ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ 234 ໂຄງການໃຫຍ່ທີ່ມີມູນຄ່າ 136 ຕື້ USD ພ້ອມກັນ
(VOVWORLD) - ຕອນເຊົ້າວັນທີ 19 ທັນວາ, ມີ 234 ກິດຈະກຳ, ໂຄງການໃນບໍລິເວນ 34 ແຂວງ, ນະຄອນ ໄດ້ຮັບການລົງມືກໍ່ສ້າງ, ເປີດນຳໃຊ້ ແລະ ນໍາເຂົ້າໃຊ້ງານພ້ອມກັນ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ XIV ຂອງພັກກອມມູນິດ ຫວຽດນາມ. ດ້ວຍລວມມູນຄ່າລົງທຶນທັງໝົດ 136 ຕື້ USD.










