ໄປຢ້ຽມຢາມຫ້ອງຮຽນຢູ່ເກາະຊອງຕື
ຜູ້ໃດມາຢ້ຽມຢາມເກາະຊອງຕືໄຕ ກໍ່ລ້ວນແຕ່ມີຄວາມປະທັບໃຈຕໍ່ຫ້ອງຮຽນນ້ອຍໆໃຕ້ຮົ່ມໄມ້ຫູກວາງ, ພ້ອມກັບສຽງຫັດອ່ານຂອງນັກຮຽນ ປະສານກັບສຽງຄື້ນທະເລທົບໃສ່ຝັ່ງ.ເຖິງວ່າຫ້ອງຮຽນ ແລະ ຊີວິດການເປັນຢູ່ຂອງບັນດາຄູສອນຢູ່ທີ່ນີ້ຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ ແຕ່ເຂົາເຈົ້າພັດມີອຸດົມຄະຕິລວມ ນັ້ນແມ່ນນຳເອົາຄວາມຮູ້ມາສິດສອນໃຫ້ພວກນ້ອງນັກຮຽນຢູ່ເມືອງເກາະ ທີ່ຫ່າງໄກ .










