ຊີ​ວິດ​ໃນ​ເມືອງ

ການ​ປັບ​ຕົວ​ຂອງ​ຊາວ​ຕົວ​ເມືອງ​ເມື່ອ​ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ

[VOVWORLD] - ຢູ່ ຫວຽດ​ນາມ, ລາ​ຄາ​ນ້ຳ​ມັນ​​ເພີ່ມ​ຂຶ້ນ​ຍ້ອ​ນການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ, ອິດ​ສະ​ຣາ​ແອັນ ກັບ ອີ​ຣານ ໄດ້​ສ້າງ​ກຳ​ລັງ​ກົດ​ດັນ​ອັນ​ບໍ່​ໜ້ອຍ​ຕໍ່​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ຊີ​ວິດ​ຂອງ​ຊາວ​ຕົວ​ເມືອງ. ແຕ່​ໃນ​ກຳ​ລັງ​ກົດ​ດັນ​ນັ້ນ, ມີ​ການ​ປ່ຽນ​ແປງໜຶ່ງ​ພວມ​ເກີດ​ຂຶ້ນ​ໃນ​ສັງ​ຄົມ. ຈາກ​ການ​ຄັດ​ເລືອກ​ພາ​ຫະ​ນະ​ໄປ​ມາ, ຕະຫຼອດ​ຮອດ​ວິ​ທີ​ຈັດ​ສັນຊີ​ວິດ​ປະ​ຈຳ​ວັນ, ປ​ຊ​ຊ ພວມ​ຄ່ອຍໆ​ປັບ​ຕົວ​ຢ່າ​ງ​ມີ​ໄຫວ​ພິບ​ກວ່າ, ປະ​ຢັດ​ກວ່າ ແລະ ກໍ່​ມີ​ຄວາມ​ຍືນ​ຍົງ​ກວ່າ.

 ໃນ​ຊຸມ​ວັນ​ນີ້, ຢູ່​ບັນ​ດາ​ສະ​ຖາ​ນີ​ລົດໄຟ​ໄຟ​ຟ້າ​ຕົວ​ເມືອງ, ຈຳ​ນວນ​ແຂກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ພິ​ເສດ​ແມ່ນ​ໃນ​ຊົ່ວໂມງຮີບດ່ວນ. ໃນ​ຖ້ຽວ​ລົດ​ໄຟໄຟ​ຟ້າ​ຕອນ​ເຊົ້າ, ຫຼາຍ​ຄົນ​ເຄີຍ​ໄປ​ມາ​ດ້ວຍ​ລົດ​ສ່ວນ​ຕົວ ແຕ່​ປະ​ຈຸ​ບັນ​ກໍ່​ຫັນ​ໄປ​ໃຊ້​ພາ​ຫະ​ນະ​ສາ​ທາ​ລະ​ນະ.

ບໍ່​ພຽງ​ແຕ່​ໄດ້​ປະ​ຢັດ​ຄ່າ​ໃຊ້​ຈ່າຍ​ເທົ່າ​ນັ້ນ, ຫຼາຍ​ຄົນ​ຍັງ​ຖື​ວ່າ ຖ້າ​ສົມທົບການເດີນທາງໄປ​ມາ​ດ້ວຍ​ລົດໄຟ​ໄຟ​ຟ້າ ແລະ ລົດ​ຖີບ​ໃນ​ສະ​ພາບ​ການລາຄາ​ນ້ຳ​ມັນ​ເພິ່ມ​ຂຶ້ນ​ສູງ ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ນ​ການ​ກວ່າ​ອີກ​ໃນ​ການ​ໄປ​ມາ ພ້ອມ​ທັງ​ປະ​ກອບ​ສ່ວນ​ຫລຸດ​ຜ່ອນ​ສະ​ພາບ​ລົດ​ຕິດ ແລະ ມົນ​ລະ​ພິດ.

 ອ້າຍ ເລ​ຮົ່ງ​ດຽບ​ ແລະ ເອື້ອຍ ຫງວຽນ​ທິຢ​ວຽນ ຕາ​ແສງ ​ແທັງ​ຊວັນ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

ກ່ອນ​ນີ້​ຂ້າ​ພະ​ເຈົ້າ​ໄດ້ທຽວ​ໄປ​ມາ​ດ້ວຍ​ລົດ​ຈັກ, ແຕ່​ລະ​ເດືອນ​ຕ້ອງ​ເສຍ​ເງິນ​ຊື້​ນ້ຳ​ມັນຫຼາຍ​ພໍ​ສົມ​ຄວນ, ນັບ​ແຕ່​ເມື່ອ​ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ, ຂ້າ​ພະ​ເຈົ້າ​ກໍ່ຫັນ​ໄປ​ໃຊ້ລົດໄຟ​ໄຟ​ຟ້າ, ເມື່ອ​ອອກ​ຈາກ​ສະ​ຖາ​ນີກໍ່​ຖີບ​ລົດ​ຖີບ​ໄປຕໍ່, ທັງ​ປະ​ຢັດ ແລະ ກໍ່​ບໍ່​ເມື່ອຍ.

ເມື່ອ​ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ, ຂ້າ​ພະ​ເຈົ້າໄດ້​ຊື້​ລົດ​ຖີບ​ເລີຍ, ທັງ​ຫັດ​ກາຍ​ຮັກ​ສາ​ສຸ​ຂະ​ພາບ, ທັງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ອີກ​ຢ່າງ​ໜຶ່ງ​ແມ່ນ​ໄດ້​ປະ​ຢັດ​ເງິນ​ກວ່າຊື້​ນ້ຳ​ມັນ​ໃນ​ສະ​ພ​າບ​ທີ່​ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ​ສູງ​ຄ​ື​ແນວນີ້. ກ່ອນນີ້, ຂີ່​ລົດ​ຈັກ​ແຕ່​ເຮືອນ​ຮອດ​ຫ້ອງ​ການກໍ່​ເສຍ​ເວ​ລາ 30-40 ນາ​ທີ ແຕ່​ປະ​ຈຸ​ບັນ​ຂີ່​ລົດ​ໄຟໄຟ​ຟ້າ​ເສຍ​ເວ​ລາ​ແຕ່ 20 ນາ​ທີ​ເທົ່າ​ນັ້ນ ທັງ​ປະ​ຢັດ ທັງ​ມີ​ປະ​ສິດ​ທິ​ຜົນ.

ທ່ານ ຄວັດ​ຫວຽດ​ຮຸ່ງ  ປະ​ທານ​ສະ​ພາ​ສະ​ມາ​ຊິກ ​ບໍ​ລິ​ສັດ ​ເສັ້ນທາງລົດ​ໄຟ ຮ່າ​ໂນ້ຍ ​ຈຳ​ກັດ​ຜູ້​ດຽວ (HANOI METRO), ໃຫ້​ຮູ້​ວ່າ:

 ໃນຊຸມ​ວັນ​ທີ່​ຜ່ານ​ມາ, ເມື່ອ​ລາ​ຄາ​ເຊື້ອ​ເພີງ​ເພີ່ມ​ຂຶ້ນ, ຈຳ​ນວນ​ຜູ້​ໃຊ້​ລົດໄຟ​ໄຟ​ຟ້າກໍ່​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ, ພິ​ເສດ, ໃນ​ຖ້ຽວ​ທີ່​ມີ​ນັກ​ສຶກ​ສາຫຼາຍ​ຄົ​ນ ໄດ້​ເພີ່ມ​ຂຶ້ນ​ເຖິງ 15-16%.

ການ​ປ່ຽນ​ແປງ​ໃນຄວາມ​ລຶ້ງ​ເຄີຍ​ໄປ​ມາກໍ່​ເຮັດ​ໃຫ້​ຕະຫຼາດ​ພາ​ຫະ​ນະ​ມີ​ການ​ຜັນ​ແປ​ໄປ​ຕາມ. ຢູ່​ບັນ​ດາ​ຮ້ານ​ຂາຍ​ລົດ​ໄຟ​ຟ້າ, ຈຳ​ນວນ​ລູກ​ຄ້າ​ມາ​ຊອກ​ຮູ້ ແລະ ຊື້​ລົດ​ກໍ່​ເພີ່ມ​ຂຶ້ນຫຼາຍ​ພໍ​ສົມ​ຄວນ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ເອື້ອຍ ດ່າວ​ແທັງ​ຮວ່ຽນ, ພະນັກງານ​ຂາຍ​ເຄື່ອງ​ຢູ່​ຮ້ານ​ ຮອນ​ດາ ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

ໃນ 2, 3 ເດືອນ​ມາ​ນີ້, ຈຳ​ນວນ​ລົດ​ໄຟ​ຟ້າ​ທີ່​ຂາຍ​ໄດ້​ເພີ່ມ​ຂຶ້ນ​ແຕ່ 7-10 %, ຍ້ອນ​ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ, ຫຼາຍ​ຄົນ​ໄດ້​ຫັນ​ໄປ​ໃຊ້​ລົດ​ໄຟ​ຟ້າ.

ໃນ​ສະ​ພາບ​ການ​ຕົວ​ເມືອງທີ່​ນັບ​ມື້​ນັບ​ຄັບ​ຄາ​ໜາ​ແໜ້ນ​ນັ້ນ, ລາ​ຄາ​ນ້ຳ​ມັນ​ເພີ່ມ​ຂຶ້ນ​ຄື​ກັບ “ແຮງ​ກະ​ຕຸ້ນ” ຊຸກ​ຍູ້ ປ​ຊ​ຊ ປ່ຽນ​ແປງ​ຄວາມ​ລຶ້ງ​ເຄີຍ, ມຸ່ງ​ໄປ​ສູ່​ການ​ໃຊ້​ບັນ​ດາ​ພາ​ຫະ​ນະ​ແບບປະ​ຢັດ​ເງິນ ແລະ ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ກວ່າ​ອີກ. ອ້າຍ ຟ້າມ​ແອັງ, ຢູ່​ຕາ​ແສງ ໝີ້​ດິ່ງ ນະ​ຄອນ ຮ່າ​ໂນ້ຍ ແບ່ງ​ປັນ​ກ່ຽວ​ກັບ​ສາຍ​ເຫດ​ທີ່​ຫັນ​ໄປ​ຊື້​ລົດ​ໄຟ​ຟ້າ​ວ່າ:

ປະ​ຈຸ​ບັນ, ລາ​ຄາ​ນ້ຳ​ມັນ​ໄດ້​ເພີ່ມ​ຂຶ້ນ, ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ໄປ​ຊື້​ລົດ​ໄຟ​ຟ້າ​ຍ້ອນ​ວ່າ​ມັນ​ມີຫຼາຍ​ຮູບ​ແບບ​ງາມ, ລາ​ຄາກໍ່​ເໝາະ​ສົມ. ຂີ່​ລົດ​ໄຟ​ຟ້າກໍ່ສະ​ດວກ​ສະ​ບາຍ.

ຈາກ​ແງ່​ມູມ​ຕົວ​ເມືອງ, ບັນ​ດາ​ການ​ປ່ຽນ​ແປງ​ນ້ອຍໆ​ໃນ​ການ​ເລືອກ​ເອົາ​ພາ​ຫະ​ນະ​ໄປ​ມາ ອາດ​ຈະ​ສ້າງ​ການ​ກະ​ທົບ​ອັນ​ໃຫ່​ຍຫຼວງ. ​ຜູ້​ໃຊ້ລົດ​ຈັກ​ໜ້ອຍ​ລົງ​ກໍ່​ໝາຍ​ຄວາມ​ວ່າ​ຈະ​ຫລຸດ​ຜ່ອນ​ສະ​ພາບ​ລົດ​ຕິດ, ຫລຸດ​ຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ.

ມີຫຼາຍ​ຄົນ​ໃຊ້ພາ​ຫະ​ນະ​ສາ​ທາ​ລະ​ນະ​​ກໍ່​ໝາຍ​ຄວາມ​ວ່າ ​ຕົວ​ເມືອງ​ໄດ​້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ. ລາ​ຄາ​ນ້ຳ​ມັນ​​ເພີ່ມ​ຂຶ້ນ, ໃນ​ແງ່​ມູມ​ໃດ​ໜຶ່ງກໍ່​ພວມ​ກາຍ​ເປັນການ​ຊຸກ​ຍູ້​ວິ​ວັດ​ການ​ຫັນ​ປ່ຽນ​ນີ້.

ໃນຈັງ​ຫວະ​ການ​ດຳ​ລົງ​ຊີວ​ິດ​ຢູ່​ເຂດ​ຕົວ​ເມືອງທີ່​ທັນ​ສະ​ໄໝ, ແຕ່​ລະ​ການ​ປ່ຽນ​​ແປງ, ເຖິງວ່າ​ນ້ອຍກໍ່​ຕາມ ກໍ່​ລ້ວນ​ແຕ່​ແມ່ນ​ບາດ​ກ້າວ​ເດີນ​ໜຶ່ງ. ຈາກ​ເລື່ອງ​ເລືອກ​ໃຊ້​ລົດໄຟ​ໄຟ​ຟ້າ, ຖີບ​ລົດ ຫຼື ​ຫັນ​ໄປ​ຂີ່​ລົດ​​ໄຟ​ຟ້າ, ປ​ຊ​ຊ ພວມ​ໄດ້​ປັບ​ຕົວ​ເພື່ອ​ຮັບ​ມື​ກັບ​ການ​ຜັນ​ແປ​ຂອງ​ຕະຫຼາດ./.

The Hung

This site is protected by reCAPTCHA and the Google Privacy Policy and Terms of Service apply.