ວັດທະນະທໍາ

ພົນລະເມືອນນະຄອນຫຼວງດີເດັ່ນ, ທ່ານໝໍປະຊາຊົນຫງວຽນຕຽນກວຽດ

ພົນລະເມືອນນະຄອນຫຼວງດີເດັ່ນ, ທ່ານໝໍປະຊາຊົນຫງວຽນຕຽນກວຽດ

(vovworld)- ​“ຖ້າເປັນ​ທ່ານໝໍ​ແມ່ນ​ບໍ່​ໄດ້ຄິດ​​ໄລ່ເຖິງຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາກ​ສິ່ງ​ສຳຄັນ​ແມ່ນຕ້ອງ​ຄິດ​ວ່າຕົນ​ເອງ​ສາມາດ​ເຮັດ​ໄດ້​ຫຍັງ​ໃຫ້​ແກ່​ຄົນ​ເຈັບ“ ນັ້ນ​ແມ່ນ​ຄວາມ​ຄິດ ​ແລະ ກໍ່​ແມ່ນ​ທິດ​ນຳ​​ໃນ​ການດຳລົງ​ຊີວິດ​ຂອງ​ວິລະ​ຊົນ​ແຮງ​ງານ, ທ່ານໝໍ​ປະຊາຊົນ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ....


 (vovworld)-  ​“ຖ້າເປັນ​ທ່ານໝໍ​ແມ່ນ​ບໍ່​ໄດ້ຄິດ​​ໄລ່ເຖິງຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາກ​ສິ່ງ​ສຳຄັນ​ແມ່ນຕ້ອງ​ຄິດ​ວ່າຕົນ​ເອງ​ສາມາດ​ເຮັດ​ໄດ້​ຫຍັງ​ໃຫ້​ແກ່​ຄົນ​ເຈັບ“ ນັ້ນ​ແມ່ນ​ຄວາມ​ຄິດ ​ແລະ ກໍ່​ແມ່ນ​ທິດ​ນຳ​​ໃນ​ການດຳລົງ​ຊີວິດ​ຂອງ​ວິລະ​ຊົນ​ແຮງ​ງານ, ທ່ານໝໍ​ປະຊາຊົນ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ, ຜູ້ອຳນວຍການ​ໂຮງ​ໝໍ​ຫວຽດ-ດຶກ (​ແປ່​ວ່າຫວຽດນາມ-​ເຢຍລະ​ມັນ). ທ່ານແມ່ນ 1 ​ໃນ​ຈຳນວນ 10 ຄົນໄດ້​ຮັບ​ການ​ເຊີດ​ຊູ​​​ແມ່ນພົນລະ​ເມືອງ​ນະຄອນຫຼວງ​ທີ່ດີ​ເດັ່ນປີ 2014.


ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ (ຂວາ)

(ພາບ​: vovgiaothong )

   ສຳລັບ​ທ່ານ​ຫງວຽນ​ວັນ​ຢຸງ, ບ້ານ​ເກີດ​ຢູ່​ນາມ​ດິ້ງ, ຜູ້​ເຄີຍ​ເປັນ​ພະຍາດ​ປະດົງ​ຄໍໜັກ​​ແລ້ວ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແມ່ນຜູ້​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຊີວິດ​ໃຫ້​ແກ່​ລາວ. ​ຕາມ​ທ່ານ​ຢຸງ​ແລ້ວ, ທ່ານໝໍ​ກວຽດ ​ໄດ້​ຖື​ຕົນ​ເອງ​ເປັນ​ຄົນ​ເຈັບ, ​ມີ​ຄວາມ​ເຈັບ​ປວດ, ຄວາມເປັນ​ຫ່ວງ​​ຂອງ​ຄົນ​ເຈັບດັ່ງນັ້ນຈຶ່ງຊອກ​ຫາ​ມາດ​ຕະການ​ປິ່ນປົວ​ພະຍາດ​ທີ່​ດີ​ທີ່​ສຸດ, ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ເຮັດ​ໃຫ້ອາການ​ສຸລະພາ​ບຂອງ​ທ່ານ​ນັບ​ມື້​ນັບ​ດີຂຶ້ນ​. ທ່ານ​ຫງວຽນ​ວັນ​ຢຸງ ຫວນ​ຄືນ​ວ່າ:

   “​​​​​​​​ພາຍຫຼັງ​ໄດ້​ດຳ​ເນີນ​ການ​ວິ​ໃຈ​ຕ່າງໆ, ບັນດາ​ທ່ານໝໍ​ບອກ​ວ່າ​ຂ້ອຍ​ຕ້ອງ​ທຳ​ການຜ່າຕັດ​ຄືນ​ໃໝ່ ​ແຕ່​ຫຼັງ​ການ​ບົ່ງ​ມະຕິ​ຫຼາຍ​ເທື່ອ, ບັນດາ​ທ່ານໝໍ​ລ້ວນ​ແຕ່​ບອກ​ວ່າ ຖ້າດຳ​ເນີນ​ການຜ່າຕັດ​ແມ່ນ​ຍາກ​ຫຼາຍ ​ແຕ່​ທ່ານໝໍ​ກວຽດ ຍັງ​ຕັດສິນ​ໃຈດຳ​ເນີນ​ການຜ່າຕັດ​ໃຫ້​ຂ້ອຍ. ທ່ານໝໍ​ກວຽດ ​ເວົ້າກັບ​ຂ້ອຍ​ວ່າ ຈະ​ພະຍາ​ມຍາມ​​ເຮັດ​ທຸກສິ່ງ​ທຸກ​ຢ່າງທີ່​ດີ​ທິ່ສຸດ​ໃຫ້​ແກ່​ຂ້ອຍ. ປະຈຸ​ບັນ, ອາການ​ສຸຂະພາບ​ຂອງ​ຂ້ອຍ​ດີ​ຂຶ້ນ​ຫຼາຍ​ແລ້ວ. ຂ້ອຍເຫັນ​ວ່າ​ທ່ານໝໍ​ກວຽດ ​ແມ່ນ​ຜູ້​ມີ​ຄວາມ​ຕັດສິນ​ໃຈ​ສູງ ​ແລະ ຂ້ອຍ​ຄິດ​ວ່າ ນັ້ນ​ແມ່ນ​ສິ່ງ​ວທີ່ດີທີ່​ສຸດ​ສຳລັບ​ຜູ້​ເຮັດ​ວຽກ​ງານວິຊາ​ສະ​ເພາະ“.

 

(ພາບ​: cand.com.vn)

  ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແມ່ນ​ທ່ານໝໍ​ພະ​ແນ​ກພາຍ​ນອກ ​ເປັນ​ເວລາ 30 ກ່ວາປີ​ແລ້ວ, ທ່ານ​ໃຫ້​ຮູ້​ວ່າ​ບໍ່​ສາມາດ​ຈື່​ໄດ້ໝົດຈຳນວນ​ຜູ້​ທີ່​ທ່ານ​ທຳ​ການຜ່າຕັດ​​ໄດ້​. ​ໃນ​ເວລາ 24 ຊົ່ວ​ໂມງ​ຂອງ​ມື້ໜຶ່ງ, ທ່ານ​ໄດ້​ເຮັດ​ວຽກ​ຢ່າງ​ຕໍ່​ເນື່ອງ​ຄື: ຍາມການ​ນຳ, ກວດ​ພະຍາດ​ໂດຍ​ກົງ​ໃຫ້​ຄົນ​ເຈັບ, ບົ່ງມະຕິ ​ແລະ ປິ່ນປົວ, ທຳ​ການຜ່າຕັດ​ໃຫ້​ຄົນ​ເຈັບ, ​ເປັນ​ປະທາ​ນ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ຄັ້ງຕ່າງໆ…

    ​ ທ່ານໝໍ ຫງວຽ​ນຕຽນ​ກວຽດ ​ເປັນ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ວຽກ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ​​ໄດ້ກາຍ​ເປັນ​ຜູ້​ຊ່ຽວຊານ​ຊັ້ນນຳ​ໃນຂະ​ແໜງ​ຜ່າຕັດ​ພາຍ​ນອກ. ຍິ່ງ​ໄປ​ກ່ວານັ້ນ, ທ່ານ​ຍັງ​ແມ່ນ​ຜູ້​ທີ່ສ້າງ​ຄວາມ​ສາມັກຄີ​ໃນ​ໝູ່​ຄະນະ, ພ້ອມ​ກັບ​ບັນດາ​ນາງ​ແພດ, ທ່ານໝໍ​ອື່ນ​ສ້າງ​ໂຮງໝໍ​ຫວຽດ-ດຶກ ກາຍ​ເປັນ​ພະ​ແນ​ກ​ພາຍ​ນອກ ໃຫ່ຍກ່ວາ​ໝູ່​ໃນ​ທົ່ວ​ປະ​ເທດ. ທ່ານໝໍ​ຫງວຽນ​ກວາງ​ເຫງັ້ຍ ພວມ​ເຮັດ​ວຽກຢູ່ໂຮງໝໍ​ຫວຽດ-ດຶກ ​ເວົ້າວ່າ:

“​​ຂ້າພະ​ເຈົ້າ​ໄດ້​ເຮັດ​ວຽກ​ກັບ​ທ່ານໝໍ​ກວຽດ​ ໃນ​ເວລາ 15 ປີ​ແລ້ວ, ຂ້າພະ​ເຈົ້າ​ເອງ​ເຫັນ​ວ່າ​ທ່ານໝໍ​ກວຽດ​ແມ່ນ​ທ່ານໝໍເກັ່ງ​ທີ່​ສຸດ, ​ທ່ານ​ເຄີຍ​ກວດ, ປິ່ນ​ປົວ​ພະຍາດ​ໃຫ້​ຄົນ​ເຈັບ​ໂດຍ​ກົງ ​ແລະ ມີ​ຄວາມ​ຮັບຜິດຊອບທີ່​ສຸດ​ໃນ​ວຽກ​ງານ​ຄຸ້ມ​ຄອງ. ທ່ານໝໍ​ກວຽດ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງລຸ້ນໜຸ່ມ ກໍ່ຄື​ພະນັກງານພາລະ​ກອນ​ຂອງ​ໂຮງໝໍ ​ແລະ ຍາມ​ໃດ​ກໍ່​ມີຄຳ​ຕັດສິນ​ຖືກຕ້ອງທີ່​ສຸດ, ອັນ​ໄດ້​ຊ່ວຍ​​ໃຫ້ໂຮງໝໍ​ ພັດທະນາ. ນອກຈາກ​ນັ້ນ​ແລ້ວ, ຮອງສາດສະດາ​ກວຽດ ຍັງ​ແມ່ນ​ອາຈານຂອງ​ທ່ານໝໍ​ລຸ້ນຕ່າງໆ​​ໃນໂຮງໝໍຫວຽດ-ດຶກອີກ​ດ້ວຍ“.

​ ​  ເຖິງ​ວ່າ​ແມ່ນ​ໂຮງໝໍ​ຊັ້ນຳ​ກ່ຽວ​ກັບ​ພະ​ແນ​ກພາຍ​ນອກກໍ່ຕາມ ​ແຕ່​ໂຮງໝໍ​ຫວຽດ-ດຶກ​​ ໄດ້ ​ແລະ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບຕ້ອງ​ຮັບ​ຄົນ​ເຈັບມາ​ປິ່ນປົວ​ພະຍາດ​ຫຼາຍ​ເກີນ​ໄປ, ​​ເຄື່ອງ​ວັດຖຸ​ອຸປະກອນ​ການ​ແພດ, ພື້ນຖານ​ດ້ານ​ວັດຖຸ​ຍັງ​ຂາດ​ເຂີນ….​ໂດຍ​ເປັນ​ຫ່ວງ​ກັງວົນກັບ​ຈຸດໝາຍ​ຍົກ​ສູງ​ຄຸນ​ນະພາ​ບການ​ປົ່ນ​ປົວ​ພະຍາດ, ຮັບປະກັນຄວາມ​ຍຸດຕິ​ທຳ​ໃນ​ການກວດ, ປິ່ນປົວ​ພະຍາດ​ນັ້ນ, ຜູ້ອຳນວຍການ​ຫງວຽນ​ຕຽນ​ກຽວ​ດ ​ໄດ້​ກ້າ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ທີ່​ສາມາດ​ເປັນ​ໄປ​ໄດ້​ເພື່ອ​ແກ້​ໄຂ​ສະພາບ​ຄົນ​ເຈັບ​ເຂົ້າ​ໂຮງໝໍ​ຫຼາຍ​ເກີນ​ໄປ​. ​. ປະຕິບັດ​ການ​ແບ່ງ​ປະ​ເພດ​ຄົນ​ເຈ​ັບຢູ່​ບັນດາ​ສຸກສາລາ​ເປັນ​ຢ່າງ​ດີ, ກໍ່ສ້າງ​ບັນດາ​ໂຮງໝໍ​ຢູ່​ອ້ອມ​ແອ້ມ ​ແລະ ຊ່ວຍ​ໂຮງໝໍ​ທ້ອງ​ຖິ່ນ​ໃນ​ວຽກ​ງານ​ປິ່ນປົວ​ພະຍາດ, ​ເພີ່ມ​ຫ້ອງ​ປິ່ນປົວ​ພະຍາດ​ທີ່​ມີ​ຄຸນ​ນະພາ​ບສູງ, ປ່ຽນ​ໃໝ່​ວິທີ​ຮັບ​ໃຊ້….​ມາ​ຮອດ​ປະຈຸ​ບັນ, ບັນດາ​ມາດ​ຕະການ​ນີ້​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ອັນ​ແທດ​ຈິງ. ​ແຕ່ລະ​ປີ, ​ໂຮງ​ຫມໍຫວຽດ-ດຶກ ປະຕິບັດ​ການຜ່າຕັດ​ປະມານ 34.000 ລາຍ, ​ໃນ​ນັ້ນ, ກ່ວາ 70% ​ແມ່ນ​ການຜ່າຕັດ​ພິ​ເສດ ​ແລະ ຜ່າຕັດ​ປະ​ເພດ 1. ທາງ​ໂຮງໝໍ​ໄດ້​ດຳ​ເນີນການ​ຜ່າຕັດ​ປ່ຽນໝາກ​ໄຄ່​ຫຼັງ​ເປັນ​ປະຈຳ, ​ເຕັກນິກ​ການຜ່າຕັດ​ປ່ຽນ​ຕັບ​ກໍ່​​ທັດທຽມ​ກັບ​ຜົນງານ​ດ້ານ​ການ​ແພດ​ຂອງໂລກ. ​ເມື່ອ​ເວົ້າ​ເຖິງວຽກ​ງານ​ໃນ​ສະ​ເພາະ​ໜ້າ​ທີ່​ຕ້ອງ​ປະຕິບັດ, ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ໃຫ້​ຮູ້​ວ່າ:

  “ພວກ​ຂ້າພະ​ເຈົ້າ​ໄດ້ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງ ຍ້ອນວຽກ​ງານທີ່​ໜັກໜ່ວງ​ຢູ່​ໂຮງໝໍ​ອັນ​ດັບ​ໜຶ່ງບໍ່​ພຽງ​ແຕ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​​ໃນພາກ​ພື້ນ​ອີກ​ດ້ວຍ. ​ໂຮງໝໍ​ພວກ​ຂ້າພະ​ເຈົ້າມີ​ມູນ​ເຊື້ອ​ ​ແ​ລະ ຊື່​ງສຽງ​ມາ​ແຕ່​ດົນ​ນານແລ້ວ, ສະນັ້ນພວກ​ຂ້າພະ​ເຈົ້າຕ້ອງ​ພະຍາຍາມປະຕິບັດ​ໜ້າ​ທີ່​ຊື່​ງກະຊວງ​ສາທາລະນະ​ສຸກ, ພັກ, ລັດ ​​ໄດ້ມອບ​ໝາຍ​ໃຫ້​ປະ​ສົບ​ຜົນ​ສຳເລັດ​“.

ຮອງສາດສະດາຈານ, ດຣ ຫວຽ​ນຕຽນ​ກວຽດ ​ແບ່ງປັນ​ວ່າ: ຄວາ​ມພາກພູມ​ໃຈ ​ແລະ ຄວາມ​ຜາ​ສຸກ​ຂອງ​ທ່ານ​​ແມ່ນ​ໄດ້​ເຮັດ​ວຽກ. ສຳລັບ​ທ່ານ​ແລ້ວ, ການ​ອຸທິດ​ສ່ວນ​ກໍ່​ແມ່ນ​ເພື່ອ​ຢັ້ງຢືນ​ຕົນ​ເອງ ​ແລະ ​ເພື່ອ​ບື່ນຕົວ​ຂຶ້ນ​ຍາດ​ເອົາ​ຜົນງານ​ສູງ​ສຸດ​ດ້ານ​ວິທະຍາສາດ​​ເພື່ອປິ່ນປົວພະຍາດ ​ແລະ ​ສົ່ງ​ເສີມ​ສຸຂະ​ພາບ​ໃຫ້​ແກ່​ປະຊາຊົນ​./.


This site is protected by reCAPTCHA and the Google Privacy Policy and Terms of Service apply.