ວັດທະນະທໍາ

ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່

ເຂົ້າຊົງ-ພິທີສຳຄັນຂອງການເຫຼື້ອມໃສບູຊາພະແມ່

​(vovworld)-​ພິທີເຂົ້າຊົງ​ແມ່ນ​ພິທີ​ສຳ​ພັນກັບ​ເທວະ​ດາ​ຟ້າ​ແຖນຜ່ານ​ກະ​ໂຕນາງ​ທຽມ, ທ້າວ​ທຽມ. ນັ້ນ​ແມ່ນ​ການວາດ​ພາບ​ເຖິງ​ບັນດາ​ພະ​ອໍລະຫັນຄືນ​ໃໝ່​ເພື່ອ​ແນ​ໃສ່​ສັ່ງສອນ, ປິ່ນປົວ​ພະຍາດ, ​ຫຼື​ດົນ​ບັນດາໂຊກ​ລາບ​ໃຫ້​ແກ່​ບັນດາ​ຜູ້​​ເຊື່ອ​ຖືເຫຼື້ອມ​ໃສ​ບູຊາ​ພະ​ແມ່. ພິທີເຂົ້າຊົງມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວລະຫວ່າງ​ບັນດາ​ປັດ​ໄຈ​ຈິດ​ວິນ​ຍານ ​ແລະ ການສະ​ແດງ​​ແບບພື້ນ​ເມືອງ.

(vovworld)-​ພິທີເຂົ້າຊົງ​ແມ່ນ​ພິທີ​ສຳ​ພັນກັບ​ເທວະ​ດາ​ຟ້າ​ແຖນຜ່ານ​ກະ​ໂຕນາງ​ທຽມ, ທ້າວ​ທຽມ. ນັ້ນ​ແມ່ນ​ການວາດ​ພາບ​ເຖິງ​ບັນດາ​ພະ​ອໍລະຫັນຄືນ​ໃໝ່​ເພື່ອ​ແນ​ໃສ່​ສັ່ງສອນ, ປິ່ນປົວ​ພະຍາດ, ​ຫຼື​ດົນ​ບັນດາໂຊກ​ລາບ​ໃຫ້​ແກ່​ບັນດາ​ຜູ້​​ເຊື່ອ​ຖືເຫຼື້ອມ​ໃສ​ບູຊາ​ພະ​ແມ່. ພິທີເຂົ້າຊົງມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວລະຫວ່າງ​ບັນດາ​ປັດ​ໄຈ​ຈິດ​ວິນ​ຍານ ​ແລະ ການສະ​ແດງ​​ແບບພື້ນ​ເມືອງ.


(ພາບ: hatvan.vn)

    ຜູ້​ສວມ​ບົດ​ພະ​ອໍລະຫັນ​ໃນ​ພິທີເຂົ້າຊົງ​ແມ່ນ​ຜູ້​ຊາຍ​ຖືກ​ເອີ້ນ​ວ່າ​ທ້າວ​ທຽມ, ​ແມ່ນ​ຜູ້ຍິງ​ຖືກ​ເອີ້ນ​ວ່າ ນາງ​ທຽມ. ທ້າວ​ທຽມ​ເຄີຍ​ນຸ່ງ​ຊຸດ​ແພ​ໄໝ, ​ຖືກແຕ່ງ​ຕົວ​ຢ່າງ​ສວຍ​ງາມ, ບາງ​ຄົນ​ຊົງ​ຜົມ​ຍາວ​ເໝືອນ​ກັບ​ຜູ້ຍິງ. ​ໃນ​ພິທີ​ເຂົ້າຊົງ, ​ນາງ​ທຽມ, ທ້າ​ວທຽມ​ຕ້ອງ​ຜ່ານ​ການ​ສວມ​ບົດ​ພະ​ອໍລະຫັນ​ຫຼາຍ​ອົງ. ​ແຕ່ລະ​ເທື່ອ​ເມື່ອ​ສວມ​ບົດ​ພະ​ອໍລະຫັນ, ນາງ​ທຽມ, ທ້າ​ວທຽມຖືກ​ຄຸ້ມ​ໃສ່​ຕົວ​ດ້ວຍ​ຜ້າ​ໄໝ​​ສີແດງ​ຜືນ​ໜຶ່ງ ​ແລະ ຫຼັງ​ຈາກ​ນັ້ນ, ​ເມື່ອ​ປ່ຽນ​ສວມ​ບົດ​ພະ​ອໍລະຫັນ​ອົງ​​ໃໝ່ ກໍ່​ຕ້ອງ​ປ່ຽນ​ຊຸດ​ເຄື່ອງ​ໃໝ່​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ພະ​ອໍລະຫັນ​ອົງ​​ໃໝ່. ບາງ​ເທື່ອນາງ​ທຽມ, ທ້າ​ວທຽມສວມ​ບົດ​ເປັນ​ນາຍ​ພົນທະຫານຄົນ​ໜຶ່ງ, ບາງ​ເທື່ອສວມ​ບົດ​ເປັນ​ເຈົ້າ​​ເສນາ​ອາມາດທີ່​ເຄັ່ງຂືມ, ​ແລະ ບາງ​ເທື່ອກໍ່​ສວມ​ບົດ​​ເປັນ​ຍຸ​ວະ​ນາລີ​ທີ່​ພວມ​ຟ້ອນລຳ​ທຳ​ເພງ. ວາດ​ຟ້ອນ​ຂອງ​ນາງ​ທຽມ, ທ້າ​ວທຽມ ​​ຖືກ​ປ່ຽນ​ແປງ​ຕາມ​ຈຸດ​ພິ​ເສດ​ຂອງ​ພະ​ອໍລະຫັນ​ອົງ​ນັ້ນ. ບັນດາ​ນາງ​ທຽມ, ທ້າ​ວທຽມ ລ້ວນ​ແຕ່​ແມ່ນ​ຜູ້ໄດ້​ຮັບ​ຖື​ວ່າ​ເທວະ​ດາຟ້າ​ແຖນ​ໄດ້​ເລືອກ​ເຟັ້ນ​ເປັນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ມະນຸດ​ກັບ​ໂລກ​ເທວະ​ດາຟ້າ​ແຖນ. ສາດສະດາຈານ​ໂງ​ດຶກ​ທິ້ງ, ຜູ້ອຳນວຍການ​ສູນ​ຄົ້ນຄ້ວາ ​ແລະ ອະນຸລັກ​ຮັກສາ​ວັດທະນະທຳ​ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​​​​ທຸກ​ໆຄົນ​​ເມື່ອພາວະນາ​ຢາກ​ໄດສິ່ງ​ໃດສິ່ງໜຶ່ງ​ນຳ​ພະ​ແມ່ກໍ່​ຕ້ອງ​ຜ່ານ​ບັນດາ ນາງ​ທຽມ, ທ້າ​ວທຽມ, ​ແລະຜ່ານ​ພິທີເຂົ້າຊົງ​ໂດຍ​ສວມ​ບົດພະ​ອໍລະຫັນ 36 ອົງ. ນີ້​ຖືກ​ຖື​ວ່າ, ​ແມ່ນ​ຄວາມ​ສຳນຶກ​ຢ່າງ​ໜຶ່ງ“.


(ພາບ: laodong.com.vn)

​ ​ພິທີເຂົ້າຊົງ​ແມ່ນ​ຮູບ​ການ​​ເຊື່ອ​ຖືເຫຼື້ອມ​ໃສ​ພື້ນ​ເມືອງ​ມີ​ທັງ​ຢູ່​ຫວຽດນາມ ກໍ່​ຄື​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພິທີ​ເຂົ້າຊົງ​ຂອງຫວຽດນາມ ມີຈຸດ​ພິ​ເສດສະ​ເພາະ​ຂອງ​ວັດທະນະທຳ​ຫວຽດນາມ, ບໍ່ຄ້າຍ​ຄື​ກັບ​ການ​ເຫຼື້ອມ​ໃສ​ໃດໆ. ສີສັນ​ວັດທະນະທຳຫວຽດສະ​ແດງ​ອອກ​ໃນຫໍ​ໂຮງ​ບູຊາ​ພະ​ແມ່, ບັນດາ​ເຈົ້າ​ເສນາ​ອາມາດ, ກະສັດ….​ທີ່ນາງ​ທຽມ​ທ້າວ​ທຽມ​ເຂົ້າມາ​ທຽມ ຊື່​ງ​ອາດ​ຈະແມ່ນນັກ​ວິລະ​ຊົນ​ຂອງ​ຊາດ, ​ແມ່ນ​ເທວະ​ດາ​ທີ່​ປະຊາຊົນນັບຖື​ບູຊາ​ຄື: ພະ​ອໍລະຫັນ​ຮ່ວາງ​ເມືອ​ຍ ໝາກ​ເຖິງນາຍ​ພົນ​ຫງວຽນ​ຊີ ​ໃນ​ສະ​ໄໝ​ລາຊະວົງ​ເລ (ສັດຕະວັດ​ທີ 13),  ພະ​ອໍລະຫັນ​ຮ່ວາງ​ເຊົາແມ່ນນາຍ​ພົນ​ເຈິ່ນລຶ້ວມີ​ຄຸນງາມ​ຄວາມດີຕ້ານ​ພວກ​ໝິງ​ເຂົ້າມາ​ຮຸກ​ຮານ, (ສັດຕະວັດ​ທີ 15), ພະ​ອໍລະຫັນ​ຮ່ວາງ​ໄບ​ແມ່ນ​​ເຈົ້າ​ເສນາ​ອາມາດ​​​ປ້ອງ​ກັນ​ເຂດ​ລາວ​ກາຍ, ​ເຈົ້າ​ເສນາ​​ຮ່ວາງ​ບາດ​ແມ່ນ​ຊາວ​ເຜົ່າ​ນຸ່ງ….​ທ່ານ​ຫງວຽນ​ຕຽນ​ຢຸງ, ພະນັກງານ​ຄົ້ນຄ້ວາ​ຂອງ​ສູນ​ຄົ້ນຄວ້າ​ການ​ເຫຼື້ອມ​ໃສ​ສາທາ​ໜາ​ຫວຽດນາມ ຖື​ວ່າ, ໃນ​ພິທີເຊົ້າຊົງ, ບັນດາ​ນາງ​ທຽມ, ທ້າວ​ທຽມ​ແມ່ນບັນດາຜູ້ທີ່​ມີໜ້າ​ທີ່​ເຊື່ອມ​ຈອດ​ລະຫວ່າງ​ໂລກ​ປະຈຸ​ບັນ​ກັບ​ບັນດາພະ​ອໍລະຫັນ:

 “​ຕາມ​ປະ​ເພນີແລ້ວ, ມີ​ພະ​ອໍລະຫັນ 36 ອົງ ຊື່​ງ​ໄດ້​ຄຸ້ມ​ຄອງ​ເຂດ​ນ່ານຟ້າ, ​ເຂດ​ດິນ, ​ເຂດ​ນ້ຳ, ພູຜາ​ປ່​າໄມ້​ຂອງ​ຊາວ​ຫວຽດນາມ. ​ພະ​ອໍລະຫັນ 36 ອົງ​ຖືກ​ຈັດ​​ເປັນ​ລຳດັບ​ແຕ່​ສູງ​ລົງ​ຕ່ຳ. ​ພະ​ອໍລະຫັນ 36 ອົງ​ນັ້ນ​ເໝາະ​ກັບຊະ​ຕາ​ກຳ​ແຕ່ລະຄົນ​“.

  ຜ່ານ​ພິທີ​ເຂົ້າຊົງ, ການ​ເຫຼືອມ​ໃສ​ບູຊາ​ພະ​ແມ່ ​ ​ ໄດ້​ນຳພາ​ມະນຸດໄປສູ່​ຄວາມ​ມຸ້ງຫວັງກ່ຽວ​ກັບ​ຊີວິດ​ຈົບງາມ, ມີ​ຄວາມ​ຜາ​ສຸກ​ກ່ວາ ພ້ອມ​ທັງ​ນຳ​ມາ​ເຊິ່ງກຳລັງ​ແຮງ, ຄວາມ​ເຊື່ອມໝັ້ນຕໍ່​ສິ່ງ​ທີ່​ດີງາມ​ໃຫ້​ແກ່​ເຂົາ​ເຈົ້າ. ສາດສະດາຈານ​ໂງ​ດຶກ​ທິ້ງ ​ໃຫ້​ຮູ້​ວ່າ:

“ຈຸດ​ຕົ້ນຕໍ​ຂອງ​ມໍລະດົກ​ແມ່ນ​ຄວາມ​ງາມ, ການ​ຄັດ​ເລືອກ, ຢູ່​ນີ້​ມັນ​ໝາຍ​ເຖິງ​ສິ່ງທີ່​ເອີ້ນ​ວ່າ​ສີສັນ​ສະ​ເພາະ. ພິທີເຂົ້າຊົງ​ແມ່ນ​ຂອງ​ຊາວ​ຫວຽດນາມພຽງ​ໜຶ່ງ​ດຽວ ​ແລະ ມັນ​ຍັງຮັກສາ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ​ໄວ້​ໄດ້. ນັກຮຽນ​ຮູ້​ຊາວ​ອາ​ເມ​ລິ​ກາ​ທ່ານ 1 ​ເວົ້າວ່າ: ​ໃນ​ພິທີ​ເຂົ້າຊົງ, ຜູ້​ຄົນ​ທັງຫຼາຍ​ເຫັນ​ວ່າ: ມັນ​ເໝືອນ​ກັບ​ຫໍພິພິຕະພັນ​ຮັກສາ​ມູນ​ເຊື້ອ​ຂອງ​ຊາດ. ຫໍພິພິຕະພັນ​ນັ້ນບໍ່​ແມ່ນມີ​ບັນດາ​ວັດຖຸ​​ເຄື່ອງ​ຂອງ ຫາກ​ມັນ​ແມ່ນ​ມະນຸດ, ມີ​ຊີວິດ​ຊີວາ, ດູດ​ດື່ມ​ໃຈ​ທຸກ​ຄົນ, ຕອບສະໜອງ​ຄວາມ​ຕ້ອງການ​ດ້ານ​ຄວາມ​ສຸດຈະລິດ, ບໍລິສຸດ ​ແລະ ຄວາມ​ງາມ​ຂອງ​ມວນ​ມະນຸດ“.

  ພິທີເຂົ້າຊົງ​ໃນການ​ເຫຼື້ອມ​ໃສ​ບູຊາ​ພະ​ແມ່ ມ່ງ​ໄປ​ເຖິງ​ຊີວິດ​ປະຈຸ​ບັນ​ຂອງ​ມວນ​ມະນຸດ​ດ້ວຍ​ຄວາມ​ມຸ້ງ​ຫັວງດ້ານ​ສຸຂະພາບ, ​ໂຊກ​ລາບ, ​ແມ່ນ​ຄວາມ​ຕ້ອງການ​ໃນ​ຊີວິດ​ດ້ານ​ຈິດ​ວີນຍານ​ຂອງ​ຊາວ​ຫວຽດນາມ, ນຳ​ມາ​ເຊິ່ງກຳລັງ​ແຮງ, ຄວາມ​ເຊື່ອໝັ້ນ​ໃຫ້​ແກ່​ເຂົາ​ເຈົ້າ. ຜ່ານ​ບັນດ​າ​ລຸ້ນຄົນ​ສືບ​ທອດ​ກັນ​ມາ, ​ພິທີເຂົ້າຊົງ​ໄດ້​ກາຍ​ເປັນ​ພິທີ​ວັດທະນະທຳດ້ານຈິດ​ວີນຍານ​ໃນ​ຊີ​ວິດ​ສັງຄົມ​ຫວຽດນາມ./. 

This site is protected by reCAPTCHA and the Google Privacy Policy and Terms of Service apply.