ສີສັນ54ຊົນເຜົ່າຫວຽດນາມ

ເພງພື້ນເມືອງ ແລະ ເຄື່ອງດົນຕີ ຂອງຊາວເຜົ່າ ເຊີດັງ- ສຽງດົນຕີທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ໄຕງວຽນ

ເພງພື້ນເມືອງ ແລະ ເຄື່ອງດົນຕີ ຂອງຊາວເຜົ່າ ເຊີດັງ- ສຽງດົນຕີທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ໄຕງວຽນ

(VOVWORLD) -ຊາວເຜົ່າ ເຊີດັງ ມີສາງວັດທະນະທຳ ດ້ວຍຫລາຍປະເພດສີລະປະ, ຈາກ ດົນຕີ, ວາດຟ້ອນ ຕະຫລອດຮອດການຕີກອງລັ່ນຄ້ອງ,. ໃນນັ້ນ ເປັນເອກະລັກສະເພາະທີ່ສຸດ ແມ່ນບັນດາປະເພດດົນຕີມີສີສັນຂອງເຂດພູຜາປ່າໄມ້. ບົດຂຽນຂອງນັກຂ່າວ ຫວີງຟອງ ທີ່ມີຊື່ວ່າ: ເພງພື້ນເມືອງ ແລະ ເຄື່ອງດົນຕີ ຂອງຊາວເຜົ່າ ເຊີດັງ ສຽງດົນຕີທີ່ເປັນເອກະລັກສະເພາະຂອງເຂດພູຜາປ່າໄມ້ໄຕງວຽນ

 ນັກສິລະປະການອາຄາວ ຊາວເຜົ່າ ເຊີດັງ

ການຮ້ອງລຳທຳເພງແມ່ນການດຳເນີນຊີວິດດ້ານຈິດໃຈຂອງປະຊາຊົນບັນດາເຜົ່າຢູ່ເຂດ ໄຕງວຽນ, ໃນນັ້ນ ມີຊາວເຜົ່າ ເຊີດັງ. ສຽງເພງດັງກ້ອງກັງວານຂຶ້ນເມື່ອໄປເຮັດໄຮ່ໄຖນາ, ຫລືໃນໂອກາດຈັດງານບຸນ, ພິທີສູ່ຂໍ, ງານດອງ, ກ່ອມເດັກນອນ ຫລືໃນເວລາບ່າວສາວນັດພົບກັນ. ເອື້ອຍ ອີມອນ ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ແບ່ງປັນວ່າ:

        “ບາງເທື່ອຂ້າພະເຈົ້າກໍ່ໄດ້ຮ້ອງລຳທຳເພງ. ເມື່ອບໍ່ໄດ້ໄປໄຮ່, ເອື້ອຍນ້ອງຢູ່ໃນບ້ານ ເຄີຍຈັດຕັ້ງການຮ້ອງລຳທຳເພງ”

        ສຳລັບຊາວເຜົ່າ ເຊີດັງ ແລ້ວ, ບັນດາທຳນອງເພງພື້ນເມືອງຂອງເຂົາເຈົ້າແມ່ນອຸດົມສົມບູນທີ່ສຸດ ແຕ່ເປັນທີ່ນິຍົມແມ່ນບັນດາບົດເພງຂັບກ້ຽວຂອງບ່າວສາວ. ນັກສິລະປະການ ອາຄາວ ເມືອງ ງອກໂຮ່ຍ ແຂວງກອນຕູມ ໃຫ້ຮູ້ວ່າ: ຊາວເຜົ່າ ເຊີດັງ ເຄີຍຂັບກ້ຽວ, ຜູ້ຊາຍຜູ້ຍິງ ຂັບກ້ຽວຕໍ່ກັນເມື່ອໄປໄຮ່ຫລືໃນງານບຸນຕ່າງໆ. ນີ້ກໍ່ແມ່ນວິທີເພື່ອໃຫ້ບ່າວສາວສະແດງອາລົມຈິດ, ຄວາມຮັກແພງກັນ. ນັກສິລະປະການ ອາເພີງ ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ໃຫ້ຮູ້ວ່າ:

        “ໃນໝູ່ບ້ານແຕ່ລະແຫ່ງ ລ້ວນແຕ່ມີບົດເພງຍ້ອງຍໍບ້ານເກີດເມືອງນອນຂອງຕົນ, ຍ້ອງຍໍປະເທດຊາດ, ຄວາມຮັກຂອງຄູ່ບ່າວສາວ. ກ່ອນນີ້ ເມື່ອບ່າວສາວຮັກກັນ ເຂົາເຈົ້າເຄີຍແຕ່ງບົດເພງກ່ຽວກັບຄວາມຮັກຂອງຕົນ ແລະ ເມື່ອພົບກັນໃນ ຄືນເດືອນແຈ້ງຈະຮ້ອງເພງໃຫ້ກັນຟັງ.”

        ຊາວເຜົ່າ ເຊີດັງ ຍັງມີບັນດາບົດເພງກ່ອມລູກ ດ້ວຍທຳນອງເພງແມ່ນອອນຊອນ ແຕ່ມີຄວາມສະຫນິດຕິດພັນກັບຊີວິດແຫ່ງການອອກແຮງງານທຳການຜະລິດຂອງຊາວຊົນເຜົ່າ. ບັນດາບົດເພງຂອງຊາວເຜົ່າ ເຊີດັງ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງເທົ່ານັ້ນ ຫາກແມ່ນສຽງເວົ້າ, ຄວາມໃນໃຈຂອງເຂົາເຈົ້າຕໍ່ກັບທຸກຄົນໃນບ້ານກ່ຽວກັບຊີວິດຂອງຕົນ, ຂອງໝູ່ບ້ານ.

        ກໍ່ເຊັ່ນດຽວກັນກັບບັນດາເຜົ່າສ່ວນຫນ້ອຍອື່ນຢູ່ ເຂດໄຕງວຽນ, ຊາວເຜົ່າ ເຊີດັງ ໄດ້ນຳໃຊ້ເຄື່ອງດົນຕີຫລາຍປະເພດ ເພື່ອຮັບໃຊ້ຄວາມຕ້ອງການໃນການຮ້ອງລຳທຳເພງ. ຊີວິດແມ່ນຕິດພັນກັບພູຜາປ່າໄມ້ ສະນັ້ນ ບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າເຊີດັງ ນອກຈາກກອງຄ້ອງແລ້ວ, ລ້ວນແຕ່ແມ່ນເຮັດດ້ວຍຕົ້ນໄມ້ໃນປ່າຄື: ໄມ້,  ໄມ້ເຮ້ຍ. ເຄື່ອງດົນຕີ ຂອງຊາວເຜົ່າ ເຊີດັງ ມີ ຫລາຍປະເພດຄື: ເຄື່ອງດົນຕີ ເຕີຣຶງ, ຂຸ່ຍ, ກລົງປຸດ, ກອງ, ຄ້ອງ ແລະອື່ນໆ.

ໃນບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າ ເຊີດັງ ນັ້ນ ພົ້ນເດັ່ນທີ່ສຸດແມ່ນກອງຄ້ອງ. ຊາວເຜົ່າ ເຊີດັງ ຖືກອງຄ້ອງ ແມ່ນສັນຍາລັກໃນຊີວິດຂອງຊົນເຜົ່າ. ພຽງແຕ່ຮັບຟັງສຽງກອງສຽງຄ້ອງ, ຊາວເຜົ່າ ເຊີດັງ ກໍ່ສາມາດຮັບຮູ້ໄດ້ວ່າ ວົງຄະນາຍາດພວມປະຕິບັດພິທີກຳຫລືການເຄື່ອນໄຫວວັດທະນະທຳໃດຫນຶ່ງ. ທ່ານນາງ ລີງງາ Nie Kdam ນັກຄົ້ນຄ້ວາ  ວັດທະນະທຳບັນດາເຜົ່າຢູ່ໄຕງວຽນ ໃຫ້ຮູ້ວ່າ: ຊຸດຄ້ອງຂອງຊາວເຜົ່າ ເຊີດັງ ມີຫລາຍຂະຫນາດໃຫຍ່ນ້ອຍແຕກຕ່າງກັນ ແລະ ມີກອງຫນ່ວຍຫນຶ່ງເພື່ອປະສານສຽງໃຫ້ຄ້ອງ. ຕາມປະເພນີ ຂອງຊາວເຜົ່າ ເຊີດັງ ແລ້ວ, ກອງແມ່ນ ເຄື່ອງດົນຕີທີ່ໄດ້ນຳໃຊ້ໃນຂັ້ນຕອນທຳອິດ ປະສົມປະສານກັບສຽງຄ້ອງສ້າງເປັນສຽງດົນຕີມ່ວນ ໃນບັນດາງານບຸນ. ທ່ານນາງ ລີງງາ Nie Kdam ໃຫ້ຮູ້ວ່າ:

        “ຊາວ ເຜົ່າ ເຊີດັງ ມີຊຸດ ຄ້ອງ ແຕ່ 10 -11 ຫນ່ວຍ ແລະ ເຄີຍໄດ້ນຳໃຊ້ໃນງານບຸນຕ່າງໆ, ທຸກຄົນຍ່າງອ້ອມຕົ້ນໄມ້ໄຜ່ ແລະ ມີແມ່ຍິງຫລາຍຄົນສະແດງວາດຟ້ອນໄປນຳ.”

 ເດັກນ້ອຍຊາວເຜົ່າ ເຊີດັງ ສະແດງເຄື່ອງດົນຕີພື້ນເມືອງ

ຄວາມທີ່ເປັນເອກະລັກສະເພາະໃນບັນດາປະເພດເຄື່ອງດົນຕີຂອງຊາວເຜົ່າ ເຊີດັງ ນັ້ນແມ່ນ ເຄື່ອງດົນຕີ ກລົງປຸດ. ເຄື່ອງດົນຕີປະເພດນີ້ແມ່ນເຮັດດ້ວຍໄມ້ເຮ້ຍ ແລະສຽງດົນຕີດັງກ້ອງກັງວານພາຍຫລັງສຽງຕົບມືໃສ່ປາກບັ້ງໄມ້ເຮ້ຍ. ເມື່ອຊາວເຜົ່າເຊີດັງ ສະແດງເຄື່ອງດົນຕີປະເພດນີ້, ເຂົາເຈົ້າເອົາບັ້ງໄມ້ເຮ້ຍກ່າຍຂຶ້ນລຳຕົ້ນໄມ້ປະເພດອື່ນ ແລະ ດ້ວຍສີມືອັນຄ່ອງແຄ້ວ, ອ່ອນຊ້ອຍຂອງແມ່ຍິງ ຊາວເຜົ່າ ເຊີດັງ, ສຽງເຄື່ອງດົນຕີ ກລົງປຸດ ດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້ຢູ່ເຂດໄຕງວຽນ. ນັກສິລະປະການ ອາຄາວ, ຊາວເຜົ່າ ເຊີດັງ ແຂວງ ກອນຕູມ ໃຫ້ຮູ້ວ່າ:

        “ກ່ອນນີ້ ເມື່ອຈັດຕັ້ງບຸນເຂົ້າໃຫມ່, ຊາວເຜົ່າ ເຊີດັງ ເຄີຍໄປເຂົ້າປ່າຫາໄມ້ເຮ້ຍ ຫລັງຈາກນັ້ນກໍ່ປະໃຫ້ແຫ້ງໃນເວລາ 1 ປີ ຈຶ່ງຕັດເປັນບັ້ງເຄື່ອງດົນຕີ. ໄມ້ເຮ້ຍ ຕ້ອງແມ່ນຕົ້ນໄມ້ແກ່ຈຶ່ງຮັກສາຢ່າງຍາວນານໄດ້. ແລະ ພຽງແຕ່ແມ່ຍິງຈຶ່ງສະແດງເຄື່ອງດົນຕີ ກລົງປຸດ ມ່ວນ.”

        ເມື່ອໄປຢ້ຽມຢາມບັນດາໝູ່ບ້ານ ເຊີດັງ ໃນລະດູບານໃຫມ່ ຫລື ງານບຸນຕ່າງໆ ພວກເຮົາສາມາດຮັບຟັງສຽງຄ້ອງສຽງກອງສູງຕ່ຳປະສົມປະສານກັບສຽງເຄື່ອງດົນຕີ ເຕີຣຶງ, ກລົງປຸດ.. ດັງກ້ອງກັງວານໄປ. ຄຽງຂ້າງໄຫເຫລົ້າ, ບັນດາຄູ່ບ່າວສາວຊາວເຜົ່າ ເຊີດັງ ຈັບມືກັນພ້ອມກັນສະແດງວາດຟ້ອນ ຫລື ຮ້ອງລຳທຳເພງ ກ່ຽວກັບບັນດາບົດເພງຍ້ອງຍໍບ້ານເກີດເມືອງນອນ, ໝູ່ບ້ານ, ຄວາມຮັກຂອງຄູ່ບ່າວສາວ  ແລະ ມີຄວາມຫວັງວ່າ  ຊີວິດຈະມີຄວາມອີ່ມຫນຳສຳລານສົມບູນພູນສຸກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.