ສະມາຄົມຊາວມຸດສະລິມ ອິນໂດເນເຊຍ ອາໄສ ຢູ່ ຮ່າໂນ້ຍ ຕ້ອນຮັບງານບຸນ Ramadan ໃນທ່າມກາງໄລຍະເກີດໂລກະບາດໂຄວິດ - 19
(VOVWORLD) -ເດືອນກິນເຈ Ramadan ແມ່ນໜຶ່ງໂອກາດວັນບຸນສຳຄັນທີ່ສຸດຂອງຊາວ ມຸດສະລິມ ຫຼາຍກວ່າ 1,8 ຕື້ຄົນ ໃນທົ່ວໂລກ. ປີ 2021, ເດືອນກິນເຈ Ramadan ໄດ້ເລີ່ມແຕ່ວັນທີ 13 ເມສາ ແລະ ສິ້ນສຸດລົງໃນວັນທີ 13 ພືດສະພາ. ເຖິງວ່າ ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນ, ຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຖືກຕ້ອງ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ກໍຕາມ, ແຕ່ສະມາຄົມຊາວ ມຸດສະລິມ ອິນໂດເນເຊຍ ທີ່ອາໄສຢູ່ ຫວຽດນາມ ຍັງໄດ້ຕ້ອນຮັບບຸນ Ramadan ຢ່າງຄົບຖ້ວນ ແລະ ສົມບູນ.









