ໄທຕ້ອນຮັບນັກທ່ອງທ່ຽວມາຈາກຫວຽດນາມຜູ້ທີ 1 ລ້ານຄົນໃນປີ 2018
(VOVWORLD) -ຄິດໄລ່ເຖິງວັນທີ 13 ທັນວາ, ນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມ ໄທໃນປີ 2018 ບັນລຸລະດັບ 1 ລ້ານຄົນ. ນາງ ເຢືອງທູຈາງ ມາຈາກ ຮ່າໂນ້ຍ ເດີນທາງດ້ວຍສາຍການບິນ Thai Airways International ໃນວັນທີ 13 ທັນວາ ໄດ້ຮັບລາງວັນພິເສດ ລວມມີ tour ທ່ອງທ່ຽວໃຫ້ສອງຄົນ, ປີ້ຍົນໄປກັບໃຫ້ສອງຄົນ ແລະ ບັດຂອງຂວັນລວມມູນຄ່າ 10.000 ບາດ(ເທົ່າກັບ 350 USD).










