ຊີ​ວິດ​ສັງ​ຄົມ

ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ແຂວງ ຢາລາຍ ດູແລເອົາໃຈໃສ່ໃຫ້ແກ່ນັກຮຽນກິນນອນຊົນເຜົ່າສ່ວນຫນ້ອຍ

ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ແຂວງ ຢາລາຍ ດູແລເອົາໃຈໃສ່ໃຫ້ແກ່ນັກຮຽນກິນນອນຊົນເຜົ່າສ່ວນຫນ້ອຍ

(VOVWORLD) -ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ແຂວງ ຢາລາຍ ໄດ້ຮັບການສ້າງຕັ້ງຂຶ້ນກ່ອນນີ້ 25 ປີ, ວັນທີ 20 ພະຈິກປີ 1999. ໂຮງຮຽນແຫ່ງນີ້ ໄດ້ສະຫງວນໃຫ້ແກ່ນັກຮຽນຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດນີ້ ໄດ້ກາຍເປັນຫນຶ່ງໃນບັນດາໂຮງຮຽນດີເດັ່ນຂອງຂະແຫນງການສຶກສາແຂວງ ຢາລາຍ.

 
ຫໍສະມຸດຂອງໂຮງຮຽນ. (ພາບ: Ngọc Anh/VOV5)

ໂຮງຮຽນແຫ່ງນີ້ ມີຄູອາຈານ 20 ຄົນ, ນັກຮຽນ 150 ຄົນ ແລະ ໄດ້ແບ່ງປັນ 4 ຊັ້ນຮຽນ (ຄື ມໍ1, ມໍ2, ມໍ3, ມໍ4, ແຕ່ລະຊັ້ນຮຽນມີ 1 ຫ້ອງ). ໂຮງຮຽນມີຮາກຖານດ້ານວັດຖຸຢ່າງຄົບຖ້ວນພໍສົມຄວນ. ໃນບໍລິເວນໂຮງຮຽນທີ່ກວ້າງຂວາງນີ້ ມີຫໍພັກທີ່ໃຫຍ່ກວ້າງ, ມີເຂດລະຫລິ້ນ, ຫັດແອບກິລາໃຫ້ແກ່ພວກນ້ອງ, ມີຫໍສະຫມຸດດ້ວຍປຶ້ມອ່ານເປັນຫລາກຫລາຍຊະນິດ. ຄະນະອຳນວຍການໂຮງຮຽນ ພວມຄິດໄລ່ເຖິງການກໍ່ສ້າງສະລ່ອຍນຳ້. ອາຈານ ຫງວຽນຈ້ອງວິງ, ອຳນວຍການໂຮງຮຽນ ໃຫ້ຮູ້ວ່າ:

 “ນັກຮຽນໃນໂຮງຮຽນ ແມ່ນມາຈາກ 6 ຊົນເຜົ່າ, ໃນນັ້ນ ສ່ວນຫລາຍແມ່ນຊົນເຜົ່າ ຢາຣາຍ ແລະ ເຜົ່່າ ບານາ. ເງື່ອນໄຂກິນນອນຮຳ່ຮຽນຂອງພວກນ້ອງແມ່ນດີທີ່ສຸດ. ເພື່ອຮັບປະກັນໃຫ້ນັກຮຽນກິນນອນຊົນເຜົ່າ ທາງໂຮງຮຽນຕອບສະຫນອງໄດ້ທຸກຢ່າງໂດຍພື້ນຖານ. ແຕ່ລະອາທິດ, ໃນຕອນຄ່ຳວັນເສົາ, ທາງໂຮງຮຽນ ຈັດຕັ້ງການດຳເນີນຊີວິດພາຍໃນໂຮງຮຽນ ເພື່ອໂຄສະນາ, ເຜີຍແຜ່, ສຶກສາໃຫ້ພວກນ້ອງກ່ຽວກັບທັກສະການດຳລົງຊີວິດ. ນອກນັ້ນ ໂຮງຮຽນ ກໍ່ແນະນຳພວກນ້ອງກ່ຽວກັບການຖັກແສ່ວ, ຕັດຫຍິບ, ຈັກສານ...”.

         ເພື່ອເພີ່ມທາດບຳລຸງ, ປ່ຽນລົດຊາດໃນອາຫານໃຫ້ແກ່ນັກຮຽນ, ທາງໂຮງຮຽນກໍ່ໄດ້ປ່ຽນເຍື່່ອງອາຫານເປັນປະຈຳ, ເພີ່ມເຍື່ອງອາຫານທ່ຽງໃນວັນພະຫັດ ແລະ ວັນອາທິດ. ຕົວຢ່າງຄື: ເພີ່ມເຂົ້າປຸ້ນ, ໝີ່ກວ໋າງ. ນັກຮຽນລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ແນະນຳທັກສະການດຳລົງຊີວິດ, ການປະພຶດຂອງພວກນ້ອງ, ຊ່ວຍໃຫ້ພວກນ້ອງເຕີບໃຫຍ່ພັດທະນາກວ່າ. ນ້ອງ ເຣີເຈີມຈາ, ຊາວເຜົ່າ ຢາຣາຍ, ນັກຮຽນຊັ້ນ ມໍ4 ໃຫ້ຮູ້ວ່າ:      

“ການຮ່ຳຮຽນ, ດຳເນີນຊີວິດກໍ່ຄືເລື່ອງກິນຢູ່ຂອງພວກນ້ອງຢູ່ທີ່ນີ້ ແມ່ນສະດວກທີ່ສຸດ. ທາງໂຮງຮຽນ ມີອຸປະກອນການຮຽນຢ່າງຄົບຖ້ວນ, ບັນດາອຸປະກອນແມ່ນຮັບໃຊ້ໃຫ້ບົດຮຽນພາກປະຕິບັດ. ແຕ່ລະຫ້ອງຮຽນ ລ້ວນແຕ່ມີ ໂທລະທັດອັດສະລິຍະ, ພວກນ້ອງອາດສາມາດຄົ້ນຫາຂໍ້ມູນ ແລະ ຊອກຫາແຫລ່ງຂໍ້ມູນທີ່ມີປະໂຫຍດ. ພື້ນຖານດ້ານວັດຖຸຢູ່ທີ່ນີ້ມີຄົບທຸກຢ່າງ ສະນັ້ນ ພວກນ້ອງສາມາດຝືກແອບກິລາກາຍະກຳເພື່ອຍົກສູງສຸຂະພາບ”.

ປະຕູເຂົ້າໂຮງຮຽນ: (ພາບ: Ngọc Anh/VOV5)

ໂດຍເຮັດວຽກຢູ່ໂຮງຮຽນ ມາເປັນເວລາກວ່າ 24 ປີ, ເອື້ອຍຄູ ໂດ໋ທິເຟືອງ, ອາຈານຮັບຜິດຊອບຫ້ອງ ມໍ2 ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ໃຫ້ຮູ້ວ່າ:

“ພວກນ້ອງນັກຮຽນ ມໍ1 ຫາກໍ່ເຂົ້າໂຮງຮຽນສ່ວນຫລາຍຮູ້ສຶກແປກຕ່າງ. ບັນດາຄູອາຈານໄດ້ແນະນຳໃຫ້ພວກນ້ອງວິທີການກິນການນອນ, ດຳເນີນຊີວິດດ້ວຍຕົນເອງ. ຄູອາຈານຄືພວກຂ້າພະເຈົ້າກໍ່ຄືດັ່ງເປັນແມ່ຄົນທີສອງຂອງພວກນ້ອງ ແລະ ເບິ່ງແຍງດູແລພວກນ້ອງຢ່າງລະອຽດຖີ່ຖ້ວນ. ຍ້ອນພວກນ້ອງສ່ວນຫລາຍແມ່ນຊາວຊົນເຜົ່າສ່ວນຫນ້ອຍ ສະນັ້ນ ພວກຂ້າພະເຈົ້າຕ້ອງເອົາໃຈໃສ່ກວ່າອີກເພື່ອໃຫ້ພວກນ້ອງເຂົ້າໃຈບົດຮຽນງ່າຍກວ່າ, ກຳແຫນ້ນຄວາມຮູ້ໄດ້ດີກວ່າ”.

ຊີວິດທາງດ້ານຈິດໃຈຂອງພວກນ້ອງກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກໂຮງຮຽນ. ຫໍສະຫມຸດຂອງໂຮງຮຽນໄດ້ຮັບໃບຢັ້ງຢືນນາມມະຍົດຫໍສະຫມຸດບັນລຸມາດຖານຂອງກະຊວງສຶກສາ ແລະ ບຳລຸງສ້າງ. ເອື້ອຍຄູ ຫວູທິທູເຮື່ອງ, ຮັບຜິດຊອບຫໍສະຫມຸດຂອງໂຮງຮຽນ ໃຫ້ຮູ້ວ່າ:

  “ກ່ຽວກັບປຶ້ມ, ເອກະສານ, ຫນັງສືພິມ ທາງໂຮງຮຽນໄດ້ລົງທຶນຢ່າງສູງສຸດເພື່ອຮັບໃຊ້ການຮຽນ ແລະ ບັນເທິງຂອງພວກນ້ອງ. ໃນຫໍສະຫມຸດນີ້ ມີປຶ້ມຄົບທຸກຊະນິດຄື: ປຶ້ມແບບຊ່ວຍການເຮັດບົດຝືກຫັດ, ປຶິ້ມສຳລັບພວກນ້ອງອະນຸຊົນ, ວາລະສານ, ຫນັງສືພິມ, ບັນດາບົດເສັງແຕ່ລະປີ ທາງໂຮງຮຽນເກັບຮັກສາໄວ້ເພື່ອໃຫ້ພວກນ້ອງນັກຮຽນຊອກຮູ້ຕື່ມ ແລະ ຮຽນດ້ວຍຕົນເອງ”.

 ນອກຈາກການຮຽນແລ້ວ, ພວກນ້ອງນັກຮຽນໃນໂຮງຮຽນ ຍັງໄດ້ຮຽນວິຊາກິລາກາຍະກຳທີ່ເປັນເອກະລັກສະເພາະຂອງຊາວຊົນເຜົ່າສ່ວນຫນ້ອຍ ແລະ ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊົນເຜົ່າຕົນ. ເມື່ອເມືອງ ຈືປັນ ຈັດຕັ້ງບັນດາເຫດການວັດທະນະທຳ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ກໍ່ເຊີນກອງສິລະປະຂອງໂຮງຮຽນ ເຂົ້າຮ່ວມການສະແດງ. ໃນຕອນບ່າຍວັນເສົາທຸກອາທິດ, ພວກນ້ອງລ້ວນແຕ່ໄດ້ເຂົ້າຮ່ວມການດຳເນີນຊີວິດດ້ານສິລະປະພື້ນເມືອງຄື: ຕີຄ້ອງ, ຟ້ອນຊວາງ.

 ນ້ອງ ອາຢັກ ຊາວເຜົ່າ ຢາຣາຍ, ນັກຮຽນຫ້ອງ ມໍ4 ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ໃຫ້ຮູ້ວ່າ:

“ທາງໂຮງຮຽນເຊີນບັນດານັກສິລະປະກອນ ມາສອນຕີຄ້ອງ, ຟ້ອນຊວາງ ໃຫ້ພວກນ້ອງຢູ່ໂຮງຮຽນ. ປະຈຸບັນ ພວກນ້ອງ ໄດ້ຮູ້ຈັກການຕີຄ້ອງ ແລະ ເພື່ອນຍິງຮູ້ຈັກຟ້ອນຊວາງ ແລະ ໄດ້ຮູ້ຈັກເຖິງຄວາມສຳຄັນຂອງການຮັກສາສີສັນວັດທະນະທຳຊົນເຜົ່າຕົນ. ຜ່ານການຮ່ຳຮຽນດ້ານວັດທະນະທຳນັ້ນ ໄດ້ຊ່ວຍໃຫ້ພວກນ້ອງເຄົາລົບນັບຖືສີສັນວັດທະນະທຳຂອງຊົນເຜົ່າຕົນ ແລະ ພວກນ້ອງຈະເສີມຂະຫຍາຍວັດທະນະທຳຊົນເຜົ່າຕົນ, ໂຄສະນາໄປເຖິງປະຊາຊົນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ”.

ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ຈືປັນ ໄດ້ຮັບການຮັບຮອງແມ່ນໂຮງຮຽນບັນລຸມາດຖານແຫ່ງຊາດ. ຈາກໂຮງຮຽນແຫ່ງນີ້, ມີພວກນ້ອງນັກຮຽນຫລາຍຄົນໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ມີການປະກອບສ່ວນໃນການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.