ຊາຍຄາອາຊຽນ

ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລ ເກາະ ສີຊັງ ເຊື່ອມຕໍ່ປະຊາຊົນເຂົ້າຮ່ວມການຟື້ນຟູຊັບພະຍາກອນທະເລ

ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລ ເກາະ ສີຊັງ ເຊື່ອມຕໍ່ປະຊາຊົນເຂົ້າຮ່ວມການຟື້ນຟູຊັບພະຍາກອນທະເລ

(VOVWORLD) - ປະຈຸບັນ, ສູນຂະຫຍາຍພັນສັດທະເລ, ລວມມີ: ປູມ້າ, ຫອຍຫວານ, ປະກາລັງອ່ອນ, ປາມຶກ ແລະ ປາສະຫຼາມກົບ.

(ທ່ານ ປອ ນິນນາດ ໄຊທະນາວິສຸດ)

ສູນຂະຫຍາຍພັນປູມ້າ ພາຍໃຕ້ການອຸປະຖຳຂອງເຈົ້າຍິງ ມະຫາຈັກກຣີ ສີຣິນທອນ ໄດ້ສ້າງຕັ້ງຂຶ້ນກ່ອນນີ້ 4 ປີ, ມາຮອດປະຈຸບັນ, ທາງສູນໄດ້ເປີດສາຂາຂະຫຍາຍພັນສັດທະເລ 4 ສາຂາ ແລະ ປ່ຽນຊື່ເປັນ ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ. ໜ້າທີ່ຕົ້ນຕໍຂອງສູນແມ່ນຟື້ນຟູແຫຼ່ງຊັບພະຍາກອນມະນຸດ ແລະ ລະບົບຊີວະພາບ ຜ່ານການເຊື່ອມຕໍ່ປະຊາຊົນໝົດທຸກຄົນເຂົ້າຮ່ວມ, ພິເສດແມ່ນຊາວປະມົງທ້ອງຖິ່ນ.

ປະຈຸບັນ, ສູນຂະຫຍາຍພັນສັດທະເລ, ລວມມີ: ປູມ້າ, ຫອຍຫວານ, ປະກາລັງອ່ອນ, ປາມຶກ ແລະ ປາສະຫຼາມກົບ. ນີ້ແມ່ນບັນດາສັດທະເລມີມູນຄ່າດ້ານເສດຖະກິດສູງ ແລະ ສວມບົດບາດສຳຄັນຕໍ່ລະບົບຊີວະພາບ, ຊ່ວຍໃຫ້ການຫາປາຂອງຊາວປະມົງເປັນປົກກະຕິ ແລະ ຍືນຍົງ. ທ່ານ ປອ ນິນນາດ ໄຊທະນາວິສຸດ,   ຜູ້ຮັບຜິດຊອບສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ, ໃຫ້ຮູ້ວ່າ:

(ທ່ານ ປອ ນິນນາດ ໄຊທະນາວິສຸດ)

        ສຳລັບປາສະຫຼາມກົບ ແລະ ປາມຶກ, ເຖິງວ່າແມ່ນສັດທະເລ 2 ປະເພດໄດ້ຮັບອະນຸຍາດຂຸດຄົ້ນກໍຕາມ, ແຕ່ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຂົນຂວາຍຂອງສູນ, ເມື່ອຊາວປະມົງຈັບຫາໄດ້ປາສະຫຼາມກົບ ຫຼື ເຫັນໄຂ່ປາມຶກ ກໍລ້ວນແຕ່ນຳມາທາງສູນເພື່ອລ້ຽງ ຈົນຮອດເວລາໄຂ່ອອກເປັນໂຕແລ້ວປ່ອຍກັບຄືນທະເລ. ປ້າ ພະນົມວັນ ປຸນທະວີກິດຕິກັນ, ອາຍຸ 58 ປີ, ເປັນຊາວປະມົງຢູ່ເຂດເກາະ, ແບ່ງປັນວ່າ:

(ທ່ານ ພະນົມວັນ ພັນທະວີກິດຕິກັນ)

(ປະກາລັງອ່ອນແມ່ນສັດທະເລໄດ້ຮັບການປົກປ້ອງ)

        ໂດຍມີຄວາມແຕກຕ່າງກັບປູມ້າ ແລະ ຫອຍຫວານນັ້ນ, ປະກາລັງອ່ອນແມ່ນສັດທະເລໄດ້ຮັບການປົກປ້ອງ. ປະຊາຊົນບໍ່ໄດ້ຂຸດຄົ້ນ, ຊື້-ຂາຍ ແລະ ກຳມະສິດ. ປະຈຸບັນ, ປະກາລັງອ່ອນໃນທຳມະຊາດນັບມື້ນັບໜ້ອຍລົງ, ສະນັ້ນ, ທາງສູນໄດ້ດຳເນີນການຂະຫຍາຍພັນຜ່ານການການແນະນຳວິທີປູກ ແລະ ສົ່ງເສີມບັນດາແຂກທ່ອງທ່ຽວ ຫຼື ຜູ້ມາຢ້ຽມຊົມພ້ອມກັນເຂົ້າຮ່ວມການປູກປະກາລັງອ່ອນ. ເອື້ອຍ ຫະໄທມາສ ວັນຣັດ, ພາລະກອນສູນອະນຸລັກຮັກສາ ແລະ ຂະຫຍາຍພັນເກາະ ສີຊັງ, ໃຫ້ຮູ້ວ່າ:

(ເອື້ອຍ ຫະໄທມາສ ວັນຣັດ)

        ການເຄື່ອນໄຫວຂອງສູນໄດ້ຮັບການຕີລາຄາສູງ ແລະ ສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ. ເອື້ອຍ ສີຍານົນ ທຽນງາມ, ພະນັກງານສິນໃນນ້ຳ ເມືອງເກາະ ສີຊັງ, ໃຫ້ຮູ້ວ່າ:

(ເອື້ອຍ ສີຍານົນ ທຽນງາມ)

        ຜ່ານຄວາມເປັນຈິດໜຶ່ງໃຈດຽວ ແລະ ການຮ່ວມມືຂອງທັງອຳນາດການປົກຄອງ, ສູນອະນຸລັກຮັກສາ ແລະ ຂະຫຍາຍພັນສັດທະເລເກາະ ສີຊັງ ແລະ ປະຊາຊົນ ລ້ວນແຕ່ມຸ່ງໄປເຖິງເປົ້າໝາຍດຽວກັນແມ່ນ ຟື້ນຟູແຫຼ່ງຊັບພະຍາກອນ ແລະ ລະບົບຊີວະພາບທະເລແບບຍືນຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.