ວິສາຫະກິດ ໄທ ຕັ້ງໜ້າເຄື່ອນໄຫວ ເພື່ອວົງຄະນະຍາດ ແນໃສ່ຕອບບຸນແທນຄຸນປະເທດ ຫວຽດນາມ
(VOVWORLD) -ປັດຈຸບັນ, ໄທ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ຂອງ ຫວຽດນາມ, ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 9 ຂອງ ຫວຽດນາມ ດ້ວຍກວ່າ 600 ໂຄງການ ທີ່ມີມູນຄ່າທັງໝົດກວ່າ 13 ຕື້ USD. ນອກຈາກການລົງທຶນພັດທະນາດຳເນີນທຸລະກິດ ແລະ ການຜະລິດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະເທດ ໄທ ແລ້ວ, ບັນດາວິສາຫະກິດ ໄທ ຍັງຮ່ວມເດີນທາງພ້ອມກັບການພັດທະນາ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວເພື່ອວົງຄະນະຍາດ ແນໃສ່ຕອບບຸນແທນຄຸນປະເທດ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນປະເທດປະຈຳຖິ່ນ.









