ເມື່ອພາສາໄຕ ໄດ້ຫັນເປັນດີຈີຕອນຢູ່ໂຮງຮຽນເຂດພູສູງແຫ່ງໜຶ່ງຢູ່ແຂວງ ກາວບັ່ງ
(VOVWORLD) - ໂຮງຮຽນມັດທະຍົມຕອນປາຍ ແທັກອານ ແມ່ນໂຮງຮຽນເຂດພູສູງຢູ່ແຂວງ ກາວຍັ່ງ ໂດຍນັກຮຽນກວ່າ 70% ແມ່ນຊາວຊົນເຜົ່າໄຕ, ນຸ່ງ. ແຕ່ພວກນ້ອງນຳໃຊ້ພາສາໄຕ ໃນຊີວິດປະຈຳວັນບໍ່ຫຼາຍປານໃດ. ຈົນເມື່ອຮອດເວລາເຂົ້າຮ່ວມສະໂມສອນ “ພ້ອມກັບນ້ອງຄົ້ນຫາ ສວນສາທາລະນະທໍລະນີ” ແລະ ກະກຽມໃຫ້ແກ່ການເສັງ “ອະນຸລັກຮັກສາພາສາໄຕ, ນຸ່ງ” ນັ້ນ, ວິວັດການ “ຮຽນພາສາຂອງຊົນເຜົ່າຕົນຄືນ” ຈຶ່ງໄດ້ເລີ່ມຕົ້ນຂຶ້ນຢ່າງແທ້ຈິງ.








