ວັດທະນະທໍາ

ຮ່າໂນ້ຍມານະພະຍາຍາມອະນຸລັກຮັກສາສິລະປະຂັບກາຈູ

ຮ່າໂນ້ຍມານະພະຍາຍາມອະນຸລັກຮັກສາສິລະປະຂັບກາຈູ

(VOVWORLD) -ນັບຕັ້ງແຕ່ເມື່ອອົງການ Unesco ເຊີດຊູແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ຄວນໄດ້ຮັບການປົກປັກຮັກສາຢ່າງຮີບດ່ວນນັ້ນ, ນະຄອນຮ່າໂນ້ຍ ໄດ້ມີການກະທຳຢ່າງຕັ້ງໜ້າ ເພື່ອຊ່ວຍໃຫ້ມໍລະດົກສິລະປະຂັບກາຈູ ບໍ່ພຽງແຕ່ໄດ້ຮັບການຟື້ນຟູເທົ່ານັ້ນ ຫາກຍັງໄດ້ຮັບການອະນຸລັກຮັກສາຢ່າງໝັ້ນຄົງອີກດ້ວຍ. ພ້ອມກັບການເອົາໃຈໃສ່ສິດສອນຖ່າຍທອດໃຫ້ລຸ້ນໜຸ່ມຜູ້ສືບທອດນັ້ນ, ນະຄອນຮ່າໂນ້ຍ ພວມຕັ້ງໜ້າດຳເນີນການສະແດງຂັບກາຈູ ເພື່ອແນໃສ່ເຮັດໃຫ້ປະເພດສິລະປະພື້ນເມືອງນີ້ ມີຄວາມໃໝ່ອ່ຽມ ເພື່ອໃຫ້ຂັບກາຈູມີລົມຫາຍໃຈແຫ່ງຊີວິດຍຸກປັດຈຸບັນ ແລະ ຫຍັບເຂົ້າໃກ້ກັບມວນຊົນກວ່າເກົ່າ

ສິລະປະຂັບກາຈູ 

ໂດຍໄດ້ກາຍເປັນຈຸດທີ່ພົ້ນເດັ່ນຂອງການທ່ອງທ່ຽວຄຸ້ມຖະໜົນເກົ່າຮ່າໂນ້ຍ. ພໍ່ແຕ່ຮອດ 19 ໂມງຕອນຄ່ຳໃນແຕ່ລະມື້, ມີແຂກທ່ອງທ່ຽວ ຫຼາຍຄົນກໍ່ໄດ້ນັ່ງລໍຖ້າຢູ່ເວທີສະແດງນ້ອຍ ຢູ່ເຮືອນເລກທີ 87 ຖະໜົນໜາເມິຍເພື່ອຮັບຊົມບັນດາລາຍການສະແດງຂັບກາຈູ. ໃນທາມກາງອາກາດຍາມລະດູໃບໄມ້ຫຼົ່ນທີ່ເຢັນສະບາຍ, ສຽງຂັບກາຈູພ້ອມກັບສຽງດົນຕີດັງກ້ອງກັງວານຂຶ້ນ ອັນໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ບັນດາລາຍການສະແດງເຊັ່ນນັ້ນ ກໍ່ໄດ້ສ້າງບັນດາໂອກາດໃຫ້ແກ່ປະຊາຊົນກໍ່ຄືແຂກທ່ອງທ່ຽວ ສາມາດມີຄວາມເຂົ້າໃຈກ່ຽວກັບວັດທະນະທຳພື້ນເມືອງຂອງຮ່າໂນຍຕື່ມອີກ. ໂດຍໄດ້ຮັບການຮັບຮອງແມ່ນມໍລະດົກບໍ່ເປັນວັດຖຸ ຂອງມວນມະນຸດເມື່ອເດືອນ ຕຸລາ ປີ 2009, ຂັບກາຈູໄດ້ກາຍເປັນມໍລະດົກບໍ່ເປັນວັດຖຸທີ 4 ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກ  Unesco ພ້ອມກັບດົນຕີໃນພະລາດຊະວັງເຫ້ວ, ວັດທະນະທຳຄ້ອງໄຕງວຽນ ແລະ ຂັບກວານເຫາະບັກນິງ. ເພື່ອເປັນການອະນຸລັກຮັກສາຟື້ນຟູຂັບກາຈູໃຫ້ໝັ້ນຄົງ, ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ຂອງນະຄອນຮ່າໂນ້ຍພວມສ້າງແຜນຮ່າງຍຸດທະສາດຍາວນານເທື່ອລະກ້າວ ເພື່ອນຳສິລະປະຂັບກາຈູຫຼຸດພົ້ນອອກຈາກສະພາບ ທີ່ຕ້ອງການປົກປັກຮັກສາຢ່າງຮີບດ່ວນ, ນະຄອນຮ່າໂນ້ຍກໍ່ໄດ້ໃຫ້ການໜູນຊ່ວຍຄ່າໃຊ້ຈ່າຍໃຫ້ແກ່ບັນດາສະໂມສອນທີ່ເຂົ້າຮ່ວມງານມະໂຫລານ, ງານສະແດງ; ສະໜອງພາຫະນະອຸປະກອນສ່ວນໜຶ່ງ ເພື່ອຊ່ວຍບັນດານັກສິລະປະການໃຫ້ມີຄວາມອຸ່ນອ່ຽນ ໃຈກວ່າໃນການສິດສອນຖ່າຍທອດຢູ່ຮາກຖານ. ນັກດົນຕີ ດັ້ງ ຮວິ່ງ ລວານ ຜູ້ທີ່ໄດ້ມີການຄົ້ນຄວ້າກ່ຽວກັບສິລະປະຂັບກາຈູມາຫຼາຍປີໄດ້ຖືວ່າ: ການຈັດຕັ້ງງານມະໂຫລານ, ງານປະກວດແມ່ນບັນຫາຈຳເປັນ ຕ້ອງໄດ້ຮັບການປະຕິບັດຢ່າງເປັນປະຈຳ ເພື່ອສ້າງເປັນສະຖານທີ່ພົບປະແລກປ່ຽນ, ຮຽນຮູ້ ແລະ ສະແດງຂັບກາຈູໃຫ້ແກ່ນັກສິລະປະການ ແລະ ບັນດາເພື່ອນໜຸ່ມທີ່ນິຍົມສິລະປະຂັບກາຈູ. ນັກດົນຕີ ດັ້ງ ຮວິ່ງ ລວານ ໃຫ້ຮູ້ວ່າ:

     “ບັນດາງານປະກວດໄດ້ປະກົດມີໄວໜຸ່ມຜູ້ທີ່ມີຄວາມເກັ່ງກ້າສາມາດ, ນີ້ອາດຈະເວົ້າໄດ້ວ່າແມ່ນສິ່ງທີ່ຍອດຢ້ຽມຂອງຂັບກາຈູຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າໄດ້ມີນັກຮ້ອງບາງຄົນ ໄດ້ຂັບຮ້ອງຕາມວິທີຂອງນັກສິລະປະການ ແລະ ຂ້າພະເຈົ້າໄດ້ພົບເຫັນວ່າພວກນ້ອງໄດ້ຟັງເທບບັນທຶກສຽງຢ່າງລະອຽດ ເພາະວ່າໄດ້ມີນັກສິລະປະການຫຼາຍຄົນໄດ້ເສຍຊີວິດໄປແລ້ວ. ສິ່ງນີ້ໄດ້ເປັນການຢັ້ງຢືນວ່າ  ເອກະສານພວມສົ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພວກນ້ອງ. ແລະ ສິ່ງທີ່ຂ້າພະເຈົ້າຖືວ່າແມ່ນບັນຫາສຳຄັນທີ່ສຸດ, ນັ້ນແມ່ນເລື່ອງບັນດານັກຮ້ອງລຸ້ນກ່ອນໆ ທີ່ພວກເຮົາໄດ້ຈັດຕັ້ງບັນດາງານປະກວດນັ້ນ, ເຂົາເຈົ້າພວມແມ່ນອາຈານຖ່າຍທອດບອກສອນ, ນີ້ກໍ່ແມ່ນສິ່ງທີ່ພາກພູມໃຈ”.

      ໂດຍແມ່ນປະເພດສະແດງສິລະປະທັງພື້ນເມືອງ ທັງມີລັກສະນະຍຸກປັດຈຸບັນ, ການອະນຸລັກຮັກສາສິລະປະຂັບກາຈູ ພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຫຼາຍຢ່າງ, ພິເສດແມ່ນລຸ້ນນັກສິລະປະການຖ່າຍທອດອາຊີບ ເກືອບຄືວ່າໄດ້ຢູ່ໃນເກນອາຍຸສູງແລ້ວ, ສຳລັບລຸ້ນສືບທອດກໍ່ບໍ່ຫຼາຍ, ໃນຂະນະນັ້ນ, ສິລະປະປະເພດນີ້ກໍ່ຍາກທີ່ຈະເລືອກເອົາຄົນທີ່ເໝາະສົມໄດ້ຢ່າງ ຫຼວງ ຫຼາຍ. ປ້າ ຟຸ່ງທິຮົ່ງ, ຫົວໜ້າສະໂມສອນຂັບກາຈູຂອງສູນສິລະປະຫວຽດນາມີຄຳເຫັນດັ່ງນີ້:

     “ຂ້າພະເຈົ້າສະເໜີວ່າຂັບກາຈູຄວນໄດ້ຮັບການເອົາໃຈໃສ່ ຫຼາຍກວ່າອີກ, ນຳຂັບກາຈູເຂົ້າໃນບັນດາເນື້ອໃນນອກລະບົບຂອງໂຮງຮຽນ ເພື່ອໃຫ້ພວກນ້ອງໄວໜຸ່ມສາມາດໄດ້ຮຽນຂັບກາຈູໂດຍໄວ. ນີ້ກໍ່ແມ່ນສິ່ງພຽງຢ່າງດຽວທີ່ຂ້າພະເຈົ້າມີຄວາມຫວັງເທົ່ານັ້ນ ແລະ ບັນດາຂະແໜງການ, ຂັ້ນຕ່າງໆ ທີ່ມີຄວາມຮັບຜິດຊອບຄວນນຳສິລະປະຂັບກາຈູເຂົ້າໃນການເຄື່ອນໄຫວຢ່າງເປັນປະຈຳ ແລະ ຕໍ່ເນື່ອງເພື່ອໃຫ້ປະເພດສິລະປະນີ້ບໍ່ຖືກສູນຫາຍໄປ”. 

     ເພື່ອໃຫ້ມໍລະດົກຂັບກາຈູຫຍັບເຂົ້າໃກ້ມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ປ້າ ຫວູທິຖຸຍລິງ ສັງກັດສະໂມສອນຂັບກາຈູ ຟູທິ ຖືວ່າ: ບັນດາຂະແໜງການທີ່ມີຄວາມຮັບຜິດຊອບ ອຳນາດການປົກຄອງທ້ອງຖິ່ນຢູ່ຂັ້ນຮາກຖານ ຄວນຈັດຕັ້ງການເຄື່ອນໄຫວໂຄສະນາເຜີຍແຜ່ ເພື່ອນຳກາຈູເຂົ້າມາສະແດງຢູ່ບັນດາສະຖານທີ່ທ່ອງທ່ຽວ ຂອງນະຄອນຫຼວງ. ປ້າ ຫວູທິຖຸຍລິງ ເວົ້າວ່າ:

      “ພວກຂ້າພະເຈົ້າແມ່ນບັນດາຜູ້ປະຕິບັດ ແລະ ປະກອບອາຊີບສະແດງຂັບກາຈູ, ດັ່ງນັ້ນ ພຽງແຕ່ມີຄວາມຫວັງຢາກມີສະຖານທີ່ທຳການສະແດງ, ເງື່ອນໄຂທີ່ດີທີ່ສຸດແມ່ນອາດຈະສະແດງຢ່າງເປັນປະຈຳ. ດັ່ງນັ້ນ ຂ້າພະເຈົ້າຄິດວ່າຕ້ອງເຮັດແນວໃດເພື່ອໃຫ້ມີສະຖານທີ່ສະແດງຫຼາຍກວ່າ ເພື່ອຊ່ວຍບັນດາຜູ້ປະກອບອາຊີບ. ນັ້ນກໍ່ແມ່ນໜຶ່ງໃນບັນດາວຽກງານ ທີ່ຊ່ວຍໃຫ້ມັນສາມາດຄົງຕົວໄດ້”.

     ຢູ່ທີ່ບັນດາກອງປະຊຸມສຳມະນາ ເພື່ອຊອກຫາບັນດາວິທີການແກ້ໄຂ ອະນຸລັກຮັກສາຂັບກາຈູຮ່າໂນ້ຍ, ມີນັກຄົ້ນຄວ້ານັກສິລະປະການ ຫຼາຍຄົນໄດ້ຖືວ່າ: ປັດຈຸບັນຮ່າໂນ້ຍພວມແມ່ນໜຶ່ງໃນບັນດາທ້ອງຖິ່ນ ທີ່ມີສະໂມສອນຂັບກາຈູຫຼາຍແຫ່ງ ກໍ່ຄືນັກສິລະປະການກໍ່ຫຼາຍກວ່າໜູ່ ໃນຈຳນວນ 14 ແຂວງ ແລະ ນະຄອນທີ່ມີສິລະປະຂັບກາຈູໃນປັດຈຸບັນ, ເພາະສະນັ້ນ, ນະຄອນຮ່າໂນ້ຍຄວນນຳໜ້າໃນການສຳຫຼວດ ກວດຄືນ ແລະ ຕີລາຄາສະພາບຕົວຈິງສິລະປະຂັບກາຈູໃນບໍລິເວນນະຄອນ, ຈາກນັ້ນສ້າງແຜນຮ່າງຍຸດທະສາດ ເພື່ອອະນຸລັກຮັກສາພັດທະນາສິລະປະຂັບກາຈູ ເພື່ອສ້າງບາດກ່າວຫັນປ່ຽນຢ່າງແຂງແຮງ ໃນການອະນຸລັກຮັກສາສິລະປະຂັບກາຈູໃຫ້ໝັ້ນຄົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.