ສາລະຄະດີ

ຊາວ​ກະ​ສິ​ກອນ​ທາງ​ທິດ​ຕາ​ເວັນ​ຕົກ ມີ​ລາຍ​ຮັບ​ນັບ​ຕື້​ດົ່ງ​ຈາກ​ການ​ປູກ​ໝາກ​ຂຽບ

ຊາວ​ກະ​ສິ​ກອນ​ທາງ​ທິດ​ຕາ​ເວັນ​ຕົກ ມີ​ລາຍ​ຮັບ​ນັບ​ຕື້​ດົ່ງ​ຈາກ​ການ​ປູກ​ໝາກ​ຂຽບ

(VOVWORLD) - ດ້ວຍການປູກຕົ້ນໝາກຂຽບແນວພັນໄທ (ໝາກຂຽບໄທ), ແຕ່ລະປີມີຊາວກະສິກອນຫຼາຍຄົນຢູ່ເມືອງ ໂອມົນ, ນະຄອນເກິ່ນເທີ ມີລາຍຮັບແຕ່ 7 – 8 ຕື້ດົ່ງ (ປະມານ 300.000USD). ພາຍຫຼັງລົບຄ່າໃຊ້ຈ່າຍປຸ໋ຍ, ຢາ, ຄ່າແຮງງານ… ແຕ່ລະປີປະຊາຊົນຢູ່ແຫ່ງນີ້ ມີກຳໄລຫຼາຍກ່ວາ 4 ຕື້ດົ່ງ (150.000USD). ໝາກຂຽບໄທ ໂດຍຜູ້ບໍລິໂພກນິຍົມຊົມຊອບຍ້ອນວ່າໝາກໃຫຍ່ ແລະ ງາມຕາ.

ສວນປູກໝາກຂຽບໄທຂອງຊາວເກົ່ນເທີ (ພາບ: VOV)

ເລື່ອງລາວສ້າງຄວາມຮັ່ງມີຂອງລຸງ ຟານວັນບິດ, ຢູ່ເມືອງ ໂອມົນ, ນະຄອນເກິ່ນເທີ ບໍ່ແມ່ນເລື່ອງແປກສຳລັບຊາວທ້ອງຖິ່ນ. ແຕ່ລະປີ, ເນື້ອທີ່ປູກໝາກຂຽບໄທຂອງ ລຸງບິດ ໄດ້ແຕກດອກອອກຜົນສະໝ່ຳສະເໜີ ແລະ ລາຍຮັບກຳໄລແມ່ນກ່ວາ 4 ຕື້ດົ່ງ, ພ້ອມກັນນັ້ນ ລຸງຍັງສ້າງວຽກເຮັດງານທຳໃຫ້ແກ່ຊາວຜູ້ອອກແຮງງານ 7 – 8 ຄົນ. ແຕ່ລະເດືອນເຂົາເຈົ້າມີລາຍຮັບແຕ່ 12 – 15 ລ້ານດົ່ງ (500 – 600 USD).

ໂດຍໄດ້ປູກຕົ້ນໝາກຂຽບໄທມາເປັນເວລາກ່ວາ 10 ປີ (ແຕ່ປີ 2015) ມາຮອດປັດຈຸບັນ, ລຸງບິດ ໄດ້ເປີດກ້ວາງເນື້ອທີ່ປູກ, ແຕ່ 1,7 ເຮັກຕາຂຶ້ນເປັນເກືອບ 10 ເຮັກຕາ, ໃນນັ້ນ ເນື້ອທີ່ໃຫ້ໝາກແຕ່ລະປີແມ່ນ 7 ເຮັກຕາ. ລຸງບິດ ແບ່ງປັນວ່າ ໝາກຂຽບໄທປູກງ່າຍ, ເປັນແມງໜ້ອຍ ແລະ ບໍ່ເລືອກດິນ, ປີໜຶ່ງໃຫ້ໝາກ 2 ລະດູ, ສະມັດຕະພາບສູງ, ລາຄາຂາຍຕ່ຳສຸດແມ່ນ 30.000 VND (1,2 USD)/ກີໂລກຼາມ, ໄລຍະທີ່ຳດ້ລາຄາດີແມ່ນ 50 – 60.000 VND (2-2,4 USD)/ກີໂລກຼາມ... ປີນີ້ຄາດວ່າ ປະລິມານໝາກຂຽບໄທຂອງ ລຸງບິດ ຈະເກັບກ່ຽວໄດ້ປະມານ 200 ໂຕນ, ໄລຍະເກັບກ່ຽວແມ່ນແຕ່ຫຼັງປີໃໝ່ປະຈຳຊາດ ຫວຽດນາມ ໄປຮອດເດືອນ ເມສາ:

ຂ້າພະເຈົ້າປູກໝາກຂຽບໄທ ໃນເນື້ອທີ່ 90.000 ຕາແມັດ, ປັດຈຸບັນມີຕົ້ນທີ່ໄດ້ປູກໃນເນື້ອທີ່ 70.000 ຕາແມັດ ພວມອອກຜົນ. ຄວາມລໍຄອຍຂອງຂ້າພະເຈົ້າແມ່ນ ເຮັດແນວໃດເຮົາຈະມີຕະຫຼາດເພື່ອໃຫ້ພໍ່ແມ່ປະຊາຊົນມີກຳໄລເປັນປົກກະຕິ. ປີກາຍນີ້, ຂ້າພະເຈົ້າເກັບກ່ຽວໝາກຂຽບໄດ້ປະມານ 250 ໂຕນ, ລາຍຮັບປະມານ 7 – 8 ຕື້ດົ່ງ.

ເພື່ອໃຫ້ການປູກໝາກຂຽບໄທບັນລຸສະມັດຕະພາບສູງ, ມີຄຸນນະພາບ ລຸງ ຟານວັນບິດ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງວິວັດການບົວລະບັດຕົ້ນໄມ້, ເປັນຕົ້ນແມ່ນຈຸດເວລາໝາກຂຽບໄທອອກດອກ. ນີ້ແມ່ນຈຸດເວລາຕັດສິນຕໍ່ສະມັດຕະພາບຂອງທັງລະດູການ.

ນັບແຕ່ເວລາເລີ່ມມີໝາກຈົນຮອດເວລາເກັບກ່ຽວແມ່ນຕ້ອງເສຍເວລາ 3 ເດືອນ, ແຕ່ວ່າ ພາຍຫຼັງມີໝາກເປັນເວລາ 60 ວັນຕ້ອງຫໍ່ໝາກເພື່ອໃຫ້ໝາກມີຄວາມສະໝ່ຳສະເໝີ, ງາມຕາ ແລະ ຂາຍໄດ້ລາຄາດີ. ພ້ອມກັນນັ້ນ, ການສີດປຸ໋ຍ, ຢາປາບແມງໄມ້ກໍ່ຕ້ອງໄດ້ຮັບການປະຕິບັດຖືກຕ້ອງຕາມຈຸດເວລາຈຶ່ງບັນລຸສະມັດຕະພາບສູງ.

ຕາມທ່ານ ຟານວັນບິດ ແລ້ວ, ໝາກຂຽບແຕ່ລະໜ່ວຍມີນ້ຳໜັກແຕ່ 500 ກຼາມ – 700 ກຼາມ. ປັດຈຸບັນ, ໝາກຂຽບໄທສ່ວນຫຼາຍໄດ້ຊົມໃຊ້ຢູ່ພາຍໃນປະເທດ, ລຸງບິດ ມີຄວາມປາດຖະໜາຢາກໄດ້ຮັບການໜູນຊ່ວຍຈາກອົງການທີ່ມີໜ້າທີ່ຮັບຜິດຊອບເພື່ອສ້າງເຄື່ອງໝາຍການຄ້າ ແລະ ເປີດກວ້າງຕະຫຼາດ, ພິເສດແມ່ນການສົ່ງອອກໄປຍັງ ຈີນ, ຍີ່ປຸ່ນ:

ສະເພາະເມືອງ ໂອມົນ, ຕາແສງ ລອງຮຶງ ໄດ້ປູກຕົ້ນໝາກຂຽບໄທເປັນຈຳນວນຫຼາຍທີ່ສຸດ. ຊາວກະສິກອນເຮັດຕາມຂັ້ນຕອນ, ພໍ່ແມ່ປະຊາຊົນຕ້ອງມີສົ້ນອອກເພື່ອຂາຍໄດ້ລາຄາເປັນປົກກະຕິ. ປັດຈຸບັນ, ຂ້າພະເຈົ້າມີຄວາມຫວັງວ່າຈະສາມາດສ້າງເຄື່ອງໝາຍການຄ້າໄດ້, ມີໃບຢັ້ງຢືນຕົ້ນໝາກຂຽບໄທ ລອງຮຶງ.

ກໍ່ຄືກັນກັບລຸງ ຟານວັນບິດ, ລຸງ ຫງວຽນແທັງຫ໋າຍ ຢູ່ຕາແສງ ເທີຍຮຶງ ພວມປູກຝັງໝາກຂຽບໄທ ໃນເນື້ອທີ່ 4 ເຮັກຕາ. ໃນໄລຍະຈະມາເຖິງ, ລຸງຈະທະວີຄູນຮູບແບບນີ້ຂຶ້ນເຖິງ 5 – 7 ເຮັກຕາ. ຕາມລຸງຫ໋າຍ ແລ້ວ, ເຖິງວ່າຄ່າໃຊ້ຈ່າຍ ແລະ ການບົວລະບັດໝາກຂຽບໄທມີຄວາມລຳບາກຫຍຸ້ງຍາກຫຼາຍ ແຕ່ມັນມີປະສິດທິຜົນທາງດ້ານເສດຖະກິດດີກ່ວາຫຼາຍເມື່ອທຽບໃສ່ກັບຮູບແບບປູກຕົ້ນໄມ້ແນວພັນຕ່າງໆ. ລຸງ ຫງວຽນແທັງຫ໋າຍ ໃຫ້ຮູ້ວ່າ:

ໝາກຂຽບໄທນຳມາເຊິ່ງຄຸນຄ່າທາງດ້ານເສດຖະກິດສູງ. ປູກໝາກຂຽບ 1 ເຮັກຕາ ສາມາດເກັບກ່ຽວໝາກໄດ້ສິບປາຍໂຕນ. ລາຄາແມ່ນ 30.000 ດົ່ງ/ກີໂລກຼາມ ເຫັນວ່າມີກຳໄລຫຼາຍແລ້ວ, ເມື່ອທຽບໃສ່ກັບການເຮັດນາແມ່ນທົບ 10 ເທົ່າ. ປັດຈຸບັນ ສວນນີ້ຍັງນ້ອຍ ແຕ່ປີຕໍ່ໄປອາດຈະປູກຕື່ມອີກ 5 – 7 ເຮັກຕາ… ຄວາມຫວັງໃນປັດຈຸບັນມີສົ້ນອອກເປັນປົກກະຕິ, ສາມາດສ້າງເຄື່ອງໝາຍການຄ້າ ແລະ ສົ່ງອອກໄປຍັງຕ່າງປະເທດ… ຈະຊ່ວຍໃຫ້ຂ້າພະເຈົ້າ ແລະ ພໍ່ແມ່ປະຊາຊົນໃນການພັດທະນາຕົ້ນໝາກຂຽບໄດ້ຫຼາຍກ່ວາອີກ.

ຮູບແບບປູກໝາກຂຽບໄທ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງສຳລັບຊາວກະສິກອນຢູ່ ເກິ່ນເທີ. ໃນໄລຍະຜ່ານມາ, ທາງນະຄອນເກິ່ນເທີ ໄດ້ໜູນຊ່ວຍປະຊາຊົນສາມາດເປີດກວ້າງເນື້ອທີ່ປູກ, ສ້າງເຄື່ອງໝາຍການຄ້າ ແລະ ສຳຜັດກັບບັນດາຊ່ອງທາງແຈກຢາຍທີ່ທັນສະໄໝ, ກໍ່ຄືຊອກຫາໂອກາດສົ່ງອອກຜະລິດຕະພັນໄປຍັງຕະຫຼາດ ຈີນ, ຍີ່ປຸ່ນ. ຍ້ອນເຫດນັ້ນ, ຜູ້ປູກໝາກຂຽບຢູ່ ເກິ່ນເທີ ກໍ່ມີຄວາມອຸ່ນອ່ຽງໃຈໃນການຜະລິດ, ພັດທະນາຕົ້ນໝາກຂຽບໄທ.

This site is protected by reCAPTCHA and the Google Privacy Policy and Terms of Service apply.