ສາລະຄະດີ

“ທ້ອນໂຮມປະເທດຊາດເປັນເອກະພາບ”: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

“ທ້ອນໂຮມປະເທດຊາດເປັນເອກະພາບ”: ບັນດາຈຸດເວລາປະຫວັດສາດຂອງລະດູບານໃໝ່ 1975

(VOVWORLD) - ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້

(ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ໄດ້ແບ່ງປັນ 3 ພາກຈຸດສຸມ)

ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ພວມຈັດຂຶ້ນຢູ່ຫໍພິພິຕະພັນປະຫວັດສາດແຫ່ງຊາດ. ມີເອກະສານ, ວັດຖຸພັນເກືອບ 150 ຢ່າງ ໄດ້ວາດພາບເຖິງໄລຍະທາງ 21 ປີແຫ່ງການຕໍ່ສູ້ທີ່ລຳບາກກາກກຳ ແລະ ພິລະອາດຫານຂອງທະຫານ ແລະ ປະຊາຊົນ ຫວຽດນາມ.

ງານວາງສະແດງດ້ວຍຫົວຂໍ້ “ທ້ອນໂຮມປະເທດຊາດເປັນເອກະພາບ” ໄດ້ແບ່ງປັນ 3 ພາກຈຸດສຸມ, ສ່ອງແສງຄວາມຄາດຫວັງທ້ອນໂຮມປະເທດຊາດເປັນເອກະພາບ, ແນະນຳກ່ຽວກັບແນວທາງ, ນະໂຍບາຍຊີ້ຂາດອັນສະຫຼາດສ່ອງໃສຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດ ຫວຽດນາມ ທີ່ໄດ້ຊີ້ນຳ, ນຳພາກອງທັບ ແລະ ປະຊາຊົນຕີໄຊຊະນະພວກສັດຕູທີ່ເຂົ້າມາຮຸກຮານ. ງານວາງສະແດງກໍ່ເຮັດແຈ້ງເຖິງການສະໜັບສະໜູນ, ການລຳລຽງຂອງແນວຫຼັງໃຫຍ່ທາງພາກເໜືອຕໍ່ກັບແນວໜ້າທາງພາກໃຕ້; ການສະໜັບສະໜູນຂອງປະຊາຊົນໂລກທີ່ມີຕໍ່ພາລະກິດຕ້ານ ອາເມລິກາ ກູ້ຊາດຂອງປະຊາຊົນ ຫວຽດນາມ. ຜ່ານງານວາງສະແດງ, ຜູ້ເຂົ້າຊົມຈະຮູ້ສຶກໄດ້ເຖິງບັນຍາກາດຄຶກຄື້ນ, ຄວາມປິຕິຊົມຊື່ນຂອງວັນບຸນທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍຮວ່າຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດຊຸດທີ 15, ແບ່ງປັນວ່າ:

“ງານວາງສະແດງໄດ້ປະກອບສ່ວນສຳຄັນທີ່ສຸດເພື່ອໃຫ້ພວກເຮົາສ້າງນ້ຳໃຈຄວາມຮັກຕໍ່ປະເທດຊາດ ຈາກບັນດາຄວາມຊົງຈຳດ້ານປະຫວັດສາດຂອງລຸ້ນປູ່ລຸ້ນພໍ່, ບັນດາບົດຮຽນອັນລ້ຳຄ່າທີ່ພວກເຮົາມີໄດ້”.

ເມື່ອມາຢ້ຽມຊົມທີ່ງານວາງສະແດງ, ກໍຄຳນຶງເຖິງຈຸດເວລາປະຫວັດສາດ ເມື່ອລົດຖັງເລກ 390 ຕຳເຂົ້າປະຕູໂຂງທຳນຽບເອກະລາດ, ທ່ານນັກຮົບເກົ່າ ໂງຊີ້ຫງວຽນ, ທະຫານປືນໃຫຍ່ຂອງລົດຖັງເລກໝາຍ 390, ໃຫ້ຮູ້ວ່າ:

“ບັ້ນຮົບ ໂຮ່ຈີມິນ ຍາດໄດ້ໄຊຊະນະຢ່າງສົມບູນ, ຕີໄວ, ບັນລຸຜົນງານສູງ. ທີ່ການບຸກໂຈມຕີໄປທາງທິດຕາເວັນອອກ, ຂະບວນທັບ ເລກ 2 ຂອງພວກຂ້າພະເຈົ້າມີລົດຖັງ 2 ຄັນ ມາໄວສຸດແມ່ນລົດຖັງເລກໝາຍ 843 ແລະ 390, ລົດຖັງນັ້ນແມ່ນຂອງ ທ່ານຫົວໜ້າກອງຮ້ອຍ ບຸຍກວາງເທີ້ນ ແລະ ທ່ານຜູ້ຮັບຜິດຊອບທາງການເມືອງ ວູດັງຕວ່ານ. ລົດຖັງ 390 ຂອງພວກຂ້າພະເຈົ້າໄປຕາມແຜນວາດຂອງທ່ານ ບຸຍວັງຕຸ່ງ, ລົດຖັງເລັ່ງຄວາມໄວຂຶ້ນຕຳເຂົ້າປະຕູທຳນຽບເອກະລາດໃຫ້ພັງລົງ. ຮູບພາບນັ້ນແມ່ນຕົວແທນໃຫ້ກຳລັງແຮງຂອງກອງທັບປະຊາຊົນ ຫວຽດນາມ, ຕາງໜ້າໃຫ້ຄວາມຄາດຫວັງສັນຕິພາບຂອງຊາດ ຫວຽດນາມ. 21 ປີທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ເສຍສະຫຼະຊີວິດ ຈຶ່ງມີວັນນີ້”.

        ເຂົ້າຮ່ວມງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ” ໃນເດືອນ ເມສາ ປະຫວັດສາດ, ຢ້ຽມຊົມບັນດາພາບຖ່າຍ, ວັດຖຸພັນ, ເປັນ ຫຼັກຖານສະແດງໃຫ້ເຫັນຈຸດເວລາປະຫວັດສາດຂອງຊາດ ຫວຽດນາມ ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ທ່ານ ໂຮ່ຫວຽດຮ່າ, ຢູ່ ຮ່າໂນ້ຍ, ຈື່ໄດ້ວ່າ:

“ຂ້າພະເຈົ້າມາແຫ່ງນີ້ເຕັມໄປດ້ວຍນ້ຳໃຈຂອງວັນທີ 30 ເມສາ, 50 ປີແຫ່ງວັນປົດປ່ອຍ ໄຊງ່ອນ, ຂ້າພະເຈົ້າເອງກໍ່ເຕີບໃຫຍ່ຂຶ້ນ, ຜ່ານຜ່າສົງຄາມຕ້ານ ອາເມລິກາ. ໄປນັບທັງພາກເໜືອ, ພາກໃຕ້ ເພື່ອປົກປັກຮັກສາປະເທດຊາດ. ຂ້າພະເຈົ້າມີຄວາມເຂົ້າໃຈຄຸນຄ່າຂອງການຕໍ່ສູ້ຍາດເອົາເອກະລາດ. ຂ້າພະເຈົ້າໄດ້ເຫັນປະຈັກຕາຈຸດເວລາຊາວ ຮ່າໂນ້ຍ ຢືນຢູ່ແຄມໜອງ ຮວ່ານກຽມ ເພື່ອຮັບຟັງຂ່າວ, ມື້ນີ້ປົດປ່ອຍໄດ້ແຂວງໃດ ແລະ ປະຊາຊົນພ້ອມກັນຕົບມື້. ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍ, ຢາກຫຼັ່ງນ້ຳຕາ”.

(ຮູບຈຳລອງລົດຖັງ ບຸຸກເຂົ້າໄປທຳນຽບເອກະລາດ, ປັກຄັນທຸງຢູ່ທຳນຽບເອກະລາດ)

ງານວາງສະແດງນີ້ບໍ່ພຽງແຕ່ນຳມາເຊິ່ງອາລົມຈິດທີ່ພິເສດສຳລັບບັນດານັກຮົບເກົ່າ, ປະຊາຊົນຜູ້ໄດ້ຜ່ານຜ່າສົງຄາມເທົ່ານັ້ນ, ຫາກຍັງໄດ້ສ້າງຄວາມປະທັບໃຈຕໍ່ເພື່ອນໜຸ່ມຫຼາຍຄົນ ຜ່ານຮູບພາບຜືນທຸງປິວສະບັດ ແລະ ຮູບຈຳລອງລົດຖັງ ບຸຸກເຂົ້າໄປທຳນຽບເອກະລາດ, ປັກຄັນທຸງຢູ່ທຳນຽບເອກະລາດ.

“ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າແມ່ນ ຢູ່ເທິງເພດານໄດ້ຕິດທຸງແດງດາວເຫຼືອງເປັນຈຳນວນຫຼາຍ. ນີ້ແມ່ນກະແສເພື່ອເຊື່ອມຕົວເຂົ້າບັນຍາກາດຂອງຊາດ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ໃນງານວາງສະແດງນີ້, ຂ້າພະເຈົ້າຮູ້ສຶກໄດ້ເຖິງສິ່ງສຳຄັນທີ່ສຸດ, ນັ້ນແມ່ນຊຸດຮູບຈຳລອງການປັກຄັນທຸງຢູ່ທຳນຽບເອກະລາດ, ເປັນການສະແດງໃຫ້ເຫັນການນຳໃຊ້ເຕັກໂນໂລຊີ ເພື່ອໃຫ້ໄວໜຸ່ມໃນປະຈຸບັນເຫັນໄດ້ວ່າ ປະຫວັດສາດແມ່ນຫົວຂໍໍ້ບໍ່ຢຸດບໍ່ເຊົາ ເພື່ອໃຫ້ພວກເຮົາຂຸດຄົ້ນ, ປະຕິບັດໃນທຸກຂົງເຂດທີ່ແຕກຕ່າງກັນ, ຄື ເຕັກນິກ ແລະ ເຕັກໂນໂລຊີ”.

“ເມື່ອມາຢ້ຽມຢາມງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ”, ຂ້າພະເຈົ້າເອງກໍ່ມີຄວາມຕື້ນຕັນໃຈ ກໍຄືຄວາມເອກອ້າງທະນົງໃຈກ່ຽວກັບໄຊຊະນະປະຫວັດສາດຂອງລຸ້ນປູ່ລຸ້ນພໍ່ກ່ອນນີ້ 50 ປີ. ໂດຍແມ່ນໄວໜຸ່ມ, ລຸ້ນອະນາຄົດຂອງຊາດ, ໄວໜຸ່ມພວກເຮົາແຕ່ລະຄົນຍິ່ງຮັບຮູ້ຢ່າງຈະແຈ້ງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຕົນສຳລັບອະນາຄົດຂອງປະເທດຊາດ”.

ງານວາງສະແດງ “ທ້ອນໂຮມປະເທດຊາດເປັນເອກະພາບ” ເປີດປະຕູຮອດເດືອນ ສິງຫາ 2025. ຜ່ານບັນດາວັດຖຸພັນທີ່ໄດ້ວາງສະແດງຢູ່ທີ່ນີ້, ອີກເທື່ອໜຶ່ງຄວາມຄາດຫວັງມີສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນ ຫວຽດນາມ ພັດປະກາຍແຈ້ງຂຶ້ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.