ຊາຍຄາອາຊຽນ

13/06/2024

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ອຸ​ປະ​ທູດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ Timor – Leste ປະ​ຈຳ ຮ່າ​ໂນ້ຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ປະຈຳ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ເປັນຂົວຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ; ຢັ້ງຢືນສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະໜັບສະໜູນເລື່ອງລັດຖະບານ ຫວຽດນາມ ສືບຕໍ່ຊຸກຍູ້ ແລະ ຍົກລະດັບການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ອຸ​ປະ​ທູດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ Timor – Leste ປະ​ຈຳ ຮ່າ​ໂນ້ຍ
09/06/2024

Hun Many ແລະ ພາ​ລະ​ກຳ ຂອງ​ຊ​າວ​ໜຸ່ມ ໃນ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) - ວ່ອງໄວ, ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ - ນັ້ນແມ່ນຄວາມຮັບຮູ້ຂອງທຸກຄົນເມື່ອໄດ້ພົບປະແລະໂອ້ລົມກັບທ່ານ Hun Many ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການບໍລິການພົນລະເມືອງ, ປະທານສະຫະພັນຊາວໜຸ່ມກຳປູເຈຍ. ພາຍຫຼັງ 16 ປີທີ່ດຳລົງຕຳແໜ່ງເປັນປະທານສະຫະພັນຊາວໜຸ່ມກຳປູເຈຍ, ທ່ານ Hun Many ເຫັນໄດ້ພາລະກຳຂອງຕົນ - ຂອງລຸ້ນໜຸ່ມໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ - ກຳປູເຈຍ.

Hun Many ແລະ ພາ​ລະ​ກຳ ຂອງ​ຊ​າວ​ໜຸ່ມ ໃນ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ
04/06/2024

ກອງ​ປະ​ຊຸມ​ເຈ​ລະ​ຈາປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 11: ການ​ບໍ​ລິ​ຫານ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ AI ຢູ່ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ​

(VOVWORLD) - ທ່ານ Nararya Soeprapto ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມ ແລະ ບັນດາບັນຫາວິສາຫະກິດ ໄດ້ເນັ້ນໜັກວ່າ AI ມີກຳລັງບົ່ມຊ້ອນ ປະກອບສ່ວນແຕ່ 10 – 18% ໃຫ້ແກ່ການເຕີບໂຕ GDP ຂອງພາກພື້ນ ອາຊຽນ, ລວມມູນຄ່າເກືອບ 1.000 ຕື້ USD ໃນປີ 2030.

ກອງ​ປະ​ຊຸມ​ເຈ​ລະ​ຈາປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 11: ການ​ບໍ​ລິ​ຫານ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ AI ຢູ່ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ​
02/06/2024

ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ

(VOVWORLD) - ໂດຍເຂົ້າຮ່ວມການເຄື່ອນໄຫວປະຕິວັດນຳພໍ່ ແລະ ເອື້ອຍ ນັບແຕ່ຄາວອາຍຸຫາກໍໄດ້ 12 ປີ, ທ່ານພັນເອກ ຟານຢິງ ກໍເຊື່ອມຊຶມແນວຄິດໂຮ່ຈີມິນ ກ່ຽວກັບນ້ຳໃຈສາມັກຄີສາກົນທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ຢ່າງເລິກເຊິ່ງໂດຍໄວ. ໂດຍຕິດພັນກັບປະເທດລາວ ເກືອບທັງຊີວິດຂອງຕົນ ແລະ ຮັບດຳລົງຫຼາຍໜ້າທີ່ແຕກຕ່າງກັນ ບໍ່ວ່າຈະເປັນເດັກສົ່ງຈົດໝາຍ, ທະຫານສືບລາຊະການລັບ, ເລຂາຂອງທ່ານປະທານ ໄກສອນ ພົມວິຫານ, ນັກຊ່ຽວຊານດ້ານການທະຫານ... ຍິ່ງເຮັດໃຫ້ ທ່ານ ມີຄວາມຮັກຕໍ່ກັບດິນແດນແຫ່ງດອກຈຳປານີ້ຢ່າງເລິກເຊິ່ງ ແລະ ຄວາມຮັກເຫຼົ່ານັ້ນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຜ່ກະຈາຍໄປເລື້ອຍໆ.

ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ
26/05/2024

ໄທ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງ ອາຊຽນ

(VOVWORLD) - ເວທີປາໄສອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ “ການກໍ່ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ຮ່າໂນ້ຍ ຕາມຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ຄຳໝັ້ນສັນຍາ, ຄວາມຕັດສິນໃຈ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຄວາມມານະພະຍາຍາມລວມໃນການສ້າງປະຊາຄົມ ອາຊຽນ. ເນື່ອງໃນໂອກາດນີ້, ນັກຂ່າວ VOV ມີບົດສຳພາດທ່ານ ວິຊາວັດ ອິດສະຫຼະພັກດີ, ຫົວໜ້າຄະນະຜູ້ແທນ ໄທ, ອະດີດຜູ້ຊ່ວຍວຽກ ລັດຖະມົນຕີການຕ່າງປະເທດ ໄທ, ປະຈຸບັນ ແມ່ນທີ່ປຶກສາກະຊວງການຕ່າງປະເທດ ໄທ ກ່ຽວກັບບົດບາດຂອງ ຫວຽດນາມ ກໍ່ຄື ໄທ ຢູ່ເວທີປາໄສຄັ້ງນີ້.

ໄທ ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມ ເພື່ອການພັດທະນາແບບຍືນຍົງຂອງ ອາຊຽນ
24/05/2024

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ແຮງ​ງານ​ອົບ​ພະ​ຍົບ

(VOVWORLD) - ຕອນບ່າຍວັນທີ 23 ພຶດສະພາ, ກອງປະຊຸມລັດຖະມົນຕີຄັ້ງທີ 4 ກ່ຽວກັບການຮ່ວມມືດ້ານແຮງງານລະຫວ່າງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ໄດ້ຈັດຂຶ້ນຕາມຮູບແບບທາງໄກ.

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ແຮງ​ງານ​ອົບ​ພະ​ຍົບ
21/05/2024

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ ອາ​ຊຽນ ຄັ້ງ​ທີ 33

(VOVWORLD) - ໃນກອງປະຊຸມຄັ້ງນີ້ ຈະປຶກສາຫາລືກ່ຽວກັບບັນດາເນື້ອໃນ, ຄື: ເອກະສານການເງິນເອເລັກໂຕນິກຜ່ານປະຕູດຽວ ອາຊຽນ; ຜັນຂະຫຍາຍລະບົບຜ່ານແດນລະຫວ່າງບັນດາປະເທດ ອາຊຽນ (ACTS); ວິວັດທະນາການຜັນຂະຫຍາຍຂໍ້ຕົກລົງຮັບຮອງເຊິ່ງກັນແລະກັນ ກ່ຽວກັບວິສາຫະກິດບຸລິມະສິດໃນ ອາຊຽນ…

ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມຫົວ​ໜ້າ​ກົມ​ໃຫຍ່​ພາ​ສີ ອາ​ຊຽນ ຄັ້ງ​ທີ 33
20/05/2024

ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ຊັບ​ພະ​ຍາ​ກອນ​ແຫຼ່ງ​ນ້ຳ​ໂລກ ຄັ້ງ​ທີ 10

(VOVWORLD) - ວັນທີ 20 ພຶດສະພາ, ເວທີປາໄສຊັບພະຍາກອນແຫຼ່ງນ້ຳໂລກ ຄັ້ງທີ 10 (WWF) ໄດ້ໄຂຂຶ້ນໃນວັນທີ 20 ພຶດສະພາ ຢູ່ເກາະ ບາຫຼີ ຂອງ ອິນໂດເນເຊຍ.

ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ​ຊັບ​ພະ​ຍາ​ກອນ​ແຫຼ່ງ​ນ້ຳ​ໂລກ ຄັ້ງ​ທີ 10
19/05/2024

ນັກ​ປະ​ຫວັດ​ສາດ ກຳ​ປູ​ເຈຍ ເຊີດ​ຊູ​ໄຊ​ຊະ​ນະ ດຽນ​ບຽນ​ຝູ

(VOVWORLD) - ທ່ານຜູ້ຟັງທີ່ເຄົາລົບ. ໃນຊຸມວັນເດືອນພຶດສະພາ ແຫ່ງປະຫວັດສາດນີ້, ຢູ່ຫວຽດນາມ, ທົ່ວປະເທດລ້ວນແຕ່ມຸ່ງໄປເຖິງດຽນບຽນ - ສະຖານທີ່ກ່ອນນີ້ 70 ປີໄດ້ດຳເນີນບັ້ນຮົບດຽນບຽນຝູແລະໄຊຊະນະ “ດັງກ້ອງກັງວານໄປທົ່ວ 5 ທະວີບ, ສັ່ນສະເທືອນທົ່ວໂລກ”. ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ (07/05/1954-07/05/2024), ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳກຳປູເຈຍໄດ້ມີໂອກາດໂອ້ລົມ ແລະຮັບຟັງທ່ານສາດສະດາຈານ.ປ.ອ Vong So Theara ຫົວໜ້າພະແນກປະຫວັດສາດກຳປູເຈຍແລະອາຊີຕາເວັນອອກສ່ຽງໃຕ້ມະຫາວິທະຍາໄລລາດຊະວົງກຳປູເຈຍແບ່ງປັນແລະຕີລາຄາກ່ຽວກັບໄຊຊະນະ ດຽນບຽນຝູ ນີ້.

ນັກ​ປະ​ຫວັດ​ສາດ ກຳ​ປູ​ເຈຍ ເຊີດ​ຊູ​ໄຊ​ຊະ​ນະ ດຽນ​ບຽນ​ຝູ
16/05/2024

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ

(VOVWORLD) - ວັນທີ 15 ພຶດສະພາ, ທ່ານ Lawrence Wong ນາຍົກລັດຖະມົນຕີຄົນທີ 4 ຂອງ ສິງກະໂປ, ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງ ທີ່ຖືກຈັດຂຶ້ນຢູ່ທຳນຽບ Istana.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ​ຄົນ​ໃໝ່ Lawrence Wong ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ