ພິທີໄຂງານບຸນ ດອກຝາງແດງ ແລະ ຮັບໃບຢັ້ງຢືນມໍລະດົກທຳມະຊາດໂລກ ລະຫວ່າງແຂວງ - ນະຄອນ ອ່າວຮະລອງ ກັບ ເກາະ ກາດບາ
(VOVWORLD) - ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ນະຄອນ ທ່າກ່ຳປັ່ນ ຫາຍຟ່ອງ, ໄດ້ດຳເນີນຄ່ຳຄືນທີ່ມີຫົວຂໍ້ “ຫາຍຟ່ອງ - ປະກາຍແຈ້ງໃນດິນແດນແຫ່ງມໍລະດົກ” ແລະ ໄຂງານບຸນດອກຝາງແດງ - ຫາຍຟ່ອງ ປີ 2024 ແລະ ຮັບໃບຢັ້ງຢືນອ່າວຮະລອງ (ແຂວງກວາງນິງ) ກັບ ເກາະກາດບາ (ນະຄອນ ຫາຍຟ່ອງ) ແມ່ນມໍລະດົກທຳມະຊາດໂລກ ລະຫວ່າງແຂວງ - ນະຄອນທຳອິດຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ.










