ແນະນຳກ່ຽວກັບສິລະປະຂັບສະລີ ຂອງຊົນເຜົ່ານຸ່ງ
(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາກສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍ, ອີເມວຈາກທ່ານຜູ້ຟັງ 382 ທ່ານ ທີ່ມາຈາກ 39 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 11 ສະບັບດ້ວຍບັນດາຄຳອວຍອັນປະເສີດໃນໂອກາດບຸນປີໃໝ່ລາວ ແລະ ຄວາມສົນໃຈຕໍ່ການເຄື່ອນໄຫວວັດທະນະທຳ ແລະ ການທ່ອງທ່ຽວຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ ກໍຄື VOV5 ໃນອາທິດຜ່ານມາ.










