ນັກສຶກສາລາວ ເຊື່ອມຕົວເຂົ້າກັບຊາວ ຫວຽດນາມ ຜ່ານລາຍການ Homestay
(VOVWORLD) - ພາຍຫຼັງ 3 ປີທີ່ຢຸດຊົ່ວຄາວຍ້ອນຜົນກະທົບຈາກພະຍາດໂຄວິດ - 19, ໄລຍະຜ່ານມາໂຮງຮຽນມິດຕະພາບ T78 ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງເທາະລົກ, ເມືອງຝຸກເທາະ, ຮ່າໂນ້ຍຈັດລາຍການ“ສົ່ງນັກສຶກສາລາວໄປຢູ່ນຳຄອບຄົວຂອງປະຊາຊົນ” ສົກປີ 2022 – 2023. ຜ່ານໂຄງການ ໂຮງຮຽນຫວັງວ່າຈະຊ່ວຍໃຫ້ພວກນ້ອງນັກຮຽນສາມາດເພີ່ມຄວາມສາມາດດ້ານພາສາຫວຽດກໍ່ຄືເຂົ້າໃຈຫຼາຍກ່ວາກ່ຽວກັບຊີວິດດ້ານວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນຫວຽດນາມ.










