(vovworld) - ຕອນຄຳ່ວັນທີ 29/8, ງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ປີ 2012 ຖືກໄຂຂຶ້ນຢູ່ນະຄອນ ຊຽມຣຽບ ປະເທດກຳປູເຈຍ. ງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ປີ 2012 ຖືກຈັດຂຶ້ນ ເພື່ອຊຸກຍູ້ ແລະ ເປີດກວ້າງກາລະໂອກາດດຳເນີນທຸລະກິດລະຫວ່າງ ວິສາຫະກິດຂອງບັນດາປະເທດສະມາຊິກ ອາຊຽນ ກໍຄື ກັບວິສາຫະກິດຂອງບັນດາປະເທດຄູ່ຮ່ວມມື ຄູ່ເຈລະຈາ ຂອງອາຊຽນ. ງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບດັ່ງກ່າວຈະເປີດກາລະໂອກາດ ຊ່ວຍບັນດາບໍລິສັດຜະລິດເຄື່ອງຕຳແຜ່ນຕັດຫຍິບແລກປ່ຽນຂໍ້ລິເລີ່ມ ແລະ ຊອກຫາຄູ່ຮ່ວມມື. ເຂົ້າຮ່ວມພິທີໄຂງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ປີ 2012 ມີ ລັດຖະມົນຕີ 10 ທ່ານ ຮັບຜິດຊອບດ້ານເສດຖະກິດຂອງ 10 ປະເທດສະມາຊິກ ອາຊຽນ ພ້ອມກັບລັດຖະມົນຕີການຄ້າຈີນ, ລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ແລະ ລັດຖະມົນຕີການຄ້າ ສເກົາຫລີ.
ໄຂງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ຢູ່ ກຳປູເຈຍ
ໄຂງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ຢູ່ ກຳປູເຈຍ
ຕອນຄຳ່ວັນທີ 29/8, ງານວາງສະແດງເຄື່ອງຕຳແຜ່ນຕັດຫຍິບ ອາຊຽນ ປີ 2012 ຖືກໄຂຂຶ້ນຢູ່ນະຄອນ ຊຽມຣຽບ ປະເທດກຳປູເຈຍ.





