ແຂວງ ຮຶງອຽນ ເພີ່ມທະວີບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ຮ່ວມມືສາກົນ
(VOVWORLD) - ໃນໄລຍະປະຈຸບັນ, ແຂວງ ຮຶງອຽນ ຕ້ອງມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຟື້ນຟູພັດທະນາເສດຖະກິດ. ປີນີ້, ທາງແຂວງຕ້ອງປະຕິບັດໃຫ້ສຳເລັດຢ່າງຮອບດ້ານ ແລະ ລື່ນກາຍບັນດາຕົວເລກຄາດໝາຍຂອງແຜນການໄດ້ວາງອອກ.








