ສາລະຄະດີ

ລະດູບານໃໝ່ຢູ່ເຂດຊາຍແດນ: ເຕັມໄປດ້ວຍນ້ຳໃຈເພື່ອນຮ່ວມກົມກອງ, ນ້ຳໃຈອັນອົບອຸ່ນຂອງທະຫານ ແລະ ປະຊາຊົນ

ລະດູບານໃໝ່ຢູ່ເຂດຊາຍແດນ: ເຕັມໄປດ້ວຍນ້ຳໃຈເພື່ອນຮ່ວມກົມກອງ, ນ້ຳໃຈອັນອົບອຸ່ນຂອງທະຫານ ແລະ ປະຊາຊົນ

(VOVWORLD) - “ລະດູບານໃໝ່ຢູ່ເຂດຊາຍແດນ” ແມ່ນການເຄື່ອນໄຫວປະຈຳປີ, ສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ໜ້າທີ່ຄວາມຮັບຜິດຊອບທາງສັງຄົມຂອງພະນັກງານ, ຄູອາຈານ, ສຳມະນາກອນ

(ຄະນະປະຕິບັດງານໄປຢ້ຽມຢາມ, ອວຍພອນ ແລະ ມອບຂອງຂວັນຢູ່ສູນຝຶກແອບເຄື່ອນທີ່ ໄຕບັກ)

ໃນຊຸມມື້ໃກ້ຈະຮອດບຸນເຕັດ, ຢູ່ຫຼາຍແຫ່ງຂອງເຂດ ໄຕບັກ, ບັນຍາກາດຂອງລະດູບານໃໝ່ໄດ້ເລີ່ມວຽນມາຢູ່ເຂດຊາຍແດນ ເຊີນລາ ໃນສີຂຽວຂອງເສື້ອບັນດາທະຫານ ແລະ ຖ້ຽວລົດແຫ່ງສາຍໃຈຄວາມຮັກແພງຂ້າມພູ, ຂ້າມກິ່ວ. ຢູ່ 2 ຕາແສງເຂດຊາຍແດນ ຈ່ຽງເຊີນ ແລະ ລອງເຊີບ, ລະດູບານໃໝ່ປີນີ້ໄດ້ວຽນມາໄວກວ່າ ໂດຍຜ່ານການແບ່ງປັນ, ດ້ວຍຄວາມອົບອຸ່ນຂອງນ້ຳໃຈເພື່ອນຮ່ວມກົມກອງ, ນ້ຳໃຈທະຫານ ແລະ ປະຊາຊົນທີ່ສະໜິດແໜ້ນ. ປີ 2026, ວິທະຍາຄານວິທະຍາສາດການທະຫານ ໄດ້ເປັນປະທານ ແລະ ຮ່ວມເດີນທາງພ້ອມກັບ 12 ຫົວໜ່ວຍ, ໃນນັ້ນມີພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ວິທະຍຸກະຈາຍສຽງ ຫວຽດນາມ ຈັດລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ”. ແຕ່ລະຫົວໜ່ວຍ, ນ້ຳໃຈແຕ່ລະຄົນໄດ້ປະກອບສ່ວນສ້າງກຳລັງແຜ່ກະຈາຍໄປທົ່ວໃຫ້ແກ່ລາຍການທີ່ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ.

ໃນຂອບເຂດຂອງລາຍການ “ລະດູບານໃໝ່ເຂດຊາຍແດນ” ປີ 2026, ຄະນະປະຕິບັດງານໂດຍ ທ່ານພົນຈັດຕະວາ ຫງວຽນດິ່ງຈຸງ, ຜູ້ຮັບຜິດຊອບດ້ານການເມືອງ ວິທະຍາຄານວິທະຍາສາດການທະຫານ ເປັນຫົວໜ້າຄະນະ, ໂດຍໄດ້ໄປຢ້ຽມຢາມ, ອວຍພອນ ແລະ ມອບຂອງຂວັນຢູ່ສູນຝຶກແອບເຄື່ອນທີ່ ໄຕບັກ, ປ້ອມປ້ອງກັນຊາຍແດນ ຈ່ຽງເຊີນ, ປ້ອມປ້ອງກັນຊາຍແດນດ່ານຊາຍແດນ ລອງເຊີບ. ພິເສດ, ທາງຄະນະໄດ້ສະຫງວນຄວາມເອົາໃຈໃສ່ຢ່າງເລິກເຊິ່ງເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ 4 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນ 2 ຕາແສງເຂດຊາຍແດນ.

ແບ່ງປັນທີ່ລາຍການ, ທ່ານພົນຈັດຕະວາ ຫງວຽນດິ່ງຈຸງ, ເນັ້ນໜັກວ່າ:

“ແຕ່ລະປີ, ແຕ່ລະສະຖານທີ່ເຊິ່ງລາຍການ “ລະດູບານໃໝ່ເຂດຊາຍແດນ” ໄປນັ້ນ ໄດ້ເປັນການປະກອບສ່ວນຮ່ວມແຮງຮ່ວມໃຈກັບຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດທ້ອງຖິ່ນໜູນຊ່ວຍ, ຊ່ວຍເຫຼືອບັນດາຄອບຄົວນະໂຍບາຍ, ພໍ່ແມ່ປະຊາຊົນ, ນັກຮົບ ແລະ ເດັກນ້ອຍເຂດພູສູງ, ຊາຍແດນ ເພື່ອປະກອບສ່ວນຫຼຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ, ດ້ວຍຈິດໃຈ ຜູ້ໃດກໍ່ໄດ້ຕ້ອນຮັບບຸນເຕັດ”.

“ລະດູບານໃໝ່ຢູ່ເຂດຊາຍແດນ” ແມ່ນການເຄື່ອນໄຫວປະຈຳປີ, ສະແດງໃຫ້ເຫັນນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ໜ້າທີ່ຄວາມຮັບຜິດຊອບທາງສັງຄົມຂອງພະນັກງານ, ຄູອາຈານ, ສຳມະນາກອນ ແລະ ບັນດາຫົວໜ່ວຍຮ່ວມເດີນທາງຕໍ່ກັບພໍ່ແມ່ປະຊາຊົນ, ນັກຮົບຢູ່ເຂດຊາຍແດນຂອງປະເທດຊາດ. ຈາກຄວາມສະໝັກໃຈປະກອບສ່ວນດ້ວຍເງິນສົດ ແລະ ວັດຖຸສິ່ງຂອງ, ລາຍການປີນີ້ລະດົມແຫຼ່ງກຳລັງໄດ້ເກືອບ 1,4 ຕື້ດົ່ງ (53.100 USD), ສະຫງວນໃຫ້ບັນດາຫົວໜ່ວຍ, ທ້ອງຖິ່ນ, ຄອບຄົວທຸກຍາກ ແລະ ນັກຮຽນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງປ້ອມປ້ອງກັນຊາຍແດນ”. ຂອງຂວັນເກືອບ 800 ພູດທີ່ໄດ້ມອບນັ້ນ ບໍ່ພຽງແຕ່ມີຄຸນຄ່າທາງດ້ານວັດຖຸເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນ, ແມ່ນຄວາມເຊື່ອໝັ້ນ ແລະ ຄວາມຫວັງ. ສຳລັບບັນດາຄອບຄົວທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ນີ້ແມ່ນບຸນເຕັດທີ່ຄົບຖ້ວນກວ່າ.

ຜ່ານການຈັດຕັ້ງເປັນເວລາ 11 ປີ, ລາຍການ “ລະດູບານໃໝ່ເຂດຊາຍແດນ” ໄດ້ກາຍເປັນຂົວເຊື່ອມຕໍ່ຢ່າງສະໜິດແໜ້ນລະຫວ່າງທະຫານກັບປະຊາຊົນ. ທ່ານ ເລຈ້ອງບິ່ງ, ປະທານຄະນະກຳມະການປະຊາຊົນຕາແສງ ຈ່ຽງເຊີນ, ແຂວງ ເຊີນລາ, ແບ່ງປັນວ່າ:

“ຂອງຂວັນແຕ່ລະພູດທີ່ຄະນະປະຕິບັດງານມອບໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ນັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ຊາວທ້ອງຖິ່ນມີເງື່ອນໄຂຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນເຕັດທີ່ອົບອຸ່ນກວ່າ. ພ້ອມກັນນັ້ນ, ກໍ່ເປັນການຕໍ່ຄວາມເຊື່ອໝັ້ນ, ມານະຈິດຕື່ມອີກເພື່ອໃຫ້ແຕ່ລະຄົນບືນຕົວຂຶ້ນໃນຊີວິດ, ມານະພະຍາຍາມຮ່ຳຮຽນ, ອອກແຮງງານ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງກຳບັງຂອງປະເທດຊາດ ໃຫ້ນັບມື້ນັບພັດທະນາ”.

(ຄະນະປະຕິບັດງານມອບຂອງຂວັນໃຫ້ນັກຮຽນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງປ້ອມປ້ອງກັນຊາຍແດນ”)

ໂດຍສົ່ງຄຳຕອບບຸນແທນຄຸນຕໍ່ຄະນະປະຕິບັດງານ, ປ້າ ຮວ່າງທິຮົມ, ແມ່ຂອງລູກລ້ຽງຜູ້ໜຶ່ງຂອງປ້ອມປ້ອງກັນຊາຍແດນ ລອງເຊີບ ແລະ ນ້ອງ ຮ່າດຶກກວ່ຽນ, ຢູ່ໂຮງຮຽນມັດທະຍົມຕອນປາຍ ຈ່ຽງເຊີນ, ແຂວງ ເຊີນລາ, ແບ່ງປັນວ່າ:

“ທະຫານໄດ້ເບິ່ງແຍງດູແລການຢູ່ການກິນ, ໂສ້ງເສື້ອ, ບ່ອນຢູ່ບ່ອນນອນ. ບັນດາລຸງ, ບັນດາອາວທະຫານໄດ້ຊ່ວຍເຫຼືອ, ທາງຄອບຄົວຂໍຂອບໃຈຫຼາຍໆ”.

“ນ້ອງມີຄວາມຕື້ນຕັນໃຈເມື່ອໄດ້ຮັບຂອງຂວັນຈາກບັນດາລຸງ, ບັນດາອາວມອບໃຫ້ພວກນ້ອງ. ພວກນ້ອງມີຄວາມພາກພູມໃຈທີ່ສຸດເມື່ອໄດ້ພົບປະກັບບັນດາລຸງ, ບັນດາອາວ. ຂອງຂວັນເຫຼົ່ານີ້ບໍ່ພຽງແຕ່ສ້າງຄວາມອົບອຸ່ນທາງດ້ານຮ່າງກາຍເທົ່ານັ້ນ, ຫາກຍັງເຮັດໃຫ້ຫົວໃຈອົບອຸ່ນອີກດ້ວຍ”.

ຢູ່ທ່າມກາງເຂດພູຜາປ່າໄມ້ເຂດ ໄຕບັກ, ລະດູບານໃໝ່ບໍ່ພຽງແຕ່ມາຈາກຈູມດອກຄາຍທີ່ພວມເບັ່ງບານ ຫຼືສຽງແຄນເອີ້ນໝູ່ເພື່ອນເທົ່ານັ້ນ, ຫາກຍັງມາຈາກບັນດານ້ຳໃຈຂອງການແບ່ງປັນອີກດ້ວຍ. ລະດູບານໃໝ່ເຂດຊາຍແດນ 2026 ຄັ້ງນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈເພື່ອນມິດສະຫາຍຢ່າງຈະແຈ້ງ, ຄວາມອົບອຸ່ນລະຫວ່າງທະຫານ ແລະ ປະຊາຊົນ ໄດ້ສ້າງຂຶ້ນດ້ວຍບັນດາການກະທຳຢ່າງແທດຈິງ, ມີວັດທະນະທຳມະນຸດ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.