ຊີ​ວິດ​ສັງ​ຄົມ

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ

ປະສິດທິຜົນຈາກສະໂມສອນ “ 3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ແຂວງ ຈ່າວີງ

(VOVWORLD) -ຂົນຂວາຍດີ, ໃຫ້ຄວາມຮູ້ສຶກດີ, ໄກ່ເກ່ຍດີ, ຫລຸດຜ່ອນໄພຫລິ້ນພະນັນ, ລັກຊັບ, ໄພຢາເສບຕິດ. ນັ້ນແມ່ນ ບັນດາມາດຖານຂອງສະໂມສອນ “3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫຶວ ເມືອງຈ່າກູ ແຂວງຈ່າວີງ. ພາຍຫລັງກວ່າ 1 ປີແຫ່ງການສ້າງຕັ້ງ, ສະໂມສອນໄດ້ນຳມາເຊິ່ງໝາກຜົນຕັ້ງຫນ້າ ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍຢູ່ ທ້ອງຖິ່ນ ແລະ ສ້າງເປັນຕາແສງແບບຢ່າງກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ປະເທດຊາດ.

ບັນດາສະມາຊິກໃນສະໂມສອນແລກປ່ຽນບົດຮຽນປະສົບການ. ພາບ: ngocanh

ອານກວ໋າງຫືວ ແມ່ນຕາແສງ ຢູ່ເຂດຫ່າງໄກສອກຫລີກ ຫ່າງຈາກເມືອງ ຈ່າກູ໋ ປະມານ 15 ກິໂລແມັດ. ຕາແສງ ມີ 10 ຄຸ້ມບ້ານ ດ້ວຍເກືອບ 15.000 ຄອບຄົວ, ໃນນັ້ນ 45% ແມ່ນຊາວເຜົ່າຂະແມ ແລະ ປະຊາຊົນດຳລົງຊີວິດສ່ວນຫລາຍແມ່ນອີງໃສ່ອາຊີບຜະລິດກະສິກຳ.

ຕຳຫລວດ ແຂວງ ຈ່າວີງ ເລືອກເອົາ ອານກວ໋າງຫືວ ເປັນຕາແສງແບບຢ່າງກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພຂອງປະເທດຊາດ ຕາມແຜນນະໂຍບາຍຂອງກະຊວງຕຳຫລວດ. ວັນທີ 30 ມີນາ ປີ 2021, ຕາແສງ ອານກວ໋າງຫືວ ໄດ້ຈັດຕັ້ງພິທີເປີດຕົວສະໂມສອນດັ່ງກ່າວ. ທ່ານ ໂງວັນຢູ໋ ປະທານຄະນະກຳມະການປະຊາຊົນ ຕາແສງ ອານກວ໋າງຫືວ ເຊິ່ງເປັນຫົວຫນ້າສະໂມສອນ ໃຫ້ຮູ້ວ່າ:

 “ຄະນະການນຳຕຳຫລວດ ແຂວງຈ່າວີງ ໄດ້ເລືອກເອົາຕາແສງ ອານກວ໋າງຫືວ ແມ່ນຮູບແບບທຳອິດ “3 ດີ, 3 ຜ່ອນ”. ພາຍຫລັງຮູບແບບໄດ້ສ້າງຂຶ້ນ ແລະ ເຂົ້າສູ່ການເຄື່ອນໄຫວແລ້ວ ກໍໄດ້ແບ່ງແຍກເປັນແຕ່ລະປະເພດເປົ້າໝາຍຂອງແຕ່ລະກຸ່ມ. ພວກຂ້າພະເຈົ້າໂອ້ລົມໃຫ້ກຳລັງໃຈ ສຶກສາໄດ້ 26/29 ເປົ້າໝາຍ. ປະຈຸບັນ ຢູ່ ຕາແສງບໍ່ມີບ່ອນຈຸດສຸມໄພສັງຄົມ ມີພຽງແຕ່ບາງເປົ້າໝາຍພິເສດເທົ່ານັ້ນ”.

ສະໂມສອນ “3 ດີ, 3 ຜ່ອນ” ປະຊຸມເດືອນລະຄັ້ງ ໃນວັນທີ 20. ຍ້ອນໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນວຽກງານໂຄສະນາ, ຂົນຂວາຍ, ສະນັ້ນ ປະຊາຊົນຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ການຄຸ້ມຄອງຂອງລັດ. ຢູ່ບໍລິເວນຕາແສງ ບໍ່ມີການເຄື່ອນໄຫວໃດຕ້ານທຳລາຍ, ໂຄສະນາ ຫລື ຂະຫຍາຍສາສະຫນາຢ່າງຜິດກົດໝາຍ…. ອ້າຍ ຫງວຽນມີງຫາຍ ຢູ່ ຄຸ້ມບ້ານ ເຢົາໂດ໊ຍ ຕາແສງ ອານກວ໋າງຫືວ ແມ່ນຜູ້ທີ່ເຄີຍມີການກະທຳລະເມີດກົດໝາຍ ແຕ່ພາຍຫລັງໄລຍະຫນຶ່ງທີີ່ໄດ້ດັດສ້າງແລ້ວ ກໍກັບຄືນມາເຕົ້າໂຮມກັບຄອບຄົວ ແລະ ຫ້າວຫັນທຳມາຫາກິນທີ່ສຸດ. ອ້າຍ ຫາຍ ເລົ່າສູ່ຟັງວ່າ:

“ຂ້າພະເຈົ້າຮັບເຮັດປະຕູອາລູມີນຽມ, ຂັ້ນໄດ, ຮາວລະບຽງ, ໂຄງອາລູມີນຽມ... ລາຍຮັບເກັບມາໄດ້ກໍ່ພໍຢູ່ພໍກິນ. ກ່ອນນີ້ ມັກຫຼິ້ນມັກກິນ, ແຕ່ຍ້ອນໄດ້ຮັບການຕັກເຕືອນສັ່ງສອນຈາກພະນັກງານຕຳຫລວດໃນຕາແສງ ບັດນີ້ກໍ່ບໍ່ຫລິ້ນການພະນັນອີກແລ້ວ, ຕັ້ງໃຈເຮັດວຽກເຮັດງານ. ທາງຕາແສງ ຫນູນຊ່ວຍແຫລ່ງທຶນຊື້ອຸປະກອນການຜະລິດ, ເຄື່ອງຈັກໃຫ້ຢ່າງຄົບຖ້ວນ. ພໍ່ແມ່ປະຊາຊົນຢູ່ທີ່ນີ້ ໃຜໆ ກໍ່ຊ່ວຍເຫລືອ, ແນະນຳລູກຄ້າໃຫ້ຂ້າພະເຈົ້າ”.

ສະໂມສອນ “3 ດີ, 3 ຜ່ອນ” ໄດ້ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາວິສາຫະກິດໃຫ້ຄຳປຶກສາ, ຫນູນຊ່ວຍວຽກເຮັດງານທຳໃຫ້ຜູ້ທີ່ເຄີຍກະທຳຜິດໄດ້ມີໂອກາດກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ ພ້ອມທັງຂົນຂວາຍຜູ້ມີເງື່ອນໄຂດ້ານເສດຖະກິດເພື່ອບໍລິຈາກເງິນ, ສ້າງແຫລ່ງທຶນໃຫ້ກູ້ຢຶມໂດຍບໍ່ເກັບດອກເບ້ຍ ເພື່ອຊ່ວຍໃຫ້ເຂົາເຈົ້າທຳມາຫາກິນ, ທຳການຜະລິດດຳເນີນທຸລະກິດ. ພັນໂທ ຟານມີງເວືອງ ຫົວຫນ້າຕຳຫລວດຕາແສງ ອານກວ໋າງຫືວ, ຮອງຫົວຫນ້າສະໂມສອນດັ່ງກ່າວ ໃຫ້ຮູ້ວ່າ:

 “ ອ້າຍ ຫງວຽນມີງຫາຍ ກ່ອນນີ້ ແມ່ນຜູ້ທີ່ເຄີຍຫລິ້ນການພະນັນ… ແຕ່ອ້າຍກັບຄືນເຊື່ອມຕົວກັບວົງຄະນາຍາດໄດ້ 1 ປີແລ້ວ. ອ້າຍ ຫງວຽນມີງຫາຍ ເຊື່ອມຕົວໄດ້ດີ ແລະ ເຮັດວຽກງານກໍ່ຫ້າວຫັນທີ່ສຸດ ສະນັ້ນ ພໍ່ແມ່ປະຊາຊົນກໍ່ມີຄວາມຮັກແພງອ້າຍຫາຍ. ສະໂມສອນ ຂົນຂວາຍອ້າຍຫາຍ ເຂົ້າເປັນສະມາຊິກ ແລະ ສ້າງເງື່ອນໄຂສະດວກໃຫ້ອ້າຍກັບຄືນສູ່ຊີວິດທີ່ເປັນປົກກະຕິ. ອ້າຍຫາຍ ມີສີມືອາຊີບທີ່ເກັ່ງ”.

ຕຳຫລວດມາຫາເຮືອນຜູ້ທີ່ເຄີຍມີການກະທຳຜິດ ເພື່ອໃຫ້ກຳລັງໃຈ, ຢື້ຢາມຖາມຂ່າວ. ພາບ: ngocanh

ມາຮອດປະຈຸບັນ, ສະໂມສອນ “3 ດີ 3 ຜ່ອນ” ສາມາດເປີດການໂຄສະນາເຜີຍແຜ່ໄດ້ກວ່າ 700 ຄັ້ງ, ມີຄົນເຂົ້າຮ່ວມກວ່າ 14.300 ເທື່ອຄົນ. ສະໂມສອນ ກໍ່ໄດ້ເພີ່ມທະວີວຽກງານໂຄສະນາໃຫ້ປະຊາຊົນປະຕິບັດການປ້ອງກັນຕ້ານໂລກລະບາດໂຄວິດ 19 ຢ່າງເຂັ້ມງວດ, ໄກ່ເກ່ຍສຳເລັດຫລາຍກໍລະນີຂັດແຍ່ງທີ່ເກີດຂຶ້ນໃນປະຊາຊົນ.

ດ້ວຍຄວາມມານະພະຍາຍາມຂອງບັນດາສະມາຊິກໃນສະໂມສອນ ແລະ ຄວາມເຫັນດີເຫັນພ້ອມ, ການສະຫນັບສະຫນູນຂອງໝູ່ມະຫາຊົນ, ຮູບແບບສະໂມສອນ “3 ດີ, 3 ຜ່ອນ” ຢູ່ ຕາແສງ ອານກວ໋າງຫືວ ໄດ້ປະກອບສ່ວນພ້ອມກັບທັງລະບົບການເມືອງຢູ່ ທ້ອງຖິ່ນ ປົກປັກຮັກສາຄວາມສະຫງົບສຸກໃຫ້ແຕ່ລະຄຸ້ມບ້ານ. ຮູບແບບສະໂມສອນນີ້ ຕຳຫລວດ ແຂວງ ຈ່າວີງ ໄດ້ນຳໄປທະວີຄູນອອກສູ່ຕາແສງ ດົນຊວນ ເມືອງ ອານຫາຍ ຕື່ມອີກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.