ອິນໂດເນເຊຍ ພົບເຫັນກ່ຳປັ່ນຈີນລ່ວງລະເມີດເຂົ້າເຂດເສດຖະກິດຈຳເພາະ
(VOVWORLD) -ວັນທີ 12 ມັງກອນ, ສື່ມວນຊົນ ອິນໂດເນເຊຍ ໄດ້ເອົາລົງຂ່າວວ່າ ບັນດາກ່ຳປັ່ນກອງທັບເຮືອຂອງປະເທດນີ້ ສືບຕໍ່ພົບເຫັນກ່ຳປັ່ນຕຳຫຼວດ ແລະ ກ່ຳປັ່ນຫາປາຂອງ ຈີນຫຼາຍລຳລ່ວງລະເມີດເຂົ້າເຂດເສດຖະກິດຈຳເພາະ (EEZ) ຂອງ ອິນໂດເນເຊຍ ຢູ່ ເຂດທະເລ Natuna.










