຕົນເອງ. ຂ້າພະເຈົ້າຄິດວ່າ ຮ້ານມີຄວາມພິເສດພໍສົມຄວນ ຍ້ອນວ່າ ພວກເພື່ອນໄດ້ປຸງແຕ່ງເຄື່ອງດື່ມທີ່ງາມຕາ, ມີລົດຊາດແຊບ, ພໍດີກິນ. ສິ່ງນີ້ແມ່ນສິ່ງທີ່ເປັນໜ້າຍ້ອງຍໍ.

ຮ້ານກາເຟ More ຮ່າໂນ້ຍ ບໍ່ພຽງແຕ່ແມ່ນຮ້ານກາເຟ ເທົ່ານັ້ນ ຫາກຍັງແມ່ນຮູບແບບດຳເນີນທຸລະກິດທີ່ມີຫົວຄິດປະດິດສ້າງ, ນຳສະພາບແວດລ້ອມແຫ່ງການເຮັດວຽກທີ່ມີວັດທະນະທຳມະນຸດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນພິການຕາ. ນີ້ກໍ່ແມ່ນຈຸດເລີ່ມຕົ້ນ, ແມ່ນພື້ນຖານເພື່ອໜູນຊ່ວຍຄົນພິການຕາ Startup ປະຕິບັດຄວາມຄາດຫວັງບືນຕົວຂຶ້ນໃນການດຳລົງຊີວິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.