ລາຍການພົບປະແລກປ່ຽນ"ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ"
(VOVWORLD) -ຕອນຄ່ຳວັນທີ 7 ທັນວາ ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ເງ້ອານ ພ້ອມກັບແນວລາວສ້າງຊາດ ແລະ ກະຊວງພາຍໃນ ລາວ ສົມທົບກັນຈັດຕັ້ງ ລາຍການພົບປະແລກປ່ຽນປະຊາຊົນ ແລະ ສະແດງສິລະປະ ດ້ວຍຫົວຂໍ້ "ຮັກແພງກັນໝາຍໝັ້ນ - ສອງຟາກສາຍພູຫລວງ"










