ປະທານາທິບໍດີ ເຢຍລະມັນ ຢ້ຽມຢາມ ມາເລເຊຍ
(VOVWORLD) - ວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ພົບປະ ກັບທ່ານປະທານາທິບໍດີ ເຢຍລະມັນ Frank Walter Steinmeier ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງຜູ້ນຳໜ້າປະເທດ ເຢຍລະມັນ.

(VOVWORLD) - ວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ພົບປະ ກັບທ່ານປະທານາທິບໍດີ ເຢຍລະມັນ Frank Walter Steinmeier ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການຂອງຜູ້ນຳໜ້າປະເທດ ເຢຍລະມັນ.

(VOVWORLD) -ການພົວພັນລະຫວ່າງ ສະວິດ ກັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີໃນ 5 ຂົງເຂດ, ເຊິ່ງລວມມີ: ສັນຕິພາບ ແລະ ຄວາມໝັ້ນຄົງ, ເສດຖະກິດ - ການສຶກສາ - ຄົ້ນຄວ້າ, ພັດທະນາແບບຍືນຍົງ, ພັດທະນາເຕັກນິກດີຈີຕອນ, ສະໜອງການບໍລິການຕ່າງໆທີ່ມີຄຸນນະພາບໃຫ້ແກ່ພົນລະເມືອງ ສະວິດ ທີ່ດຳລົງຊີວິດຢູ່ບັນດາປະເທດໃນພາກພື້ນນີ້.
(VOVWORLD) -ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ບັນລຸລະດັບສູງໃໝ່, ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ປະຊາຊົນສອງປະເທດເທົ່ານັ້ນ ຫາກຍັງໃຫ້ແກ່ທົ່ວພາກພື້ນ ອາຊຽນ ອີກດ້ວຍ. ຂໍ້ສັງເກດນີ້ໂດຍ ທ່ານ ປ.ອ Vannarith Chheang, ນັກຊ່ຽວຊານດ້ານນະໂຍບາຍພາກລັດ ແລະ ບັນດາບັນຫາສາກົນ, ສັງກັດມະຫາວິທະຍາໄລ ເຕັກໂນໂລຢີ Nanyang, ຫົວໜ້າສະຖາບັນຄົ້ນຄ້ວາວິໄສທັດ ອາຊີ (Asia Vision Institute) ໄດ້ຍົກອອກມາໃນການຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ກ່ອນການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນັບແຕ່ວັນທີ 8 – 11 ກຸມພາ.

(VOVWORLD) -ວັນທີ 7 ກຸມພາ, ຂະບວນລົດໄຟ 19 ຕູ້ container ແຊ່ເຢັນ ບັນຈຸຜັກສົດປະມານ 280 ໂຕນ ໄດ້ອອກຈາກ ຄຸນໝິງ, ເມືອງເອກຂອງແຂວງຢຸນໜານ, ພາກຕາເວັນຕົກສ່ຽງໃຕ້ຂອງຈີນ, ໄປຜ່ານລາວ, ປາຍທາງແມ່ນ ໄທ.

(VOVWORLD) -ໄພເງິນເຟີ້ຢູ່ພາກພື້ນ ອາຊຽນ ສາມາດຫຼຸດຜ່ອນ ແລະ ຟື້ນຕົວໄດ້ໄວກວ່າຢູ່ບັນດາພື້ນຖານເສດຖະກິດພັດທະນາ.

(VOVWORLD) -ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນທີ່ມີຊາວຫວຽດນາມ ອາໄສຢູ່ຫຼາຍທີ່ສຸດ, ສ່ວນຫຼາຍແມ່ນເຕົ້າໂຮມຢູ່ບັນດາປະເທດບ້ານໃກ້ເຮືອນຄຽງຄື: ກຳປູເຈຍ, ລາວ, ໄທ. ໃນຊຸມປີທີ່ຜ່ານມາ, ມີຊາວຫວຽດນາມອາໄສຢູ່ຕ່າງປະເທດດີເດັ່ນຫຼາຍຄົນ ບໍ່ພຽງແຕ່ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດປະຈຳຖິ່ນເທົ່ານັ້ນ, ຫາກຍັງແມ່ນທູດຂອງນ້ຳໃຈມິດຕະພາບ, ໂຄສະນາຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດໃນພາກພື້ນອີກດ້ວຍ. ໃນບັນຍາກາດອັນຄຶກຄື້ນມ່ວນຊື່ນຂອງຊຸມວັນຕົ້ນລະດູບານໃໝ່, ເຊີນທ່ານຜູ້ຟັງພົບປະ ແລະ ຮັບຟັງການແບ່ງປັນຂອງຊາວຫວຽດນາມດີເດັ່ນຈຳນວນໜຶ່ງຢູ່ບັນດາປະເທດອາຊຽນກ່ຽວກັບຄວາມຫວັງໃນປີໃໝ່ 2023.

(VOVWORLD) -ໄລຍະຜ່ານມາ, ສະພາບການພູມີສາດການເມືອງໂລກ ມີການຜັນແປຫຼາຍຢ່າງທີ່ສັບສົນ ແລະ ໄວວາ. ໃນນັ້ນ, ການແກ້ງແຍ້ງກັນດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດສືບຕໍ່ດຳເນີນຢ່າງດຸເດືອດ, ມີຜົນກະທົບຕໍ່ໂຄງປະກອບການພົວພັນ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ກໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຕໍ່ກັບບັນດາປະເທດ ແລະ ອົງການຕ່າງໆໃນທົ່ວໂລກ. ໃນສະພາບການນັ້ນ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກເອົາເປັນຄູ່ຮ່ວມມືທີ່ສຳຄັນ, ຍຸດທະສາດຂອງຫຼາຍປະເທດມະຫາອຳນາດ ແລະ ກົນໄກຫຼາຍຝ່າຍ.

(VOVWORLD) - ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ປະຊາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຈັດຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໃນລະຫວ່າງວັນທີ 3 - 4 ກຸມພາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ຄວາມເຫັນດີເຫັນພ້ອມໃນ ອາຊຽນ. ຜ່ານນັ້ນ, ຍົກສູງທີ່ຕັ້ງ, ບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ຢູ່ເວທີສາກົນ.

(VOVWORLD) -ຫວຽດນາມ ຈະເຂົ້າຮ່ວມເວທີປາໄສທ່ອງທ່ຽວ ອາຊຽນ 2023 ແລະ ງານຕະຫຼາດນັດ TRAVEX, ຊຶ່ງຈະຈັດຂຶ້ນຢູ່ນະຄອນ Yogyakarta, ອິນໂດເນເຊຍ ແຕ່ວັນທີ 2 – 5 ກຸມພາ ດ້ວຍຫົວຂໍ້: “ອາຊຽນ: ການເດີນທາງໄປຍັງສະຖານທີ່ທ່ອງທ່ຽວທີ່ສຸດຍອດ”.

(VOVWORLD) - ຫວຽດນາມ ແລະ ໄທ ແມ່ນສອງປະເທດທຳອິດໃນກຸ່ມ ອາຊຽນ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2013 ແລະ ແມ່ນຄູ່ປະເທດໜຶ່ງດຽວໃນພາກພື້ນຍົກລະດັບການພົວພັນຂຶ້ນສູ່ຄູ່ຮ່ວມມືຍຸດທະສາດເພີ່ມທະວີ. ວົງເງິນການຄ້າລະຫວ່າງສອງປະເທດເພີ່ມຂຶ້ນຈາກລະດັບ 9,4 ຕື້ USD ໃນປີ 2013 ຂຶ້ນເປັນເກືອບ 21 ຕື້ USD ໃນປີ 2022, ມຸ່ງໄປເຖິງເປົ້າໝາຍບັນລຸແຕ່ 25 – 30 ຕື້ USD ໃນປີ 2025.