ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ທຸກສິດອຳນາດ ລ້ວນແຕ່ຕ້ອງໄດ້ຄວບຄຸມຢ່າງເຄັ່ງຄັດ ດ້ວຍກົນໄກ ແລະ ຜູກມັດດ້ວຍຄວາມຮັບຜິດຊອບ
(VOVWORLD) - “ຕ້ອງມີທ່າທີຂ້ຽວຂາດແທ້, ບໍ່ຜ່ອນຜັນ, ຕ້ອງມີການກະທຳທີ່ຂ້ຽວຂາດ, ລະອຽດ ແລະ ມີປະສິດທິຜົນທີ່ສຸດ. ຫົວໜ້າຕ້ອງຮັບຜິດຊອບກ່ຽວກັບຈຸດອ່ອນ, ຂໍ້ຜິດພາດກ່ຽວກັບການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອົງການ, ສຳນັກງານ, ຫົວໜ່ວຍ, ທ້ອງຖິ່ນຂອງຕົນ. ຜູ້ທີ່ມີໜ້າທີ່ຕຳແໜ່ງ, ສິດອຳນາດຕ້ອງຝຶກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ; ພ້ອມທັງເພີ່ມທະວີການຕິດຕາມກວດກາ, ຄວບຄຸມການປະຕິບັດສິດອຳນາດຂອງຜູ້ມີໜ້າທີ່ຕຳແໜ່ງ, ສິດອຳນາດ ຢ່າງມີປະສິດທິຜົນ. ທຸກສິດອຳນາດຕ້ອງໄດ້ຮັບການຄວບຄຸມຢ່າງເຄັ່ງຄັດດ້ວຍກົນໄກ; ສິດອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ສິດອຳນາດຮອດໃສ ຄວາມຮັບຜິດຊອບຮອດຫັ້ນ, ສິດອຳນາດຍິ່ງສູງ ຄວາມຮັບຜິດຊອບຍິ່ງຫຼາຍ.”










