ຊີ​ວິດ​ສັງ​ຄົມ

ແມ່ນ້ຳຂອງ ຢູ່ ເກີນເທີ “ຂຽວ - ງາມ” ກຽມພ້ອມຕ້ອນຮັບແຂກມາທ່ຽວ

ແມ່ນ້ຳຂອງ ຢູ່ ເກີນເທີ “ຂຽວ - ງາມ” ກຽມພ້ອມຕ້ອນຮັບແຂກມາທ່ຽວ

(VOVWORLD) -ການທ່ອງທ່ຽວຕາມລຳແມ່ນ້ຳ ແມ່ນຂະແຫນງເສດຖະກິດສຳຄັນຂອງ ເກີນເທີ ນຳມາເຊິ່ງຄຸນຄ່າດ້ານເສດຖະກິດໃຫຍ່, ຊຸກຍູ້ການພັດທະນາຂອງນະຄອນ. ເຖິງຢ່າງໃດກໍຕາມ, ປະລິມານສິ່ງເສດເຫລືອເປັນຈຳນວນຫລາຍຢູ່ແມ່ນ້ຳຂອງໃນໄລຍະຜ່ານມາ ໄດ້ກໍ່ມົນລະພິດເຖິງສິ່ງແວດລ້ອມ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນທ້ອງຖິ່ນ ແລະ ກີດຂວາງນັກທ່ອງທ່ຽວມາຢ້ຽມຢາມ. ໂດຍເຂົ້າໃຈໄດ້ສິ່ງດັ່ງກ່າວ, ນະຄອນ ເກີນເທີ ໄດ້ສົມທົບກັບຫລາຍອົງການເພື່ອແນໃສ່ແກ້ໄຂບັນຫາບຳບັດສິ່ງເສດເຫລືອ, ໃນນັ້ນ ມີສູນຫນູນຊ່ວຍພັດທະນາສີຂຽວ (GreenHub - ຂຶ້ນກັບສະຫະພັນສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ) ດ້ວຍໂຄງການ “ເພື່ອແມ່ນ້ຳຂອງປອດສິ່ງເສດເຫລືອ”. ພາຍຫລັງຜັນຂະຫຍາຍມາເປັນເວລາ 1 ປີ, ແມ່ນ້ຳຂອງຢູ່ ເກີນເທີ ໄດ້ມີຄວາມສະອາດພໍສົມຄວນ, ສິ່ງເສດເຫລືອຫລຸດລົງ, ມີຫລາຍເຂດທ່ອງທ່ຽວມີໂສມຫນ້າໃຫມ່ທີ່ສວຍງາມສະອາດກວ່າເກົ່າ.

ເຮືອນ້ອຍທີ່ເຮັດດ້ວຍກະຕຸກປຼາສະຕິກນັບຮ້ອຍໆຕຸກ.ພາບ: VOV

ເມື່ອມາຢາມໝູ່ບ້ານທ່ອງທ່ຽວຊຸມຊົນ ກົນເຊີນ ຕາແສງ ບິ່ງທ້ວນ ນະຄອນ ເກີນເທີ, ທຸກຄົນຈະຮູ້ສຶກປະທັບໃຈຕໍ່ກັບເຮືອນ້ອຍທີ່ເຮັດດ້ວຍກະຕຸກປຼາສະຕິກນັບຮ້ອຍໆຕຸກ ໂດຍໄດ້ວາງຢູ່ທ່າເຮືອທາງເຂົ້າໄປເຂດທ່ອງທ່ຽວ.

ເລື່ອງນຳເອົາເຮືອລຳພິເສດນີ້ມາໃຊ້ໃນ 1 ປີກ່ອນນີ້ ໄດ້ຮັບຖືວ່າແມ່ນສັນຍານແຜ່ຂະຫຍາຍສະຕິໃນການປົກປັກຮັກສາສິ່ງແວດລ້ອມ, ຮຽກຮ້ອງໃຫ້ທຸກຄົນຮ່ວມແຮງຮ່ວມໃຈຮັກສາ ທິວທັດທຳມະຊາດຂອງ ກົນເຊີນ ໃຫ້ຍາມໃດກໍ່ສະອາດສວຍງາມ.

ຄືດັ່ງຄວາມມຸ່ງຫວັງ, ປະຊາຊົນ ຢູ່ ທີ່ນີ້ໄດ້ມີຄວາມເອົາໃຈໃສ່, ພ້ອມກັນແກ້ໄຂບັນຫາຂີ້ເຫຍື້ອປຼາສະຕິກ. ດ້ວຍເຫດນັ້ນ ກົນເຊີນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຫນ້າປະທັບໃຈໃນການເດີນທາງທ່ອງທ່ຽວຄົ້ນຫາແມ່ນ້ຳຂອງ ຂອງນັກທ່ອງທ່ຽວ. ເອື້ອຍ ເລແທງຖາວ ມາຈາກ ແຂວງ ກວ໋າງນາມ ແລະ ອ້າຍ ເຈີນວັນຕຽນ ມາຈາກ ຫາຍຟ່ອງ ແບ່ງປັນວ່າ:

“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າເຫັນຮູບແບບນີ້. ນີ້ກໍ່ແມ່ນການກະທຳອັນດີງາມເພື່ອເກັບໂຮມຂີ້ເຫຍື້ອປຼາສະຕິກ ຈາກນັກທ່ອງທ່ຽວ”.

“ມາຢ້ຽມຢາມ ກົນເຊີນ, ນອກຈາກຄວາມສວຍງາມແບບທຳມະຊາດຢູ່ທີ່ນີ້ແລ້ວ, ສິ່ງທີ່ເຮັດໃຫ້ຂ້າພະເຈົ້າແປກໃຈ ແມ່ນສິ່ງແວດລ້ອມກໍ່ສະອາດ ແລະ ສວຍງາມ.  ຂ້າພະເຈົ້າ ຫວັງວ່າ ປະຊາຊົນທີ່ເຮັດການບໍລິການທ່ອງທ່ຽວ ຈະສືບຕໍ່ເສີມຂະຫຍາຍສິ່ງນີ້ໃຫ້ດີ ເພື່ອໃຫ້ນັກທ່ອງທ່ຽວທີ່ີມານີ້ຈະໄດ້ເຊື່ອມຕົວກັບທຳມະຊາດສີຂຽວສະອາດ”.

ການທ່ອງທ່ຽວສີຂຽວ ຢູ່ ກົນເຊີນ ນັບມື້ນັບມີສັນຍານດີຂຶ້ນ ກໍ່ຍ້ອນການຜັນຂະຫຍາຍໂຄງການ “ເພື່ອແມ່ນ້ຳຂອງ ປອດສິ່ງເສດເຫລືອ - ການທົດລອງຮູບແບບເສດຖະກິດໝູນວຽນຢູ່ ບັນດາຕະຫລາດນ້ຳຢູ່  ເກີນເທີ” ໂດຍ ບໍລິສັດ Dow Chemical Vietnam ຈຳກັດ ອຸປະຖຳ. ໂດຍເລີ່ມປະຕິບັດແຕ່ວັນທີ 18 ພຶດສະພາ ປີ 2022, ໂຄງການໄດ້ຜັນຂະຫຍາຍການເຄື່ອນໄຫວທີ່ພົ້ນເດັ່ນຄື: ຫນູນຊ່ວຍກໍ່ສ້າງຮູບແບບແຍກສິ່ງເສດເຫລືອ, ບຳບັດສິ່ງເສດເຫລືອຕາມຮູບແບບເສດຖະກິດໝູນວຽນ, ຝຶກອົບຮົມຍົກສູງຄວາມຮັບຮູ້ ແລະ ການເຄື່ອນໄຫວໃຫ້ຊຸມຊົນ. GreenHub ໄດ້ຫນູນຊ່ວຍຖັງຂີ້ເຫຍື້ອແບບແຍກ 2 ຖັງ ເກືອບ 140 ຫນ່ວຍ ແລະ ຊຸດອຸປະກອນແຍກຂີ້ເຫຍື້ອໃຫ້ແກ່ບັນດາຄອບຄົວທີ່ດຳລົງຊີວິດຢູ່ຕາມແມ່ນ້ຳ ແລະ ເຂດແຄມຕະຫລາດນ້ຳ ກາຍຣັງ ກໍ່ຄືບັນດາຄອບຄົວທີ່ດຳລົງຊີວິດ ຢູ່ ກົນເຊີນ.

ແຕ່ເດືອນ ກັນຍາ ປີ 2022 - ເດືອນ ພຶດສະພາ ປີ 2023, ປະລິມານການເກັບໂຮມ, ຂົນສົ່ງ ແລະ ບຳບັດສິ່ງເສດເຫລືອຈາກຕະຫລາດນ້ຳ ກາຍຣັງ ແມ່ນກວ່າ 308ໂຕນ, ໃນຂະນະນັ້ນ ຢູ່ ກົນເຊີນ ແມ່ນເກືອບ 30 ໂຕນ.

ປ້າ ເລທີແບໄບ໋ ຊື່ງແມ່ນຜູ້ປະກອບການບໍລິການທ່ອງທ່ຽວຢູ່ ກົນເຊີນ ແບ່ງປັນວ່າ: ເມື່ອເລີ່ມດຳເນີນປະກອບການ, ປະຊາຊົນໄດ້ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ທິວທັດທຳມະຊາດ. ມາຮອດຈຸດເວລານີ້ ການເຄື່ອນໄຫວຜະລິດຄືນໃຫມ່, ແຍກຂີ້ເຫຍື້ອ, ເກັບຂີ້ເຫຍື້ອໃນແມ່ນ້ຳ, ເກັບກະຕຸກປຼາສະຕິກທີ່ລອຍຕາມແມ່ນ້ຳເພື່ອປະກອບເປັນເຮືອ... ໄດ້ຊ່ວຍໃຫ້ ກົນເຊີນ ສ້າງພາບພົດທີ່ດຶງດູດນັກທ່ອງທ່ຽວ.

 “ໃນໄລຍະຜ່ານມາ, ເມື່ອມີແຂກມາທ່ຽວເປັນຈຳນວນຫລາຍ ພວກຂ້າພະເຈົ້າກໍ່ພາກັນເກັບຂີ້ເຫຍື້ອຕໍ່ຫນ້າເຮືອນ, ອະນາໄມເຮືອນຊານ, ເກັບກະຕຸກປຼາສະຕິກ 3 ຄັ້ງ/ມື້. ທຸກວັນມີຖັນແຖວຜູ້ບັນລະຍາຍຈະມາເກັບຂີ້ເຫຍື້ອປຼາສະຕິກ ຫລື ຕຸກຢາງໂດຍນັກທ່ອງທ່ຽວຖິ້ມໄວ້. ເຖິງວ່າ ມີການໂຄສະນາແລ້ວກໍ່ຕາມແຕ່ພວກເຮົາກໍ່ຕ້ອງເຮັດເປັນປະຈຳ ເພື່ອໃຫ້ສິ່ງແວດລ້ອມນັບມື້ນັບສະອາດກວ່າ”.

ການເຄື່ອນໄຫວເກັບຂີ້ເຫຍື້ອຢູ່ ແມ່ນ້ຳ ເຫົ້າ ໄດ້ດຳເນີນມາເປັນເວລາ ກວ່າ 1 ປີແລ້ວ. ພາບ:VOV

ທີ່ກອງປະຊຸມສະຫລຸບ ແລະ ແບ່ງປັນກ່ຽວກັບໝາກຜົນຂອງໂຄງການ “ເພື່ອແມ່ນ້ຳຂອງປອດສິ່ງເສດເຫຼືອ - ຮູບແບບທົດລອງເສດຖະກິດໝູນວຽນຢູ່ບັນດາຕະຫລາດນ້ຳຢູ່ ເກິນເທີ” ທີ່ຈັດຂຶ້ນຫວ່າງແລ້ວນີ້ ຢູ່ ເກີນເທີ, ທ່ານນາງ ເຈີນທິຮວາ, ຜູ້ອຳນວຍການສູນຫນູນຊ່ວຍການພັດທະນາສີຂຽວ (GreenHub), ໄດ້ຢັ້ງຢືນວ່າ: ພາຍຫລັງຜັນຂະຫຍາຍມາເປັນເວລາ 1 ປີ, ໂຄງການດັ່ງກ່າວໄດ້ພັດທະນາຢ່າງກະໂດດຂັ້ນດ້ວຍການຮ່ວມເດີນທາງຢ່າງຕັ້ງຫນ້າຂອງອຳນາດການປົກຄອງ ແລະ ປະຊາຊົນ ເກີນເທີ. ມີຂີ້ເຫຍື້ອ ກວ່າ 330 ໂຕນຕາມລຳແມ່ນ້ຳຂອງໄດ້ເກັບອອກ ປະກອບສ່ວນນຳການທ່ອງທ່ຽວຕາມລຳແມ່ນ້ຳ ຢູ່ ເກີນເທີ ນັບມື້ນັບພັດທະນາ. ທ່ານນາງ ເຈີນທິຮວາ ແບ່ງປັນວ່າ:

 “ການເລືອກເອົາຕະຫລາດນ້ຳ ກາຍຣັງ ແລະ ກົນເຊີນ ເພື່ອປະຕິບັດໂຄງການ ກໍ່ຍ້ອນວ່າ ສອງແຫ່ງດັ່ງກ່າວແມ່ນສະຖານທີ່ທ່ອງທ່ຽວຂອງ ເກີນເທີ. ທີສອງ ນີ້ກໍ່ແມ່ນເຂດທີ່ມີປະລິມານຂີ້ເຫຍື້ອຢູ່ລຳແມ່ນ້ຳຫລາຍສົມຄວນ.ໂຄງການໄດ້ເລີ່ມເຂົ້າເຄື່ອນໄຫວ, ສ້າງຮູບແບບທົດລອງກ່ຽວກັບການເກັບຂີ້ເຫຍື້ອ ແລະ ແຍກສິ່ງເສດເຫລືອ ຈາກນັ້ນທາງທ້ອງຖິ່ນຈະສືບຕໍ່ຮ່ວມເດີນທາງຜັນຂະຫຍາຍໂຄງການ, ນັບທັງເມື່ອໂຄງການສິ້ນສຸດແລ້ວ”.

ນອກຈາກໂຄງການດັ່ງກ່າວແລ້ວ, ໄລຍະຜ່ານມາ ເກີນເທີ ກໍ່ຮັບຮູ້ປະສິດທິຜົນຈາກຫລາຍໂຄງການເກັບຂີ້ເຫຍື້ອຕາມລຳແມ່ນ້ຳ ໂດຍມີການຮ່ວມມືກັບ ໂຮນລັງ, ອາເມລິກາ.  ສະຕິຄວາມຮັບຮູ້ໃນການປົກປັກຮັກສາສິ່ງແວດລ້ອມຂອງປະຊາຊົນ ກໍ່ຄ່ອຍໆໄດ້ຮັບການຍົກສູງຂຶ້ນ, ບັນດາສະຖານທີ່ທ່ອງທ່ຽວຢູ່ ເກີນເທີ ໄດ້ຄ່ອຍໆປ່ຽນໂສມຫນ້າຕາມທິດສີຂຽວ, ສະອາດ, ປອດໄພ. ດ້ວຍແຕ່ລະແຜນການຊື່ງອຳນາດການປົກຄອງໄດ້ວາງອອກ, ແຕ່ລະໂຄງການໂດຍບັນດາອົງການຈັດຕັ້ງຫນູນຊ່ວຍ, ຫວັງວ່າຂະແຫນງທ່ອງທ່ຽວ ເກີນເທີ ຈະພັດທະນາແບບຍືນຍົງກວ່າ, ກັບຄືນສູ່ທີ່ຕັ້ງ “ປາຍແຫລມ” ໃນໄລຍະໄວທີ່ສຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.