ສະຖານະການ ການເມືອງ

ການ​ເຕີບ​ໂຕ​ເພື່ອ​ມະ​ນຸດ, ຮັບ​ໃຊ້​ມະ​ນຸດ

[VOVWORLD] - ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມ​ສູນ​ກາງ​ພັກ ​ຄັ້ງ​ທີ 2 ຊຸດ​ທີ Xiv (ວັນ​ທີ 25 ມີນາ), ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ຕ້ອງ​ຮັບ​ປະ​ກັນ​ການ​ຮັບ​ໃຊ້​ຜົນ​ປະ​ໂຫຍດ, ຍົກ​ສູງ​ຊີ​ວິດ​ດ້ານ​ວັດ​ຖຸ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ. ນີ້​ແມ່ນຫຼັກມູນ​ພັດ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ອັນ​ດີ​ງາມ​ຂອງປະ​ເທດ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ.

ປະ​ເທດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍຫຼາຍ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ທີ່​ສະຫຼັບ​ກັນ, ຄຳຮຽກ​ຮ້ອງທີ່​ວາງ​ອອກ​ແມ່ນ​ບໍ່​ພຽງ​ແຕ່​​ແມ່ນ​ການ​ເຕີບ​ໂຕ​ໂດຍ​ໄວ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ມີ​ການ​ເຕີບ​ໂຕ​ຢ່າງ​ຖືກ​ທິດ: ເພື່ອ​ມະ​ນຸດ ແລະ ຮັ​ບ​ໃຊ້​ມະ​ນຸດ.

ທຸກ​ຜົນ​ສຳ​ເລັດສຸດ​ທ້າຍ ​ຕ້ອງແມ່ນ​ຂອງ​ປະ​ຊາ​ຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ຢັ້ງ​ຢືນ​ວ່າ ທຸກ​ນະ​ໂຍ​ບາຍ, ທຸກ​ໂຄງ​ການ, ທຸກ​ແຫຼ່ງ​ກຳ​ລັງລົງ​ທຶນ​ລ້ວນ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄຸນ​ຄ່າ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ຍົກ​ສູງ​ລາຍ​ຮັບ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮັດ​ແຄບ​ໄລ​ຍະ​ຫ່າງ​ແຫ່ງ​ການ​ພັດ​ທະ​ນາ, ຍົກ​ສູງ​ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ຮັບ​ປະ​ກັນ​ສິດ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ຄົນ. ໝາກ​ຜົນ​ການ​ເຕີບ​ໂຕ​ຕ້ອງ​ໄດ້​ແບ່ງ​ປັນ​ຢ່າງ​ມີ​ຄວາມ​ຍຸ​ຕິ​ທຳ, ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ນີ້​ທັງ​ແມ່ນ​ທາດ​ແທ້​​ຂອງ​ລະ​ບົບ, ທັງ​ແມ່ນ​ໄມ້ຫຼາ​ວັດ​ແທກ​ສຸດ​ທ້າຍ​ຂອງ​ທຸກ​ນະ​ໂຍ​ບາຍ​ພັດ​ທ​ະ​ນາ. ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ການ​ພັດ​ທະ​ນາ​ແມ່ນ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ. ຖ້າ Gdp ເພີ່ມ​ຂຶ້ນ ​ແຕ່​ລາຍ​ຮັບ​ບໍ່​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​​ເໝ​າ​ະ​ສົມ, ຖ້າ​ໄລ​ຍະ​ຫ່າງ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ເຂດ, ບັນ​ດາ​ກຸ່ມ​ຊຸ​ມ​ຊົນ​​ມີ​ໄລ​ຍະ​ຫ່າງ​ທາງ​ສັງ​ຄົມຫຼາຍ, ຖ້າ​ປະ​ຊາ​ຊົນ​ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເຖິງ​ຄວາມ​ສະ​ເໝີ​ພາບກ່​ວາ ໃນ​ຂົງ​ເຂດ​ການ​ສຶກ​ສາ, ການ​ແພດ, ເຮືອນ​ຢູ່, ວຽກ​ເຮັດ​ງານ​ທຳ ແລະ ​ການ​​ຮັບ​ປະ​ກັນ​ຊີ​ວິດສັງ​ຄົມ ​ກໍ່ໝາຍ​ຄວາມ​ວ່າ​ ການ​ເຕີບ​ໂຕ​ນັ້ນຍັງ​ບໍ່​ທັນ​ມີ​ຄວາມ​ໝາຍ​ຄົບ​ຖ້ວນ. ພຶດ​ຕິ​ກຳ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ ເມື່ອການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ ແລະ ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ, ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ຈະ​ມີ​ພື້ນ​ຖານ​ສັງ​ຄົມທີ່​ໝັ້ນ​ແກ່ນກວ່າ.

ຕາມ​ການ​ປະ​ກາດ​ຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ (16 ມີ​ນາ 2026), ອັດ​ຕາ​​ສ່ວນຄົນ​ທຸກ​ຍາກຫຼາຍ​​ຂົ້​ວ ​ປີ 2025, ຕາມ​ມາດ​ຖານ​ຄວາມ​ທຸກ​ຍາກຫຼາຍ​ຂົ້ວ ​ໄລ​ຍະ 2022 – 2025 ແມ່ນ 2,95%, ຫຼຸດ​ລົງ​ຢ່າງ​ແຮງ​ເມື່ອ​ທຽບ​ໃສ່​ກັບ​ປີ 2024 (ປີ 2024 ແມ່ນ 4,06%). ນັ້ນ​ແມ່ນ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຮັບ​ຮູ້.ແຕ່​ວ່າ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ​ບໍ່​ພຽງ​ແຕ່​ແມ່ນ​ຫຼຸດ​ຜ່ອນ​ອັດ​ຕາ​ສ່ວນເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ເປີດກວ້າງ​ໂອ​ກາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ໂດຍ​ພື້ນ​ຖານ, ເພີ່ມ​ຄວາມ​ສາ​ມາດ​ທົນ​ທານ​ຂອງ​ບັນ​ດາ​ຄອບ​ຄົວ​ຕໍ່​​ຄວາມ​ສ່ຽງ ແລະ ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ການ​ທຸກ​ຍາກ​ຄື​ເກົ່າ​ເມື່ອ​ເກີດ​ການ​ຜັນ​ແປ.

​ການ​ເຕີ​ບ​ໂຕ​ໄປ​ຄຽງ​ຄູ່​ກັບ​ຄຸນ​ນະ​ພາບ​​ຂອງ​ຊີ​ວິດ

ໃນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ກຳ​ນົດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ. ​ໃນຫຼາຍ​ປີ​ຜ່ານ​ມາ, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ສຳ​ເລັດ​ສຳ​ຄັນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ກາຍ​ເປັນ​ໜຶ່ງ​ໃນບັນ​ດາ​ພື້ນ​ຖານ​ເສ​ດ​ຖະ​ກິດ​ພັດ​ທະ​ນາ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອ​ນ​ຂອງ​ພາກ​ພື້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຶດ​ຕິ​ກຳ​ຕົວ​ຈິງ ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ຖ້າ​ພຽງ​ແຕ່​ເດີນ​ຕາມ​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ຢ່າງ​ດຽວ​ເທົ່າ​ ໂດຍ​ບໍ່​ສົນ​ໃຈ​ເຖິງ​ຄຸນ​ນະ​ພາບ ແລະ ການ​ຈັດ​ແບ່ງ​ໝາກ​ຜົນຢ່າງ​ຄົບ​ຖ້ວນ, ການ​ເຕີບ​ໂຕ​ນັ້ນ​ຈະ​ຂາດ​ຄວາມ​ຍືນ​ຍົງ ແລະ ​ຊ້ອ​ນ​ແຝງຫຼາຍ​ບັນ​ຫາ​ທາງ​ສັງ​ຄົມ.

ພັກ​ກຳ​ນົດ: ບໍ່ເຮັດ​ທຸກ​ຢ່າງ​ເພື່ອ​​ເດີນ​ຕາມ​ການ​ເຕີບ​ໂຕ​. ພື້ນ​ຖານ​ເສດ​ຖະ​ກິດ​ທີ່ເຂັ້ມ​ແຂງ​ຕ້ອງ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ຮັບ​ໃຊ້​ແຜນ​ການແຫ່ງ​ຊາດ​ກ່ຽວ​ກັບ​ການ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ. ທຸກ​ນະ​ໂຍ​ບາຍ, ທຸກ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ລ້ວນ​ແຕ່​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄຸນ​ຄ່າ​​ທີ່ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ. ສິ່ງ​ນັ້ນ​ຮຽກ​ຮ້ອງ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ໃນ​ຈິນ​ຕະ​ນາ​ການ​ວາງ​ແຜນ​ກຳ​ນົດ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ: ບໍ່​ພຽງ​ແຕ່​ໃຫ້​ຄວາມ​ສົນ​ໃ​ຈ​ຕໍ່​ຂອບ​ຂະ​ໜາດ​ການ​ລົງ​ທຶນ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຕີ​ລາ​ຄາ​ໄດ້​ປະ​ສິດ​ທິ​ຜົນ​ສັງ​ຄົມ​ອີກ​ດ້ວຍ, ບໍ່​ພຽງ​ແຕ່ໃຫ້​ຄວາມ​ສົນ​ໃ​ຈ​ເຖິງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ໃນ​ສະ​ເພາະ​ໜ້າ​ເທົ່າ​ນັ້ນ ຕ້ອງ​ຄິດ​ໄລ່​ເຖິງ​ຜົນ​ກະ​ທົບອັນ​ຍາວ​ນານ​ຕໍ່​​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ. ໂຄງ​ການ​ທີ່​ໄດ້​ຮັບ​ຖື​ວ່າ​ປະ​ສົບ​ຜົນ​ສຳ​ເລັດ​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ເຂົ້າ Gdp ເທົ່າ​ນັ້ນ ຫາກ​ໂຄງ​ການ​ນັ້ນ​ຍັງ​ຕ້ອງ​ສ້າງວຽກ​ເຮັດ​ງານ​ທຳ​ທີ່​ເປັນ​ປົກ​ກະ​ຕິ, ຍົກ​ສູງ​ລາຍ​ຮັບ, ​ປົວແປງ​ເງື່ອນ​ໄຂ​​ກ​ານດຳ​ລົງ​ຊີ​ວິດ ແລະ ນຳ​ກ​າ​ລະ​ໂອ​ກາດ​ພັດ​ທ​ະ​ນາ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ອີກ​ດ້ວຍ. ​ທ່ານ ຮສ.ປອ ຫງວຽນ​ວຽດໂທງ​ ຕີ​ລາ​ຄາ​ວ່າ:

ທັດ​ສະ​ນະ​ຂອງ​ພັກ​ໄດ້​ຢັ້ງ​ຢືນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນັ້ນ​ແມ່ນ ​ການ​ເຕີບ​ໂຕ​ເສ​ດ​ຖະ​ກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້​າວ​ໜ້າໃນ​ຕົວ​ຈິງ ແລະ ຄວາມ​ສະ​ເໝີ​ພາບ​ໃນ​ສັງ​ຄົມ​ໃນ​ການແກ້​ໄຂ​ໄດ້​ບັນ​ຫາ​ວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາ​ມ​ອຶດ​ຫິວ​ທຸກ​ຍາກ, ໃຜກໍ່​ໄດ້​ໄປ​ໂຮງ​ຮຽນ.

​ໂດຍຢຶດ​ໝັ້ນ​ການ​ເຕີບ​ໂຕ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ແລະ ຄວາມ​ສະ​ເໝີ​ພາບ​ທາງ​ສັງ​ຄົມ​ ແມ່ນຫຼັກ​ການ​ສະ​ແດງ​ໃຫ້​ເຫັນ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ການ​ເຊື່ອມ​ຊຶມ ແລະ ປະ​ຕິ​ບັດ​ທັດ​ສະ​ນະ​ນີ້​ຢ່າງ​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຈະ​ແມ່ນ​ຂໍ້​ກຸນ​ແຈເພື່ອ​ໃຫ້ ​ຫວຽດ​ນາມ ບໍ່​ພຽງ​ແຕ່​ບັນ​ລຸ​ໄດ້​ອັດ​ຕາ​ເຕີບ​ໂຕ​ສູງ​ເທົ່າ​ນັ້ນ ຫາກ​ຍັງສ້າງ​ສັງ​ຄົມ​ແຫ່ງ​ຄວາມ​ສະ​ເໝີ​ພາບ, ສີ​ວິ​ໄລ ແລະ ຜາ​ສຸກ​ອີກ​ດ້ວຍ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.