ວິສາຫະກິດ ອີຕາລີ ຊອກຫາໂອກາດ ດຳເນີນທຸລະກິດ ຢູ່ ຫວຽດນາມ ແລະ ບັນດາປະເທດ ອາຊຽນ
(VOVWORLD) - ໃນລະຫວ່າງວັນທີ 17 – 18 ມິຖຸນາ, ຢູ່ນະຄອນ Turin, ທາງທິດເໜືອປະເທດ ອີຕາລີ, ຫ້ອງການການຄ້າ Turin, ມະຫາວິທະຍາໄລ Turin ໄດ້ສົມທົບກັບສະຖະທູດບັນດາປະເທດ ອາຊຽນ ປະຈຳ ອີຕາລີ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງ ອາຊຽນ” ເພື່ອແນໃສ່ຊຸກຍູ້ໂອກາດຮ່ວມມືດຳເນີນທຸລະກິດຂອງບັນດາວິສາຫະກິດໃນນະຄອນ Turin ແລະ ເຂດ Piemonte (ນະຄອນ Turin ແມ່ນເມືອງເອກຂອງ ເຂດ Piemonte) ກັບບັນດາປະເທດ ອາຊຽນ.










