ຊີ​ວິດ​ສັງ​ຄົມ

ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ

ແຂວງ ຢາລາຍ ເສີມຂະຫຍາຍບົດບາດຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວຊົນເຜົ່າສ່ວນຫນ້ອຍ

(VOVWORLD) - ໂດຍຕັ້ງຢູ່ເຂດໄຕງວຽນ, ແຂວງ ຢາລາຍ ປະຈຸບັນ ມີ 44 ຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຮ່ວມກັນ, ໃນນັ້ນ ມີ 43 ຊົນເຜົ່າສ່ວນຫນ້ອຍ ດ້ວຍພົນລະເມືອງປະມານ 700.000 ຄົນ, ກວມເອົາເກືອບເຄິ່ງຫນຶ່ງພົນລະເມືອງຂອງທົ່ວແຂວງ. ໃນຊຸມປີຜ່ານມາ, ຍ້ອນມີການປະກອບສ່ວນຂອງຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ແຂວງ ຢາລາຍ ສາມາດບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນທຸກຂົງເຂດ.

ຕຳຫລວດ ລົງພົບປະກັບນາຍບ້ານ ຜູ້ມີອິດທິພົນຊື່ສຽງຢູ່ ໝູ່ບ້ານ ບແຣງ 3 ຕາແສງ ອີອາເດ ເມືອງ ອີອາ ກຣາຍ

ໄລ່ຮອດປະຈຸບັນ, ແຂວງ ຢາລາຍ ມີປະມານ 1000 ຄົນແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ໃນນັ້ນ ມີກວ່າ 770 ຄົນແມ່ນ ກຳມະການ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ທຸກຂັ້ນ ອາຍຸການ 2019 – 2024. ໄລຍະ 2018 – 2020, ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ກວ່າ 100 ບຸກຄົນ. ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ແກ່ 100 ບຸກຄົນ ຊື່ງແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ.

ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍແຂວງ ຢາລາຍ ເປັນແບບຢ່າງໃນການປະຕິບັດ ແລະ ໂຄສະນາ, ຂົນຂວາຍປະຊາຊົນຕອບສະຫນອງ, ເຂົ້າຮ່ວມບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ. ທ່ານນາງ ຫງວຽນທິແທງລິກ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ຢາລາຍ ຢືນຢັນວ່າ:

“ປະຈຸບັນ ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ພິເສດ ແມ່ນບົດບາດຂອງເຈົ້າກົກເຈົ້າເຫລົ່າ, ນາຍບ້ານໃນລະບົບການເມືອງ ຢູ່ ຂັ້ນຮາກຖານ ແມ່ນມີຄວາມສຳຄັນ ແລະ ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາເສດຖະກິດ, ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງແຂວງ ກໍ່ຄືການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ສະຖຽນລະພາບດ້ານການເມືອງ. ພວກຂ້າພະເຈົ້າຫນູນຊ່ວຍ, ສົ່ງເສີມການພັດທະນາບັນດາຮູບແບບນີ້ ແລະ ນັບມື້ນັບເສີມຂະຫຍາຍບົດບາດຂອງ ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດເພື່ອເຂົ້າຮ່ວມບໍ່ພຽງແຕ່ໃນການປ້ອງກັນຄວາມສະຫງົບ, ສະຖຽນລະພາບດ້ານການເມືອງເທົ່ານັ້ນ ຫາກໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມອີກດ້ວຍ.”

ຢູ່ບັນດາທ້ອງຖິ່ນ ຄື: ນະຄອນ ປໄລກູ (Pleiku) , ເທດສະບານ ອາຢູນປາ (Ayun Pa), ເທດສະບານ ອານເຄ ແລະ ບັນດາເມືອງ ອີອາ ກຣາຍ, ຈືປະຣົງ, ຟູທ້ຽນ, ກບາງ, ດັກເປີ.. ໄດ້ມີນັບຮ້ອຍໆຄອບຄົວຊາວກະສິກອນແມ່ນຊາວຊົນເຜົ່າສ່ວນຫນ້ອຍ ທຳການຜະລິດ, ດຳເນີນທຸລະກິດເກັ່ງ, ລາຍຮັບສະເລ່ຍແຕ່ລະປີບັນລຸນັບຮ້ອຍໆລ້ານດົ່ງ. ມີເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ແມ່ນບ່ອນອີງສຳຄັນຂອງອຳນາດການປົກຄອງທ້ອງຖິ່ນໃນການໂຄສະນາ, ຂົນຂວາຍຊາວຊົນເຜົ່າ ບືນຕົວຂຶ້ນພັດທະນາເສດຖະກິດ, ຫລຸດຜ່ອນຄວາມທຸກຍາກ. ເຈົ້າກົກເຈົ້າເຫລົ່າ Djơnh ອະດີດຫົວຫນ້າສະມາຄົມຊາວກະສິກອນ ບ້ານ ປເລີຍເມີນູ ຕາແສງ ຈືອາ ນະຄອນ ປໄລກູ ໃຫ້ຮູ້ວ່າ:

“ກ່ອນນີ້ ຂ້າພະເຈົ້າເຂົ້າຮ່ວມສະມາຄົມຊາວກະສິກອນ ຕາແສງ ຈືອາ. ຂ້າພະເຈົ້າເຄີຍຝືກອົບຮົມໃຫ້ພໍ່ແມ່ປະຊາຊົນກ່ຽວກັບເຕັກນິກການປູກເຂົ້າ, ກາເຟ, ໝາກພິກໄທ. ລັດ ສ້າງເງື່ອນໄຂສະດວກ ຊ່ວຍພໍ່ແມ່ປະຊາຊົນພັດທະນາຊີວິດການເປັນຢູ່. ປະຈຸບັນ ບ້ານ ປະເລີຍເມີນູ ມີຊີວິດທີ່ດີຂຶ້ນແລ້ວ. ແຕ່ລະຄອບຄົວສ້າງລາຍຮັບໄດ້ 150 ລ້ານດົ່ງ/ປີ.”

ແຕ່ລະປີ ແນວໂຮມປະເທດຊາດ ທຸກຂັ້ນຂອງແຂວງ ຢາລາຍ ລ້ວນແຕ່ມີການພົບປະກັບເຈົ້າກົກເຈົ້າເຫລົ່າ ນາຍບ້ານ, ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊາວເຜົ່າສ່ວນຫນ້ອຍ ເພື່ອແຈ້ງຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງທ້ອງຖິ່ນ ພ້ອມທັງ ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະຫນາຂອງເຂົາເຈົ້າກ່ຽວກັບການພັດທະນາເສດຖະກິດສັງຄົມ, ກໍ່ສ້າງພື້ນຖານໂຄງລ່າງ, ການເຄື່ອນໄຫວການເຫລື້ອມໃສສາສະຫນາ.

ໃນວຽກງານຂະຫຍາຍພັກ, ອາຍຸການ 2015 – 2020, ຢູ່ແຂວງ ຢາລາຍ ມີກວ່າ 12.000 ຄົນໄດ້ຮັບເຂົ້າເປັນສະມາຊິກພັກ, ໃນນັ້ນ ມີສະມາຊິກພັກຫລາຍຄົນ ແມ່ນຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ

  ຊຸມປີຜ່ານມາ, ຖັນແຖວ ຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ ແຂວງ ຢາລາຍ ໄດ້ເສີມຂະຫຍາຍບົດບາດ, ຜົນສະທ້ອນຂອງຕົນໃນວົງຄະນາຍາດ ກາຍເປັນຜູ້ສ້າງຄວາມສາມັກຄີ ແມ່ນຂົວຕໍ່ລະຫວ່າງ ພັກກັບປະຊາຊົນ. ນີ້ກໍ່ແມ່ນກຳລັງຫລັກແຫລ່ງເຂົ້າຮ່ວມຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າສ່ວນຫນ້ອຍຢູ່ເຂດ ໄຕງວຽນ, ປະກອບສ່ວນຕັ້ງຫນ້າເຂົ້າໃນການພັດທະນາເສດຖະກິດສັງຄົມ ແຂວງ ຢາລາຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.