ສາລະຄະດີ

ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ

ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ

(VOVWORLD) - ນັກປະພັນດົນຕີ ທາວຢາງ ຍາມໃດກໍ່ສະຫງວນຄວາມຮັກໃຫ້ແກ່ດົນຕີ, ພິເສດແມ່ນດົນຕີພື້ນເມືອງ. ກ່ວາ 40 ປີທີ່ໄດ້ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີ ຫວຽດນາມ, ສຳລັບທ່ານແລ້ວ, ດົນຕີຄືດັ່ງພາກສ່ວນໜຶ່ງໃນຊີວິດຂອງຕົນ, ຖ້າຫາກມື້ໃດບໍ່ມີດົນຕີ, ມື້ນັ້ນຈະຫງ່ວມເຫງົາ. ບົດຂຽນ “ນັກປະພັນດົນຕີ ທາວຢາງ ອຸທິດສ່ວນໃຫ້ແກ່ພື້ນຖານດົນຕີພື້ນເມືອງ ຫວຽດນາມ” ຂອງນັກຂ່າວ ງອັກແອງ.

 ນັກປະພັນດົນຕີ ທາວຢາງ

ບ້ານເກີດຂອງນັກປະພັນດົນຕີ ທາວຢາງ ຢູ່ ເມືອງແທງອວາຍ, ຮ່າໂນ້ຍ. ທ່ານໄດ້ ຮຽນຢູ່ສະຖາບັນດົນຕີ ຮ່າໂນ້ຍ (ປະຈຸບັນແມ່ນສະຖາບັນດົນຕີ ຫວຽດນາມ) ແລະ ພາຍຫຼັງຮຽນຈົບ ທ່ານໄດ້ສິດສອນຢູ່ໂຮງຮຽນແຫ່ງນີ້ເລີຍ. ທ່ານໄດ້ຮຽນດົນຕີຢູ່ຕ່າງປະເທດເປັນເວລາຫຼາຍປີ. ນັກປະພັນດົນຕີ ທາວຢາງ ພ້ອມກັບສາດສະດາຈານ, ນັກສິລະປິນປະຊາຊົນ ຟ້າມດິ່ງຄາງ ໄດ້ສ້າງຕັ້ງສູນພັດທະນາສິລະປະດົນຕີ ຫວຽດນາມ ແລະ ປະຈຸບັນ, ທ່ານແມ່ນຜູ້ອຳນວຍການສູນແຫ່ງນີ້. ນັກປະພັນດົນຕີ ທາວຢາງ, ຫວນຄືນວ່າ:

        “ສູນໄດ້ສ້າງຕັ້ງໃນປີ 2005. ສູນໄດ້ສະສົມ, ຄົ້ນຄ້ວາບັນດາປະເພດດົນຕີພື້ນເມືອງ ທີ່ໄດ້ສູນຫາຍໄປ ແລະ ຟື້ນຟູຄືນໃໝ່, ສິດສອນ ແລະ ບຳລຸງສ້າງດົນຕີຢ່າງເປັນລະບົບ. ສອນໃຫ້ມະຫາຊົນ, ບັນດາສະໂມສອນ ແລະ ບັນດາຜູ້ນິຍົມດົນຕີພື້ນເມືອງເພື່ອໂຄສະນາເຜີຍແຜ່ຢ່າງກ້ວາງຂວາງໃຫ້ມະຫາຊົນ. ປີ 2010, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ອະນຸຍາດໃຫ້ສູນບຳລຸງສ້າງບາງທຳນອງເພງພື້ນເມືອງຄື: ຂັບເສີມ, ຂັບກາຈູ່, ຂັບກວານຫໍ້… ໝາກຜົນແມ່ນ, ໃນປີ 2015, ມີນັກຮຽນລະດັບປະລິຍາຕີຮຽນຈົບລຸ້ນທຳອິດ 20 ຄົນ.”

        ນັກປະພັນດົນຕີ ທາວຢາງ ພ້ອມກັບບັນດານັກປະພັນດົນຕີໄດ້ມີຄວາມສຸດຈິດສຸດໃຈກັບດົນຕີພື້ນເມືອງ ແລະ ໄດ້ເປີດບັນດາຊຸດຮຽນດົນຕີນັ້ນໂດຍບໍ່ເສຍຄ່າ. ການບອກສອນຢ່າງສຸດຈິດສຸດໃຈຂອງບັນດາຄູອາຈານ ໄດ້ຊ່ວຍໃຫ້ລູກສິດລຸ້ນຕ່າງໆມີຄວາມເມົາມົວໃນການຮ່ຳຮຽນ.

        ໃນພາລະກິດແຫ່ງການເຄື່ອນໄຫວດົນຕີຂອງຕົນ, ນັກປະພັນດົນຕີ ທາວຢາງ ໄດ້ປະດິດແຕ່ງຫຼາຍບົດເພງ, ໃນນັ້ນ, ພົ້ນເດັ່ນທີ່ສຸດແມ່ນບົດເພງ “ເລົ່າເລື່ອງກ່ຽວກັບລະດູການຜະລິດ”. ເມື່ອເວົ້າເຖິງບົດເພງນີ້, ນັກສິລະປິນປະຊາຊົນ ຊວນແຮກ, ເລົ່າສູ່ຟັງວ່າ:

        “ບົດເພງ “ເລົ່າເລື່ອງກ່ຽວກັບລະດູການຜະລິດ” ໄດ້ພັນລະນາກ່ຽວກັບລະດູການຕ່າງໆຢູ່ເຂດຊົນນະບົດ, ຈາກການຫາບເຂົ້າ, ກ່ຽວເຂົ້າຕະຫຼອດຮອດການປະສົມປະສານກັບສຽງນົກຮ້ອງ, ໄກ່ຂັນ… ທີ່ມີຊີວິດຊີວາທີ່ສຸດ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເກັບຮັກສາເທບບັນທຶກສຽງບົດປະພັນ “ເລົ່າເລື່ອງກ່ຽວກັບລະດູການຜະລິດ” ໄວ້ຄັ້ງທຳອິດ.  ຫຼາຍຄະນະທີ່ໄປສະແດງຢູ່ຕ່າງປະເທດລ້ວນແຕ່ສະແດງບົດປະພັນນີ້.”

        ໃນການເຄື່ອນໄຫວຄົ້ນຄ້ວາ, ປະດິດແຕ່ງ, ນັກປະພັນດົນຕີ ທາວຢາງ ໄດ້ສະສົມ, ຮັກສາ ແລະ ສືບທອດສິລະປະຂັບສຳໄວ້. ນັກປະພັນດົນຕີ ທາວຢາງ, ໃຫ້ຮູ້ວ່າ:

        “ປີ 2005, ພວກຂ້າພະເຈົ້າໄດ້ນຳເອົາຂັບສຳມາສະແດງຢູ່ຖະໜົນ ຮ່າງງາງ. ເຖິງວ່າມື້ນັ້ນແມ່ນມື້ສະແດງສຸດທ້າຍກໍ່ຕາມ ແຕ່ກໍ່ມີຜູ້ມາຊົມເປັນຈຳນວນຫຼວງຫຼາຍ, ເມື່ອເຂົາເຈົ້າໄດ້ ຟັງແລ້ວກໍ່ເກີດນິຍົມຊົມຊອບສິລະປະຂັບສຳໃນທັນທີ, ບັນດານັກສິລະປິນຄືພວກຂ້າພະເຈົ້າກໍ່ຮູ້ສຶກຕົກສະເງີ້ນັບແຕ່ນັ້ນມາ, ໃນຕະຫຼອດ 10 ປີຜ່ານມາ, ທ້າຍອາທິດໃດພວກຂ້າພະເຈົ້າກໍ່ສະແດງຂັບສຳ. ມາຮອດປະຈຸບັນ, ຂັບສຳໄດ້ກ້າວເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນໃນທົ່ວປະເທດ, ໄດ້ໄປການສະແດງຢູ່ເທິງເວທີ.”

 ການສະແດງເພງພື້ນເມືອງຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ

        ມາຮອດປະຈຸບັນ, ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ນັກປະພັນດົນຕີ ທາວຢາງ ຍັງເມົາມົວກັບອາຊີບນີ້ຢູ່. ທ່ານບອກວ່າ: ດົນຕີພື້ນເມືອງແມ່ນຈິດວິນຍານຂອງວັດທະນະທຳແຫ່ງຊາດ. ທັດສະນະນີ້ຂອງທ່ານໄດ້ຮັບການຕອບສະໜອງຈາກເພື່ອນຮ່ວມງານຫຼາຍຄົນ. ນັກສິລະປິນ ຊວນແຮກ ແບ່ງປັນຄວາມໃນໃຈສູ່ຟັງວ່າ:

        “ນັກປະພັນດົນຕີ ທາວຢາງແມ່ນລຸ້ນອ້າຍຂອງຂ້າພະເຈົ້າ. ພວກຂ້າພະເຈົ້າມີຄວາມສະໜິດສະໜົມນຳກັນມາແຕ່ຄາວຍັງນ້ອຍ, ຂ້າພະເຈົ້າກໍ່ຖາມລາວວ່າ: ອ້າຍໄດ້ອຸທິດສ່ວນຫຼາຍຄືແນວນັ້ນ ເປັນຫຍັງຄືບໍ່ຂຽນໃບຮັບຮອງຊື່ສຽງຮຽງນາມຕຳແໜ່ງໃຫ້ແກ່ຕົນ, ນັກປະພັນດົນຕີ ທາວຢາງ ກໍ່ເວົ້າວ່າ ໄດ້ເຂົ້າຮ່ວມສະມາຄົມນັກປະພັນດົນຕີແລ້ວ ແລະ ມີຕຳແໜ່ງແມ່ນນັກປະພັນດົນຕີກໍ່ພຽງພໍແລ້ວ. ບໍ່ຮຽກຮ້ອງຫຍັງອີກດອກ.”

        ເມື່ອໄດ້ນັ່ງໂອ້ລົມກັບນັກປະພັນດົນຕີ ທາວຢາງ, ໄດ້ເຫັນວິທີທ່ານສິດສອນໃຫ້ລູກສິດຂອງຕົນຢ່າງລະອຽດລະອໍ, ຈຶ່ງເຂົ້າໃຈໄດ້ວ່ານ້ຳໃຈຂອງຜູ້ເປັນນັກປະພັນຍາມໃດກໍ່ສຸດຈິດສຸດໃຈສຳລັບດົນຕີພື້ນເມືອງຂອງຊາດ. ດ້ວຍຄວາມສຸດຈິດສຸດໃຈຕໍ່ສິລະປະພື້ນເມືອງ, ນັກປະພັນດົນຕີ ທາວຢາງ ໄດ້ ແລະ ພວມອຸທິດສ່ວນໃຫ້ແກ່ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາປະເພດດົນຕີພື້ນເມືອງຂອງ ຫວຽດນາມ ໄວ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.