ສາລະຄະດີ

ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສະ​ພາ​ບ​ແວດ​ລ້ອມການ​ລົງ​ທຶນ, ການຮ່ວມ​ມືທາງດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລາວ

ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສະ​ພາ​ບ​ແວດ​ລ້ອມການ​ລົງ​ທຶນ, ການຮ່ວມ​ມືທາງດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລາວ

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ ຮ່າໂນ້ຍ ໄດ້ເປັນຂີດໝາຍຈຸດເວລາທີີ່ມີຄວາມໝາຍສຳຄັນເປັນພິເສດ ບໍ່ພຽງແຕ່ຕໍ່ວິວັດທະນາການພັດທະນາປະເທດຊາດຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງວາງອອກບັນດາໄມ້ງັດປະກອບສ່ວນສ້າງຜົນປະໂຫຍດລວມເພື່ອພາກພື້ນວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ສຳລັບບັນດາຄູ່ຮ່ວມມືຍຸດທະສາດທີ່ເປັນມູນເຊື້ອ, ໃນນັ້ນ ມີ ສປປ. ລາວ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຮັບຮູ້ຄືເປັນບ່ອນອີງດ້ານການເມືອງທີ່ສຳຄັນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືລົງທຶນ ແລະ ການເຄື່ອນໄຫວຂອງປະຊາຄົມວິສາຫະກິດສອງປະເທດ.

ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ
ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ

ຈາກສະພາບການພັດທະນາຕົວຈິງຂອງ ຫວຽດນາມ ໃນສະໄໝຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ຢຸດຢູ່ທີ່ການວາງແຜນກຳນົດແນວທາງເທົ່ານັ້ນ, ຫາກຍັງໄດ້ຮັບການຫັນເປັນລະອຽດດ້ວຍບັນດາມະຕິ, ໂຄງການກະທຳ ແລະ ມາດຕະການບໍລິຫານຢ່າງຂ້ຽວຂາດ, ສ້າງສະພາບແວດລ້ອມທີ່ມີສະຖຽນລະພາບ, ຈະແຈ້ງ - ປັດໄຈແກ່ນສານສ້າງຄວາມເຊື່ອໝັ້ນ ແລະ ດຶງດູດບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ. ຈາກມູມມອງຂອງນັກຄົ້ນຄວ້າຜູ້ໜຶ່ງ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ ໃຫ້ຂໍ້ສັງເກດວ່າ ບັນດາໝາກຜົນນີ້ ແມ່ນສິ່ງພິສູດທີ່ຈະແຈ້ງໃຫ້ແກ່ກຳລັງຄວາມສາມາດນຳພາ, ຄວາມມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນວຽກງານຈັດຕັ້ງປະຕິບັດຂອງພັກກອມມູນິດ ຫວຽດນາມ.

ຍ້ອນຄວາມສະຖຽນລະພາບນັ້ນເອງ ໄດ້ກາຍເປັນພື້ນຖານສຳຄັນ ເພື່ອໃຫ້ບັນດາມະຕິຂອງພັກໄດ້ຫັນເປັນບັນດາໂຄງການພັດທະນາເສດຖະກິດ, ດຶງດູດນັກລົງທຶນ ແລະ ເປີດກວ້າງການຮ່ວມມືໃນພາກພື້ນ. ໃນກະແສນັ້ນ, ການຮ່ວມມືເສດຖະກິດ, ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ ໃນຊຸມປີຜ່ານມາ ໄດ້ຊີ້ໃຫ້ເຫັນປະສິດທິຜົນຂອງບັນດານະໂຍບາຍຊີ້ຂາດໂດຍພັກ ແລະ ລັດ ຫວຽດນາມ ໄດ້ວາງອອກ ແລະ ຜັນຂະຫຍາຍຢ່າງຈະແຈ້ງ. ບັນດາກົນໄກຮ່ວມມືສອງຝ່າຍ, ບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ ແລະ ການລົງທຶນ ໄດ້ຫັນດ້ວຍບັນດາໂຄງການລະອຽດໃຫ້ປະກົດຜົນເປັນຈິງເປັນເທື່ອລະກ້າວ ເຊັ່ນ: ທ່າກ່ຳປັ່ນສາກົນ ລາວ - ຫວຽດ ຢູ່ເຂດເສດຖະກິດ ຫວູງອ໊າງ (ຮ່າຕິງ, ຫວຽດນາມ); ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ; ສັນຍາວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2026 – 2030… ເມື່ອຕີລາຄາກ່ຽວກັບບັນຫານີ້, ທ່ານ ສົມຊາຍ ນົງລາດ, ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ການລົງທຶນຂອງ ຫວຽດນາມ ຢູ່ ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຮ່ວມມືສອງຝ່າຍ.
ທ່ານ ສົມຊາຍ ນົງລາດ, ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດ ລາວ ປະຈຳ ຫວຽດນາມ (ພາບ: VOV)
  ໄລ່ຮອດປີ 2025, ວິສາຫະກິດ ຫວຽດນາມ ໄດ້ລົງທຶນຢູ່ລາວ 267 ໂຄງການ, ລວມມູນຄ່າລົງທຶນທັງໝົດກວ່າ 6,21 ຕື້ USD, ຢືນອັນດັບທີ 1 ໃນຈຳນວນ 85 ປະເທດ ທີ່ ຫວຽດນາມ ພວມລົງທຶນຢູ່ຕ່າງປະເທດ. ບັນດາຕົວເລກດັ່ງກ່າວ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຂອບຂະໜາດການລົງທຶນເທົ່ານັ້ນ, ຫາກຍັງຊີ້ໃຫ້ເຫັນລັກສະນະຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍຂອງບັນດາແຜນນະໂຍບາຍໃຫຍ່ກ່ຽວກັບການຮ່ວມມືດ້ານເສດຖະກິດໃນພາກພື້ນ ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ວາງອອກ ແລະ ຈັດຕັ້ງປະຕິບັດ.

ກົງກັນຂ້າມ, ເຖິງວ່າຈຳນວນໂຄງການ ຂອງວິສາຫະກິດ ລາວ ລົງທຶນ ຢູ່ ຫວຽດນາມ ຍັງຈຳກັດຢູ່ກໍຕາມ, ແຕ່ທ່າອ່ຽງສຶກສາຊອກຮູ້ໂອກາດການລົງທຶນ ພວມນັບມື້ນັບສະແດງອອກຢ່າງຈະແຈ້ງ ແລະ ມີສັນຍານຢ່າງຕັ້ງໜ້າ. ນັບແຕ່ປີ 2018 ມາຮອດປັດຈຸບັນ, ວິສາຫະກິດລາວ ໄດ້ຜັນຂະຫຍາຍ 8 ໂຄງການຢູ່ ຫວຽດນາມ, ດ້ວຍມູນຄ່າການລົງທຶນທັງໝົດກວ່າ 85 ລ້ານ USD, ສ່ວນຫຼາຍແມ່ນໃນຂົງເຂດພະລັງງານທົດແທນ, ທ່າກ່ຳປັ່ນທະເລ ຫວູງອ໊າງ, ໂລຈິສຕິກ ແລະ ການບໍລິການ. ທ່ານ ສົມຊາຍ ນົງລາດ ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດລາວ ປະຈຳ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ: ດ້ວຍສະພາບແວດລ້ອມການລົງທຶນທີ່ດູດດື່ມຂອງ ຫວຽດນາມ, ມີຫຼາຍວິສາຫະກິດ ລາວ ພວມສຶກສາໂອກາດລົງທຶນຢູ່ ຫວຽດນາມ.

  ໃນສະພາບການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນນັ້ນ, ບັນດາວິສາຫະກິດ ລາວ ແລະ ຫວຽດນາມ ມີຄວາມຫວັງເປັນພິເສດຕໍ່ບັນດານະໂຍບາຍຊີ້ຂາດໃໝ່ຂອງພັກກອມມູນິດ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ປະຕິຮູບລະບອບລະບຽບການ - ເຊິ່ງເປັນບັນດາປັດໄຈທີ່ສົ່ງຜົນກະທົບໂດຍກົງເຖິງລາຍຈ່າຍ ແລະ ປະສິດທິຜົນການລົງທຶນ.
  “ວິສາຫະກິດ ຫວຽດນາມ ຍາມໃດກໍຢາກເປີດກວ້າງການຮ່ວມມືລົງທຶນຢູ່ລາວ ແລະ ກຳປູເຈຍ ເຊິ່ງເປັນຕະຫຼາດທີ່ຫາກໍ່ພົ້ນເດັ່ນ, ມີກຳລັງບົ່ມຊ້ອນຫຼາຍຢ່າງ ແລະ ມີທີ່ຕັ້ງຍຸດທະສາດໃນພາກພື້ນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະວາງອອກບັນດານະໂຍບາຍຊີ້ຂາດສຳຄັນ, ສ້າງບາດກ້າວບຸກທະລຸໃນການປະຕິຮູບລະບອບລະບຽບການ, ນະໂຍບາຍ, ຜ່ານນັ້ນ ກໍຊຸກຍູ້ການຮ່ວມມືລົງທຶນລະຫວ່າງສອງປະເທດ, ປະກອບສ່ວນຫັນບັນດາເປົ້າໝາຍທີ່ 2 ປະເທດໄດ້ວາງອອກໃຫ້ປະກົດຜົນເປັນຈິງ ກໍຄືເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍຢ່າງເລິກເຊິ່ງທາງດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໜູນທີ່ແທດຈິງສຳລັບສະພາບແວດລ້ອມການລົງທຶນ ແລະ ການເຄື່ອນໄຫວຂອງປະຊາຄົມວິສາຫະກິດ. ເມື່ອບັນດານະໂຍບາຍຊີ້ຂາດຂອງພັກ ສືບຕໍ່ໄດ້ຫັນເປັນລະອຽດດ້ວຍບັນດາມະຕິ, ໂຄງການຮ່ວມມືທີ່ແທດຈິງນັ້ນ, ສາຍພົວພັນຮ່ວມມືລົງທຶນລະຫວ່າງ ວິສາຫະກິດ ຫວຽດນາມ - ລາວ ໄດ້ຮັບຄວາມຫວັງວ່າ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີປະສິດທິຜົນກວ່າ, ຍືນຍົງກວ່າ, ສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ./.

This site is protected by reCAPTCHA and the Google Privacy Policy and Terms of Service apply.