ວັດທະນະທໍາ

ຊຸກຍູ້ການເຄື່ອນໄຫວວັດທະນະທຳປະດິດຄິດສ້າງນະຄອນຫຼວງ ຮ່າໂນ້ຍ

ຊຸກຍູ້ການເຄື່ອນໄຫວວັດທະນະທຳປະດິດຄິດສ້າງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) - ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2024 ດ້ວຍຫົວຂໍ້ “ເສັ້ນທາງປະດິດຄິດສ້າງ” ຖືກດຳເນີນແຕ່ວັນທີ 9 ຫາວັນທີ 17 ພະຈິກ ຢູ່ ຮ່າໂນ້ຍ. ເຫດການນີ້ ເພື່ອແນໃສ່ທົດລອງສ້າງເສັ້ນທາງຄົ້ນຫາກ່ຽວກັບເສດຖະກິດປະດິດຄິດສ້າງໃຫ້ແກ່ນະຄອນຫຼວງໃນອະນາຄົດ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນປ່ຽນແປງໃໝ່ຂອງ ຮ່າໂນ້ຍ. ຈາກນັ້ນປະກອບສ່ວນເຊື່ອມຕໍ່ ປຸກລຸກຈິດໃຈປະດິດຄິດສ້າງ ແລະ ດຶງດູດແຫຼ່ງກຳລັງ.

ເຄື່ອງໝາຍງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2024

    ໂດຍສືບຕໍ່ຜົນສຳເລັດຈາກງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2022, 2023, ງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2024 ສືບຕໍ່ປຸກລຸກຈິດໃຈປະດິດຄິດສ້າງຂອງແຕ່ລະຄົນເປັນຕົ້ນແມ່ນໄວໜຸ່ມ ກ່ຽວກັບບັນດາຂໍ້ລິເລີ່ມ, ແນວຄວາມຄິດປະດິດຄິດສ້າງໃໝ່. ດ້ວຍຫົວຂໍ້ “ເສັ້ນທາງປະດິດຄິດສ້າງ” ປັນຄັ້ງທຳອິດທີ່ງານບຸນແນະນຳຮູບແບບຄົ້ນຫາໃໝ່ມຸ່ງໄປສູ້ມວນຊົນ ນັ້ນແມ່ນຈັດສັນເຂດງານບຸນຕາມເສັ້ນທາງ, ຊ່ວຍເປີດກິດຈະກຳປະດິດຄິດສ້າງປະຫວັດສາດຜ່ານຫຼາຍລຸ້ນຄົນຕິດພັນກັບບັນດາກິດຈະກຳມໍລະດົກທີ່ເປັນເອກະລັກຂອງ ຮ່າໂນ້ຍ    ເຂດຈັດງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ປີ 2024 ລວມມີບັນດາກິດຈະກຳສະຖາປັດຕະຍະກຳທີ່ພົ້ນເດັ່ນຄື ຫໍອະນຸຊົນ ຮ່າໂນ້ຍ, ເຮືອນຮັບແຂກລັດຖະບານ, ໂຮງລະຄອນໃຫຍ່, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ມະຫາວິທະຍາໄລສັງລວມ… ຕາມນັ້ນແລ້ວ ເຮືອນຮັບແຂກລັດຖະບານເປັນຄັ້ງທຳອິດເປີດປະຕູຕ້ອນຮັບແຂກເຂົ້າມາຢ້ຽມຊົນ, ບັນດາລາຍການຢ້ຽມຊົມໂຮງລະຄອນໃຫຍ່, ມະຫາວິທະຍາໄລສັງລວມໄດ້ຖືກນຳເຂົ້າເຄື່ອນໄຫວ.  ທ່ານ ຟ້າມຕ໊ວນລອງ ປະທານຄະນະກຳມະການປະຊົນເມືອງ ຮວ່ານກ໊ຽມ ຮ່າໂນ້ຍ ຖືວ່າ:

 “ເມືອງ ຮວ່ານກ໊ຽມ ແມ່ນເມືອງໃຈກາງຂອງນະຄອນຫຼວງແຫ່ງປະຫວັດສາດ ແລະ ມີບັນດາເຂດຕົວເມືອງມໍລະດົກທີ່ເປັນເອກະລັກຄື ໜອງຮວ່ານກ໊ຽມ, ຄຸ້ມຖະໜົນເກົ່າ ແລະ ມີຫຼາຍກິດຈະກຳສະຖາປັດຕະຍະກຳຂອງຊາວ ຝຣັ່ງ ກໍ່ສ້າງໃນຕົ້ນສະຕະວັດທີ XX”.

ມີຫຼາຍກິດຈະກຳປະດິດຄິດສ້າງຖືກຈັດຂຶ້ນ ຢູ່ເຂດກາຍເປັນການສົນທະນາລະຫວ່າງບັນດາກິດຈະກຳປະຫວັດສາດ ດ້ວຍບັນດາແນວຄວາມຄິດປະດິດຄິດສ້າງທີ່ທັນສະໄໝ. ນີ້ແມ່ນປະຖົມປັດໄຈ ເພື່ອຊຸກຍູ້ນະຄອນຫຼວພັດທະນາໃຫ້ກາຍເປັນສູນກາງປະດິດຄິດສ້າງຂອງທົ່ວປະເທດ. ທ່ານ ຫງວຽນຮົ່ງກວາງ ນັກສະຖາປະນິກໃຫຍ່ຂອງງານບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ  ໃຫ້ຮູ້ວ່າ:

“ເມື່ອພວກຂ້າພະເຈົ້າເລືອກເອົາ 7 ກຸ່ມກິດຈະກຳມໍລະດົກສະຖາປັດຕະຍະກຳນັ້ນ ໄດ້ສ້າງເປັນສອງສາຍທາງ ນັ້ນແມ່ນສາຍທາງ ຈ່າງຕ່ຽນ ແລະ ຫຼີຖາຍໂຕ໊ ແລະ ເລແທັ໊ງຕົງ ສ່ວນຢູ່ເຄິ່ງກາງແມ່ນຈຸດຊຸມທາງ ແກັກມ້າງຖາງຕ໊າມ ເພື່ອໃຫ້ພວກເຮົາສຳພັດກັບບັນດາມໍລະດົກທີ່ເປັນໜ້າປະທັບໃຈ”.

ໃນຂອບເຂດງານບຸນກໍ່ດຳເນີນປະມານເກືອບ 100 ກິດຈະກຳປະດິດຄິດສ້າງ. ຈຸດທີ່ພົ້ນເດັ່ນແມ່ນກິດຈະກຳທີ່ເປັນສັນຍາລັກຈັດສັນຮູບແບບເຂດປະດິດຄິດສ້າງ, ການເຄື່ອນໄຫວວາງສະແດງ, ສະແດງສິລະປະ ແລະ ຄົ້ນຫາຕ່າງໆ ພ້ອມກັບການຈັດກອງປະຊຸມສຳມະນາ ການໂອ້ລົມສົນທະນາເຊິ່ງມີການເຂົ້າຮ່ວມຂອງນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ຫງວຽນທິເລະກວຽນ ຜູ້ອຳນວຍຍການສູນສົ່ງເສີມໂຄສະນາມໍລະດົກວັດທະນະທຳທີ່ເປັນບໍ່ເປັນວັດຖຸ ຫວຽດນາມ ໃຫ້ຮູ້ວ່າ:

   “ໃນງານບຸນປີນີ້ ພວກຂ້າພະເຈົ້າສະແດງບົດລະຄອນທິເມົ່າ ໂດຍອີງໃສ່ບົດລະຄອນແຈ່ວເກົ່າ ກວານເອິມທິກິ໊ງ. ນີ້ແມ່ນຜະລິດຕະພັນໃນຂົງເຂດການສຶກສາວັດທະນະທຳ ທີ່ສະຫງວນສະເພະໃຫ້ເປົ້າໝາຍອະນຸຊົນ. ສ່ວນຜະລິດຕະພັນທີສອງແມ່ນລາຍການຕອບຮັບຊຸມຊົນ”.

ຜ່ານງານບຸນຄັ້ງນີ້ ມວນຊົນຍິ່ງມີຄວາມເຄົາລົບປະຫວັດສາດ ແລະ ອະດີດຕະການ ທັງປຸກລຸກການເຄື່ອນໄຫວປະດິດຄິດສ້າງ ເພື່ອສືບທອດບັນດາຄຸນຄ່າທາງດ້ານວັດທະນະທຳ ເຊິ່ງຄົນລຸ້ນກ່ອນໄດ້ກໍ່ສ້າງຂຶ້ນ. ມີຜູ້ມາຮ່ວມງານບຸນບາງຄົນ ເປີດເຜິຍວ່າ:

    “ງານບຸນແມ່ນຂີດໝາຍຂອງນະຄອນຫຼວງ ຮ່າໂນ້ຍ. ໂດຍແມ່ນໄວໜຸ່ຄົນໜຶ່ງ ຂ້າພະເຈົ້າຢາກຄົ້ນຫາ ສຳຜັດກັບບັນດາການເຄື່ອນໄຫວໃນງານບຸນ”

    “ງານບຸນມີລາຍການຕ່າງໆນັບ 10 ລາຍການ. ຂ້າພະເຈົ້າ ແລະ ບັນດາເພື່ອນມີຄວາມຫວັງຢາກໄດ້ເຂົ້າຮ່ວມ ເພື່ອຊອກຮູ້ຄວາມໃນໃຈຂອງບັນດານັກສິລະປິນທີ່ມີຕໍ່ວັດທະນະທຳມໍລະດົກຂອງ ່ຮາໂນ້ຍ”.

ຜ່ານແຕ່ລະປີ ບັນດາຫົວຂໍ້ ແລະ ຂອບຂະໜາດຂອງວັນບຸນອອກແບບປະດິດຄິດສ້າງ ຮ່າໂນ້ຍ ນັບມື້ນັບເປີດກ້ວາງ ກາຍເປັນວັນບຸນຂອງບັນດາຜູ້ນິຍົມການປ່ຽນແປງໃໝ່. ການຈັດຕັ້ງງານບຸນ ໄດ້ປະກອບສ່ວນ ສ້າງເປັນຮູບປະທຳ ແລະ ປັບປຸງເຄື່ອງໝາຍນະຄອນປະດິດຄິດສ້າງຂອງນະຄອນຫຼວງ ຮ່າໂນ້ຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.