ຊີ​ວິດ​ສັງ​ຄົມ

ໄກ່ ດົງຕ໋າວ ນຳເອົາຄຸນຄ່າທາງດ້ານເສດຖະກິດສູງມາໃຫ້ປະຊາຊົນ ຮຶງອຽນ

ໄກ່ ດົງຕ໋າວ ນຳເອົາຄຸນຄ່າທາງດ້ານເສດຖະກິດສູງມາໃຫ້ປະຊາຊົນ ຮຶງອຽນ

(VOVWORLD) -ໄກ່ ດົງຕ໋າວ ແມ່ນໄກ່ຊະນິດຫນຶ່ງທີ່ມີຄວາມພິເສດ ແລະ ຫາຍາກ ຂອງຫວຽດນາມ. ນີ້ແມ່ນໄກ່ລ້ຽງຂອງປະຊາຊົນຢູ່ຕາແສງ ດົງຕ໋າວ ຂຶ້ນກັບເມືອງ ຄວາຍເຈົາ ແຂວງ ຮຶງອຽນ. ໃນໄລຍະຜ່ານມາ, ໄກ່ ດົງຕ໋າວ ໄດ້ຮັກສາແນວພັນໄວ້ໄດ້ ດ້ວຍຫລາຍວິທີການ, ໄກ່ພັນແທ້ ໄດ້ທະວີຄູນເປັນຈຳນວນຫລາຍ, ສະຫນອງໃຫ້ຕະຫລາດໃນທົ່ວປະເທດ, ສ້າງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຜູ້ລ້ຽງໄກ່.

ໃນຊຸມປີມໍ່ໆມານີ້ ການລ້ຽງສັດປີກຢູ່ແຂວງ ຮຶງອຽນ ຍັງຄົງສວມບົດບາດສຳຄັນໃນການພັດທະນາເສດຖະກິດຂອງແຂວງ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກວ່າເມື່ອທຽບໃສ່ກັບການລ້ຽງສັດຊະນິດອື່ນ, ເວລາລ້ຽງກໍ່ໄວກວ່າ. ມີຫລາຍຄອບຄົວຊາວກະສິກອນໄດ້ລົງທຶນຂະຫຍາຍການລ້ຽງສັດ. ການຮ່ວມສຳພັນກັນລ້ຽງ, ການຜະລິດຕາມລະບົບ ກໍ່ປະກົດຂຶ້ນຫຼາຍ, ມີບາງສະຫະກອນລ້ຽງສັດ ກໍ່ບັນລຸປະສິດທິຜົນ. ໄລ່ຮອດເດືອນຕຸລາປີ 2022, ແຂວງຮຶງອ່ຽນ ມີໄກ່ ເກືອບ 6.700 ໂຕ ໃນຍອດຈຳນວນສັດປີກທັງໝົດ 9.600 ໂຕ. ຄອບຄົວຊາວກະວິກອນທີ່ລ້ຽງສັດປີກຂະຫນາດຕ່ຳກວ່າ 300 ໂຕແມ່ນໄດ້ຫລຸດລົງຫຼາຍ ແລະ ການລ້ຽງເປັນຟາມ ຂະຫນາດສະເລ່ຍ 700- 1000 ໂຕ ໄດ້ເພີ່ມຂຶ້ນໄວ.

ໄກ່ ດົງຕ໋າວ : (ພາບ: baodanViet)

ພິເສດ ການລ້ຽງໄກ່ ດົງຕ໋າວ ພັດທະນາດີສົມຄວນ ທາງດ້ານ ຈຳນວນ, ຄຸນນະພາບ, ຮູບການ ແລະ ປະສິດທິຜົນ.ຮູບແບບການລ້ຽງໄກ່ ດົງຕ໋າວ ໄດ້ກາຍເປັນແຫລ່ງພັດທະນາເສດຖະກິດຕົ້ນຕໍຂອງຫລາຍຄອບຄົວຊາວກະສິກອນຢູ່ໃນບໍລິເວນຕາແສງ ດົງຕ໋າວ ເມືອງຄວາຍເຈົາ ແຂວງ ຮຶງອຽນ. ຄອບຄົວຊາວກະສິກອນ ລ້ຽງໄກ່ແມ່ນມີຫຼາຍກວ່າ 2.500 ຄອບຄົວ ມີໄກ່ຫຼາຍກວ່າ 700.000 ໂຕ ແຕ່ລະປີສາມາດສ້າງລາຍຮັບໄດ້ແຕ່ 100-200 ລ້ານດົ່ງ/ຄອບຄົວ (ປະມານ 4.200 – 8.400 USD), ໄກ່ ດົງຕ໋າວ ກຳລັງປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ໃຫ້ດີຂຶ້ນເທື່ອລະກ້າວ.

 “ສຳລັບ ຊາວກະສິກອນ, ການລ້ຽງໄກ່ ດົງຕ໋າວ ມີປະສິດທິຜົນກວ່າການເຮັດນາ,ມີ ລາຍຮັບປະມານ ກວ່າ 1 ຕື້ດົ່ງ/ປີ, ກຳໄລກໍ່ປະມານ 300 ລ້ານດົ່ງ.

ຄອບຄົວຂອງນ້ອງແຕ່ລະອາທິດຂາຍອອກສູ່ຕະຫລາດແມ່ນກວ່າ 100 ໂຕ ແລະ ເຫັນວ່າ ການລ້ຽງໄກ່ໄດ້ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງ ສະນັ້ນ ຕົນເອງຢາກຮ່ຳຮຽນເອົາບົດຮຽນ, ປະສົບການໃນການລ້ຽງໄກ່ນີ້”

ເພື່ອພັດທະນາການລ້ຽງສັດແບບຍືນຍົງຕາມລະບົບຂະແຫນງສິນຄ້າຕິດພັນກັບໂຄງການ ຫນຶ່ງຕາແສງຫນຶ່ງຜະລິດຕະພັນ (OCOP),ການສ້າງຊົນນະບົດໃຫມ່, ປີ 2022 ສູນສົ່ງເສີມກະສິກຳ ແຂວງຮຶງອຽນ ໄດ້ກໍ່ສ້າງຮູບແບບ “ການລ້ຽງໄກ່ດົງຕ໋າວປະສົມພັນຕາມທິດອົງຄະທາດ. ລຸງ ຄັກຈຸງ ເຈົ້າຂອງຄອບຄົວລ້ຽງໄກ່ ດົງຕ໋າວ ຢູ່ ຮຶງອຽນ ແບ່ງປັນວ່າ:

 “ຂ້າພະເຈົ້າເຫັນວ່າ ລ້ຽງໄກ່ດົງຕ໋າວ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ ແລະ ການລ້ຽງໄກ່ແບບນີ້ ທຸກຂັ້ນຕອນໃນການລ້ຽງ ແມ່ນບັນດາສະມາຊິກໃນສະຫະກອນລ້ວນແຕ່ໄດ້ແລກປ່ຽນນຳກັນ ແລະ ໄດ້ຮັບການແນະນຳຈາກສູນ ເພື່ອພ້ອມກັນພັດທະນາສ້າງເສດຖະກິດ”

ດ້ວຍຄາດໝາຍສ້າງເຂດຜະລິດກະສິກຳອົງຄະທາດຕິດພັນກັບການຈຳຫນ່າຍບົນພື້ນຖານການຄັດເລືອກເອົາຜະລິດຕະພັນກະສິກຳຫລັກແຫລ່ງ, ມີທ່າໄດ້ປຽບໃນການແກ້ງແຍ້ງ, ເດືອນ ມີນາປີ 2020, ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໄດ້ເຊັນອະນຸມັດແຜນຮ່າງພັດທະນາການລ້ຽງສັດຢ່າງປອດໄພ, ລ້ຽງສັດ Vietgapຮັບປະກັນຄວາມປອດໄພຕໍ່ໂລກລະບາດ, ຫລັກອະນາໄມດ້ານສະບຽງອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມໄລຍະ 2022 – 2025, ການກຳນົດທິດຮອດປີ 2030. ຕາມແຜນຮ່າງ ຄາດໝາຍການລ້ຽງສັດປີກ ສູ້ຊົນຮອດປີ 2025 ໃຫ້ບັນລຸ: 10 – 11 ລ້ານໂຕ, ໃນນັ້ນ 55 -60% ແມ່ນໄກ່ ດົງຕ໋າວ, ດົງຕ໋າວ ປະສົມພັນ. ທ່ານ ຫງວຽນຮຸ່ງນາມ ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຮຶງອຽນ ໃຫ້ຮູ້ວ່າ:

“ຍູ້ແຮງການເຄື່ອນໄຫວໂຄສະນາ, ເຜີຍແຜ່ຜ່ານລະບົບດີຈີຕອນ, ສົມທົບກັນຢ່າງແຫນ້ນແຟ້ນເພື່ອເຊື່ອມຕໍ່, ຫນູນຊ່ວຍສະຫະກອນ, ເຮືອນສວນ, ຟາມຂອງແຂວງ ແລະ ນຳເອົາຜະລິດຕະພັນທີ່ມີຄຸນນະພາບສູງຂອງແຂວງໄປຈ່າວຂາຍທາງການຄ້າເອເລັກໂຕນິກທີ່ມີອິດທິພົນຊື່ສຽງ. ສືບຕໍ່ຫັນຮູບການແນະນຳຜະລິດຕະພັນກະເສດຂອງແຂວງໃຫ້ຜູ້ອຸປະໂພກບໍລິໂພກໃນທົ່ວປະເທດໃຫ້ເປັນຫລາຍຮູບແບບ. ນອກຈາກນັ້ນ ແຂວງ ຍັງຈັດການພົວພັນຄ້າຂາຍທາງອອນລາຍເພື່ອໃຫ້ບັນດາວິສາຫະກິດຢູ່ພາຍໃນປະເທດໄດ້ເຊື່ອມຕໍ່ກັບວິສາຫະກິດ, ສະຫະກອນ, ຟາມລ້ຽງຂອງແຂວງເພື່ອແລກປ່ຽນຄ້າຂາຍນຳກັນ”

ໄກ່ ດົງຕ໋າວ ຢູ່ ສວນຂອງຄອບຄົວຊາວກະສິກອນ ຢູ່ ຕາແສງ ດົງຕ໋າວ ເມືອງ ຄວາຍເຈົາ ແຂວງ ຮຶງອຽນ. (ພາບ: BaoDanViet)

ກ່ອນນີ້ ໄກ່ ດົງຕ໋າວ ເຄີຍໄດ້ນຳໃຊ້ເປັນເຄື່ອງຖະຫວາຍເຈົ້າຊີວິດ. ມາປະຈຸບັນ ດ້ວຍການກຳນົດທິດອັນເໝາະສົມຂອງການນຳແຂວງ ຮຶງອຽນ ພ້ອມກັບການພັດທະນາຂອງວິທະຍາສາດເຕັກນິກ, ຄວາມເປັນຫລາຍຫລາຍຮູບແບບໃນການສຳຜັດກັບຕະຫລາດ, ໄກ່ ດົງຕ໋າວ ນັບມື້ນັບເປັນທີ່ຮູ້ຈັກກັນຫຼາຍ, ກວ້າງຂວາງຢູ່ທັງພາຍໃນ ແລະ ຕ່າງປະເທດ, ນຳມາເຊິ່ງມູນຄ່າດ້ານເສດຖະກິດສູງໃຫ້ແກ່ຊາວກະສິກອນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.