ຊີ​ວິດ​ສັງ​ຄົມ

ຮ່ານາມ ແລະ ເປົ້າໝາຍຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ

ຮ່ານາມ ແລະ ເປົ້າໝາຍຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ

(VOVWORLD) -ການປະຕິຮູບລະບຽບການບໍລິຫານ ແມ່ນຂອດສຳຄັນໃນການພັດທະນາເສດຖະກິດ, ສັງຄົມ ຢູ່ແຕ່ລະທ້ອງຖິ່ນ. ໃນຊຸມປີມໍ່ໆມານີ້ ເລື່ອງແຂວງ ຮ່ານາມ ເປັນຫນຶ່ງໃນບັນດາແຂວງຢູ່ເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອ ຫວຽດນາມ ໄດ້ຫລຸດລະບຽບການດ້ານບໍລິຫານລົງຫຼາຍ, ແລ້ວຫັນມາໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານນັ້ນ ໄດ້ຊ່ວຍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດການລົງທຶນ, ເພີ່ມກຳລັງແກ່ງແຍ້ງຂອງແຂວງ.

ສູນຮັບໃຊ້ລະບຽບການບໍລິຫານຢູ່ແຂວງ ຮ່ານາມ

ຫນຶ່ງໃນບັນດາທິດທາງ, ເປົ້າໝາຍ ຊື່ງແຂວງ ຮ່ານາມ ວາງອອກໃນໄລຍະປີ 2020 – 2025 ນັ້ນແມ່ນ: ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຸດສຸມແມ່ນຫັນພື້ນຖານດ້ານບໍລິຫານເປັນທັນສະໄຫມ. ແຂວງ ກໍ່ໄດ້ກຳນົດຄາດໝາຍຕົ້ນຕໍ: ສູ້ຊົນໃຫ້ແຂວງ ຮ່ານາມ ໄດ້ນອນໃນ Top 20 ແຂວງ ນຳຫນ້າທາງດ້ານດັດຊະນີປະສິດທິຜົນການຄຸ້ມຄອງ ແລະ ບໍລິຫານລັດຂັ້ນແຂວງ (PAPI), ດັດຊະນີກຳລັງຄວາມສາມາດແກ່ງແຍ້ງຂັ້ນແຂວງ(PCI) ແລະ ດັດຊະນີການປະຕິຮູບດ້ານບໍລິຫານ (PAR-index).

ປີ 2021, ຮ່ານາມ ແມ່ນຫນຶ່ງໃນຈຳນວນ 23 ແຂວງ, ນະຄອນ ໄດ້ສະຫນອງ 100% ບໍລິການສາທາລະນະທີ່ມີເງື່ອນໄຂຄົບຖ້ວນໃນລະດັບ 4 (ຜູ້ນຳໃຊ້ສາມາດຊຳລະຄ່າບໍລິການ (ຖ້າຫາກມີ) ຜ່ານທາງໄກ. ເລື່ອງສົ່ງໝາກຜົນຂອງການໃຫ້ບໍລິການອາດຈະໄດ້ປະຕິບັດທາງໄກ, ໂດຍກົງ ຫລືຜ່ານທາງໄປສະນີ ໃຫ້ຜູ້ນຳໃຊ້ບໍລິການ). ນີ້ແມ່ນພື້ນຖານສຳຄັນເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງດັດຊະນີກຳລັງແກ້ງແຍ່ງ (PCI) ຂັ້ນແຂວງ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາເສດຖະກິດ-ສັງຄົມ, ເພີ່ມກຳລັງຄວາມສາມາດສຳຜັດຂອງບັນດາວິສາຫະກິດຢູ່ບໍລິເວນ. ທ່ານ ຫງວຽນວັນເລື້ອງ ຫົວຫນ້າພະແນກແຜນການ ແລະ ການລົງທຶນ ແຂວງ ຮ່ານາມ ໃຫ້ຮູ້ວ່າ:  

“ການປະຕິຮູບລະບຽບການບໍລິຫານ ແມ່ນຫນຶ່ງໃນບັນດາປັດໄຈເຮັດໃຫ້ວິສາຫະກິດມີຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງທຸກຂັ້ນຂອງແຂວງ. ໄລຍະຜ່ານມາ, ການນຳແຂວງທັງໝົດໄດ້ຮຽກຮ້ອງພະແນກ, ຂະແຫນງການທຸກຂັ້ນ ສຳຫລວດກວດກາ, ຫລຸດເວລາເຮັດລະບຽບການລົງຢ່າງຫນ້ອຍສຸດແມ່ນ 50% ເມື່ອທຽບໃສ່ການກຳນົດ. ລະບຽບການບໍລິຫານຕ້ອງປະຕິບັດຢ່າງວ່ອງໄວ ແລະ ເມື່ອວິສາຫະກິດປະກອບຄຳເຫັນນັ້ນ ທາງອຳນາດການປົກຄອງກໍ່ມີຄຳຕອບໃຫ້ໂດຍໄວ. ວິສາຫະກິດ ຕີລາຄາສູງການຕອບຮັບຂອງອຳນາດການປົກຄອງຂອງແຂວງ ຮ່ານາມ”

ແຂວງ ຮ່ານາມ ຍາມໃດກໍ່ມານະພະຍາຍາມຫັນປ່ຽນດ້ານບໍລິຫານ ຈາກການຄຸ້ມຄອງໄປເປັນການຮັບໃຊ້. ເລື່ອງ ການນຳແຂວງ ກຳນົດລະບຽບການບໍລິຫານຕ້ອງກະທັດລັດ, ວ່ອງໄວ, ສະດວກເພື່ອດຶງດູດບັນດານັກລົງທຶນ ແມ່ນທິດກ້າວເດີນອັນຖືກຕ້ອງ. ນີ້ແມ່ນປັດໄຈສຳຄັນຄຽງຄ້າງການປະກາດໃຊ້ນະໂຍບາຍບຸລິມະສິດກ່ຽວກັບການເຊົ່າທີ່ດິນ, ອາກອນລາຍຮັບວິສາຫະກິດ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິກໄດ້ເຂົ້າເຖິງບັນດາອົງການສິນເຊື່ອເພື່ອກູ້ຢຶມທຶນ. ດ້ວຍນະໂຍບາຍສະດວກ, ສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ ຮ່ານາມ ຍາມໃດກໍ່ໄດ້ຮັບການຕີລາຄາສູງກວ່າໝູ່ໃນທົ່ວປະເທດໃນຊຸມປີມໍ່ໆມານີ້. ຜູ້ຕາງຫນ້ານັກລົງທຶນ ສ. ເກົາຫລີ ໃນເຂດອຸດສາຫະກຳ ດົ່ງວັນ IV ໃຫ້ຮູ້ວ່າ:

“ບັນດາລະບຽບການລົງທຶນຢູ່ທີ່ນີ້ໄດ້ຮັບການແກ້ໄຂຢ່າງວ່ອງໄວ, ສະດວກທີ່ສຸດ. ອຳນາດການປົກຄອງ ແລະ ບັນດາອົງການຂອງແຂວງ ຮ່ານາມ ໄດ້ຫນູນຊ່ວຍພວກຂ້າພະເຈົ້າຫລາຍຢ່າງໃນວິວັດການຜັນຂະຫຍາຍການກໍ່ສ້າງໂຮງງານ. ສິ່ງແວດລ້ອມແຫ່ງການລົງທຶນແມ່ນສະດວກທີ່ສຸດ”

ຫນຶ່ງໃນບັນດາເປົ້າໝາຍສຳຄັນເພື່ອຍົກສູງປະສິດທິຜົນວຽກງານປະຕິຮູບລະບຽບການບໍລິຫານ, ໃນນັ້ນ ມີການປະຕິຮູບລະບຽບການບໍລິຫານ ແມ່ນການເພີ່ມທະວີການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຜັນຂະຫຍາຍການບໍລິການສາທາລະນະທາງໄກເຂົ້າໃນການປະຕິບັດການແກ້ໄຂລະບຽບການບໍລິຫານ. ປະຈຸບັນ ຢູ່ ແຂວງ ຮ່ານາມ, ປະຕູຖານການບໍລິການສາທາລະນະ ແລະ ລະບົບຖານຂໍ້ມູນປະຕູດຽວເອເລັກໂຕນິກຂອງແຂວງ ແມ່ນເຄື່ອນໄຫວຕະຫລອດ ແລະ ມີຄວາມເປັນປົກກະຕິ. ໃນປີ 2021, ໄດ້ຮັບເອກະສານກວ່າ 210.000 ຊຸດ ແລະ ອັບເດດເຂົ້າໃນລະບົບ; ໃນນັ້ນ ໄດ້ແກ້ໄຂແລ້ວກ່ອນກຳນົດ ແລະ ຖືກຕາມການກຳນົດເວລາ 99,8%, ເອກະສານຫຼາຍກວ່າ 54.000 ສະບັບແມ່ນປະຕິບັດທາງໄກ, ບັນລຸ 25,8%. ເອື້ອຍ ເຈີນທິຈາງ, ຜູ້ມາເຮັດລະບຽບການບໍລິຫານໃຫ້ຮູ້ວ່າ:

“ເມື່ອໝູນໃຊ້ການປະຕິຮູບລະບຽບການບໍລິຫານໃນຮູບແບບນີ້, ພວກຂ້າພະເຈົ້າມາເຮັດລະບຽບການແມ່ນວ່ອງໄວທີ່ສຸດ. ລັດຖະກອນຮັບເອກະສານ, ແກ້ໄຂຢ່າງສຸດຈິດສຸດໃຈ, ເປັນມືອາຊີບ, ຂັ້ນຕອນແກ້ໄຂລະບຽບການກໍ່ສະດວກ, ບໍ່ໄດ້ຖ້າດົນ. ຂ້າພະເຈົ້າມີຄວາມເພິ່ງພໍໃຈ”

ການປະຕິຮູບລະບຽບການບໍລິຫານ ແມ່ນບັນຫາຫລັກແຫລ່ງ ເພື່ອແນໃສ່ຍົກສູງປະສິດທິຜົນການພັດທະນາເສດຖະກິດ ສັງຄົມຂອງແຕ່ລະທ້ອງຖິ່ນ. ເລື່ອງແຂວງ ຮ່ານາມ ພວມ ແລະ ຈະຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຈຸດສຸມແມ່ນຫັນພື້ນຖານດ້ານບໍລິຫານໃຫ້ທັນສະໄຫມ, ແມ່ນປັດໄຈສຳຄັນເພື່ອໃຫ້ແຂວງ ຮ່ານາມ ຍາມໃດກໍ່ແມ່ນຈຸດນັດພົບດູດດື່ມຂອງບັນດານັກລົງທຶນ ແລະ ໄດ້ຮັບຄວາມເພິ່ງພໍໃຈຈາກປະຊາຊົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.